ສະຫະພັນມິດຕະພາບແຂວງ ແຄງຮວ່າ ມອບຂອງຂວັນ 80 ພູດໃຫ້ແກ່ພົນລະເມືອງລັດເຊຍທີ່ປະສົບກັບຄວາມຫຍຸ້ງຍາກ

11:56 | 24/09/2021

ຍສໝ - ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ແຄງຮວ່າ, ສະມາຄົມມິດຕະພາບຫວຽດນາມ - ລັດເຊຍ ແລະພະແນກການຕ່າງປະເທດແຂວງ ແຄງຮວ່າ ໄດ້ມອບຂອງຂວັນ 80 ພູດໃຫ້ພົນລະເມືອງລັດເຊຍທີ່ອາໄສຢູ່ໃນ ນະຄອນ ຍາຈາງ ທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກຜົນກະທົບຈາກການລະບາດຂອງພະຍາດ COVID -19.

ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19 ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19
ຄ້າຍທະຫານຊາຍແດນດ່ານສາກົນນາມຢາງ ມອບຂອງຂວັນ 70 ພູດໃຫ້ແກ່ປະຊາຊົນລາວ ຄ້າຍທະຫານຊາຍແດນດ່ານສາກົນນາມຢາງ ມອບຂອງຂວັນ 70 ພູດໃຫ້ແກ່ປະຊາຊົນລາວ
ສະຫະພັນມິດຕະພາບແຂວງ ແຄງຮວ່າ ມອບຂອງຂວັນ 80 ພູດໃຫ້ແກ່ພົນລະເມືອງລັດເຊຍທີ່ປະສົບກັບຄວາມຫຍຸ້ງຍາກ
ບັນດາພົນລະເມືອງລັດເຊຍ ທີ່ໄດ້ຮັບການຊ່ວຍເຫຼືອອາໄສຢູ່ໃນບັນດາຕາແສງ/ບ້ານ: ເຟືອກດົ່ງ, ຫວີງງອກ, ຫວີງແທ້ງ, ຫວີງຮວາ, ຫວີງຫາຍ, ຫວີງເຟືອກ, ເຟືອກເຕິນ, ຫວີງງວຽນ,ເຟືອກລອງ, ລົກຖໍ້, ເຕິນເລີບ, ເຊືອງຮວນ, ຫງອກຮຽບ.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ແຄງຮວ່າ, ສະມາຄົມມິດຕະພາບຫວຽດນາມ - ລັດເຊຍ ແລະພະແນກການຕ່າງປະເທດແຂວງ ແຄງຮວ່າ ໄດ້ມອບຂອງຂວັນ 80 ພູດໃຫ້ພົນລະເມືອງລັດເຊຍທີ່ອາໄສຢູ່ໃນ ນະຄອນ ຍາຈາງ ທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກຜົນກະທົບຈາກການລະບາດຂອງພະຍາດCOVID -19.

ບັນດາພົນລະເມືອງລັດເຊຍ ທີ່ໄດ້ຮັບການຊ່ວຍເຫຼືອອາໄສຢູ່ໃນບັນດາຕາແສງ/ບ້ານ: ເຟືອກດົ່ງ, ຫວີງງອກ, ຫວີງແທ້ງ, ຫວີງຮວາ, ຫວີງຫາຍ, ຫວີງເຟືອກ, ເຟືອກເຕິນ, ຫວີງງວຽນ,ເຟືອກລອງ, ລົກຖໍ້, ເຕິນເລີບ, ເຊືອງຮວນ, ຫງອກຮຽບ.

ຂອງຂວັນແຕ່ລະຊຸດລວມມີນ້ຳ, ແປ້ງໝີ່, ນົມສົດ, ນົມຂົ້ນ, ນ້ຳຕານ, ປາກະປອງ, ສະປາເກັດຕີ, ໝາກແຄນຕາລຸບ, ເຂົ້າຈີ່, ຜັກ... ໂດຍສະມາຄົມມິດຕະພາບຫວຽດນາມ - ລັດເຊຍຢູ່ນະຄອນ ຮ່າໂນ້ຍ ແລະບັນດາອົງການຈັດຕັ້ງ, ສ່ວນບຸກຄົນຈຳນວນໜຶ່ງຢູ່ແຂວງ ແຄງຮວ່າ ໄດ້ບໍລິຈາກ, ໜູນຊ່ວຍໂດຍຜ່ານສະມາຄົມມິດຕະພາບຫວຽດນາມ-ລັດເຊຍຢູ່ແຂວງ ແຄງຮວ່າ .

ປະຈຸບັນ, ມີພົນລະເມືອງລັດເຊຍ 780 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກ ຢູ່ແຂວງແຄງຮວ່າ (ສ່ວນຫຼາຍແມ່ນຢູ່ນະຄອນຍາຈາງ). ນັບຕັ້ງແຕ່ມີການລະບາດຂອງ COVID-19 ຢູ່ໃນທ້ອງຖິ່ນ, ພົນລະເມືອງເຫຼົ່ານີ້ສ່ວນໃຫຍ່ ແມ່ນວ່າງວຽກເຮັດງານທໍາ ແລະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການດຳລົງຊີວິດ.

ນັບຕັ້ງແຕ່ເກີດການລະບາດຂອງການລະບາດຂອງພະຍາດ COVID-19 ຮອບທີ 4, ສະຫະພັນບັນດາອົງການມິດຕະພາບ ແຂວງແຄງຮວ່າ ພ້ອມກັບຫຼາຍຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນໄດ້ປຸກລະດົມ ແລະບໍລິຈາກຂອງຂວັນນັບຮ້ອຍພູດເພື່ອຊ່ວຍເຫຼືອພົນລະເມືອງລັດເຊຍຢູ່ຍາຈາງ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.