
ໝາກມ່ວງຫິມະພານຂອງຫວຽດນາມ ຢັ້ງຢືນທີ່ຕັ້ງເປັນຜູ້ສະໜອງອັນດັບ 1 ໃນຕະຫຼາດລັດເຊຍ
ຍສໝ - ອັດຕາສ່ວນກວມຜະລິດຕະພັນໝາກມ່ວງຫິມະພານຂອງຫວຽດນາມ ໃນການນຳເຂົ້າທັງໝົດຂອງຣັດເຊຍ ໄດ້ເພີ່ມຂຶ້ນຈາກ 50,28% ໃນ 6 ເດືອນ ທຳອິດຂອງປີ 2020 ເປັນ 57,68% ໃນ 6 ເດືອນ ທຳອິດຂອງປີ 2021.
ຍສໝ - ອັດຕາສ່ວນກວມຜະລິດຕະພັນໝາກມ່ວງຫິມະພານຂອງຫວຽດນາມ ໃນການນຳເຂົ້າທັງໝົດຂອງຣັດເຊຍ ໄດ້ເພີ່ມຂຶ້ນຈາກ 50,28% ໃນ 6 ເດືອນ ທຳອິດຂອງປີ 2020 ເປັນ 57,68% ໃນ 6 ເດືອນ ທຳອິດຂອງປີ 2021.
ຍສໝ - ວັນທີ 31 ສິງຫາ, ທ່ານ ດັ້ງມິງຄອຍ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ມີການພົບປະກັບຜູ້ຕາງໜ້າບັນດາການນຳຂອງສະມາຄົມມິດຕະພາບລັດເຊຍ-ຫວຽດນາມ ແລະ ສະມາຄົມອະດີດຊ່ຽວຊານການທະຫານລັດເຊຍ ທີ່ເຄີຍເຂົ້າຮ່ວມການຊ່ວຍເຫຼືອຫວຽດນາມ ໃນໄລຍະສົງຄາມ ເພື່ອຊຸກຍູ້ວຽກງານການຕ່າງປະເທດປະຊາຊົນໃນສະພາບການໃໝ່.
ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ ແລະ ຜູ້ຕາງໜ້າຄະນະຈັດຕັ້ງການແຂ່ງຂັນກິລາການທະຫານສາກົນ Army Games 2021 ໃຫ້ຮູ້ວ່າ ຫວຽດນາມໄດ້ກຽມພ້ອມເປັນຢ່າງດີ ສໍາລັບສະໜາມເຝິກແອບ ແລະ ເງື່ອນໄຂການແຂ່ງຂັນ ເມື່ອເປັນເຈົ້າພາບຈັດການແຂ່ງຂັນທັງສອງປະເພດກິລາ ເປັນຄັ້ງທໍາອິດ.
ຍສໝ - ວັນທີ 20 ສິງຫາ, ຄະນະກຳມະການປະຊາຊົນ ເມືອງທ້ວນເຈົາ, ແຂວງເຊີນລາ ໄດ້ຈັດຕັ້ງການສົ່ງອອກໝາກມັງກອນແດງ ຈຳນວນ 10 ໂຕນໄປຍັງສະຫະພັນລັດເຊຍ.
ຍສໝ - ໃນວັນທີ 19 ສິງຫາ ເວັບໄຊ໌ຂອງຣັດເຊຍ ໄດ້ໃຫ້ຮູ້ວ່າ ກະແລັມຈຳນວນ 4.75 ໂຕນ ໄດ້ສົ່ງອອກຈາກແຂວງ Novosibirsk ໄປຍັງຫວຽດນາມ. ນີ້ແມ່ນການຂົນສົ່ງຄັ້ງທີສອງທີ່ສົ່ງອອກໄປຍັງຫວຽດນາມ ໃນປີ 2021.
ຍສໝ - ກຳປັ່ນສູ້ຮົບ 2 ລຳ 015 ເຈິ່ນຮືງດ້າວ ແລະ 016 ກວາງຈູງ ຂອງກອງທັບເຮືອຫວຽດນາມ ໄດ້ເຂົ້າທຽບທ່າຢູ່ທີ່ນະຄອນ Vladivostok (ໃນເຂດຕາເວັນອອກໄກຂອງຣັດເຊຍ) ເພື່ອກຽມເຂົ້າຮ່ວມ Army Games 2021.
ຕ່ອນບາຍວັນທີ 13 ສິງຫາ, ທີ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານ G.S.Bezdetko ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສະຫະພັນລັດເຊຍ ເນື່ອງໃນໂອກາດທີ່ ທ່ານ ມາຮັບໜ້າທີ່ການທູດຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດລັດເຊຍ ເຫັນດີຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄືສະຫະປະຊາຊາດ, ອາຊຽນ…
ວັນທີ 31 ກໍລະກົດ, ທີ່ນະຄອນຍາຈາງ (ແຂວງແຄ໊ງຮວ່າ), ກອງບັນຊາການທະຫານແຂວງແຄ໊ງຮວ່າ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດ ແລະສະມາຄົມມິດຕະພາບລັດເຊຍ-ຫວຽດນາມ ແຂວງແຄ໊ງຮວ່າ ຈັດພິທີມອບ-ຮັບຂອງຂວັນ 100 ພູດ ໜູນຊ່ວຍບັນດາເພື່ອນມິດຄົນລັດເຊຍ ທີ່ກໍາລັງປະສົບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ຢູ່ແຂວງແຄ໊ງຮວ່າ.
ຍສໝ - ຫວຽດນາມ ແລະ ລັດເຊຍ ຈະຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນຜ່ານມາດຕະການຕ່າງໆ ເຊັ່ນ: ການແລກປ່ຽນຄະນະຜູ້ແທນ, ການຖ່າຍທອດເຕັກໂນໂລຢີ ແລະ ການຜະລິດວັກຊີນ, ການພັດທະນາໂຄງການເສດຖະກິດທີ່ສຳຄັນ, ໂດຍສະເພາະແມ່ນສຸມໃສ່ຂະແໜງການນ້ຳມັນອາຍແກັສ ແລະ ພະລັງງານ.
ຕອນບ່າຍວັນທີ 11 ມິຖຸນາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບທ່ານພົນເອກ Sergey Kuzhugetovich Shoygu, ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ.
ຍສໝ - ຫວ່າງແລ້ວນີ້, ກຳມະການຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ທ່ານ ເລຫ່ວຍຈູງ ໄດ້ເປັນປະທານກອງປະຊຸມຖ່າຍທອດສົດ ເພື່ອປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກັບພັກກອມມູນິດກູບາ ແລະ ພັກສະຫະພັນລັດເຊຍພັກເອກະພາບ.
ຍສໝ - ທ່ານພົນເອກ ເລືອງເກື່ອງ ໄດ້ປາດຖະໜາວ່າ ການພົວພັນຫວຽດນາມ - ລັດເຊຍ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ໃຫ້ພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບໃນພາກພື້ນ ແລະ ໂລກ.
ຍສໝ - ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ, ຊົມເຊີຍຜົນງານພົວພັນຕ່າງປະເທດຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ໃນນັ້ນມີການດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ຕີລາຄາສູງບົດບາດນັບມື້ນັບພົ້ນເດັ່ນຂອງຫວຽດນາມ ໃນເວທີສາກົນ ແລະຢູ່ພາກພື້ນ.
ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ໃຫ້ຮູ້ວ່າ, ເວລາເຮັດວຽກທີ່ຜ່ານມາ ເຮັດໃຫ້ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດທີ່ສວຍງາມຂອງຫວຽດນາມ ດ້ວຍປະຫວັດສາດທີ່ຍາວນານ ແລະ ມີຄວາມຫຼາກຫຼາຍໃນທຸກດ້ານ.
ຍສໝ - ໃນວັນທີ 05 ເມສາ 2021, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin.
ຍສໝ - ທ່ານລັດຖະມົນຕີ ໂຕເລີມ ໄດ້ຢືນຢັນວ່າ ການເດີນທາງຢ້ຽມຢາມຂອງທ່ານເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ ແລະ ຄະນະຜູ້ແທນຂັ້ນສູງຂອງສະຫະພັນລັດເຊຍ ຈະປະກອບສ່ວນເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອອັນສະໜິດແໜ້ນ ລະຫວ່າງ ຫວຽດນາມ - ລັດເຊຍ ໄດ້ຮັບຄວາມເລິກເຊິ່ງກວ່າເກົ່າ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະແດງຄວາມຫວັງວ່າ ຫວຽດນາມ ແລະ ລັດເຊຍ ສືບຕໍ່ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດປ້ອງກັນຄວາມສະຫງົບແບບເກົ່າ ແລະ ແບບໃໝ່ກໍຄືໃນຂົງເຂດອື່ນໆເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ຍສໝ - ປີ 2021, ມີທຶນສຶກສາ 1.000 ທຶນ ໂດຍລັດຖະບານສະຫະພັນລັດເຊຍ ສະໜອງໃຫ້ເພື່ອບໍາລຸງສ້າງບັນດາຂະແໜງການຕາມຄວາມຕ້ອງການກໍ່ສ້າງຂອງຫວຽດນາມ.
ຍສໝ - ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ຢັ້ງຢືນວ່າ, ການເຈລະຈາດ້ານການເມືອງຂັ້ນສູງ ແລະການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໄດ້ຮັບການຮັກສາໄວ້. ການຮ່ວມມືດ້ານການຄ້າ ແລະເສດຖະກິດ, ການທະຫານ ແລະເຕັກນິກການທະຫານ, ວິທະຍາສາດ-ເຕັກໂນໂລຢີ ແລະການຮ່ວມມືດ້ານມະນຸດສະທຳແມ່ນໄດ້ເສີມກໍາລັງໜູນ.