ຫວຽດນາມ ແລະ ລັດເຊຍ ເພີ່ມທະວີການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ

11:11 | 04/08/2021

ທ່ານນາຍົກລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດລັດເຊຍ ເຫັນດີຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄືສະຫະປະຊາຊາດ, ອາຊຽນ…

ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ
ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນ
ຫວຽດນາມ ແລະ ລັດເຊຍ ເພີ່ມທະວີການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ

ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຕ້ອນຮັບເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ ປະຈຳຫວຽດນາມ. (ພາບ: VGP)

ຕອນບ່າຍວັນທີ 03 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ ປະຈຳຫວຽດນາມ Bezdetko. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທ່ານເອກອັກຄະລັດຖະທູດສົ່ງສານເຖິງການນຳຂັ້ນສູງ ກ່ຽວກັບເລື່ອງສືບຕໍ່ໃຫ້ບຸລິມະສິດໜູນຊ່ວຍ ຫວຽດນາມ ກ່ຽວກັບວັກຊິກນກັນໂຄວິດ-19, ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາສັນຍາສະໜອງວັກຊິນກັນໂຄວິດ-19; ຮ່ວມມືຖ່າຍທອດເຕັກໂນໂລຊີຜະລິດວັກຊິນ, ບັນດາເຄື່ອງອຸປະກອບການແພດ ແລະ ຢາປິ່ນປົວພະຍາດອື່ນໆໃຫ້ແກ່ຫວຽດນາມ… ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ທ່ານເອກອັກຄະລັດຖະທູດຈົ່ງສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ-ເຕັກນິກ, ການສຶກສາ-ບຳລຸງສ້າງ…

ທ່ານນາຍົກລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດລັດເຊຍ ເຫັນດີຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄືສະຫະປະຊາຊາດ, ອາຊຽນ… ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເນັ້ນໜັກຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການປິ່ນຢູ່ພາກພື້ນ ກໍຄືແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານໂດຍສັນຕິວິຖີ ສົມກັບກົດບັດສະຫະປະຊາຊາດ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

vovworld.vn

ເຫດການ
302 Found

Found

The document has moved here.