ນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ຂຶ້ນສູ່ລະດັບສູງໃໝ່

12:57 | 15/08/2021

ຕ່ອນບາຍວັນທີ 13 ສິງຫາ, ທີ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານ G.S.Bezdetko ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສະຫະພັນລັດເຊຍ ເນື່ອງໃນໂອກາດທີ່ ທ່ານ ມາຮັບໜ້າທີ່ການທູດຢູ່ຫວຽດນາມ.

ການພົວພັນ ລະຫວ່າງສອງປະເທດ ຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ: ການພົວພັນ ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ ການພົວພັນ ລະຫວ່າງສອງປະເທດ ຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ: ການພົວພັນ ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ
ການແລກປ່ຽນທາງໄກກ່ຽວກັບການສົມທົບກັນສ້າງຊຸດສໍາເນົາເອກະສານ 70 ປີແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ ການແລກປ່ຽນທາງໄກກ່ຽວກັບການສົມທົບກັນສ້າງຊຸດສໍາເນົາເອກະສານ 70 ປີແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ
ນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ຂຶ້ນສູ່ລະດັບສູງໃໝ່
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບທ່ານ G.S.Bezdetko ເອກອັກຄະລັດຖະທູດລັດເຊຍ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍເຄົາລົບນັບຖືຕໍ່ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ເຊິ່ງ ສະຫະພາບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປັດຈຸບັນ ໄດ້ສະຫງວນໃຫ້ແກ່ຫວຽດນາມ, ຖືເປັນສໍາຄັນ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ຢ່າງສະເໝີຕົ້ນສະເໝີປາຍ. ໃນປີ 2021, ຫວຽດນາມ ແລະສະຫະພັນລັດເຊຍ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 20 ປີ, ທ່ານເລຂາ ທິການໃຫຍ່ ຫງວຽນຝູຈ້ອງ ຫວັງວ່າ, ກ້າວເຂົ້າສູ່ທົດສະວັດທີ 3 ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະທົດສະວັດທີ 2 ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສອງປະເທດຈະສືບຕໍ່ມານະພະຍາຍາມເພື່ອແນໃສ່ນໍາການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່; ທ່ານ ສະເໜີໃຫ້ອົງການຈັດຕັ້ງຕ່າງໆຂອງສອງປະເທດຕັ້ງໜ້າຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19, ໃນນັ້ນມີບັນຫາສະໜອງ ແລະຖ່າຍທອດເຕັກໂນໂລຢີຜະລິດວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ຫວຽດນາມ, ຂອບໃຈການຊ່ວຍເຫຼືອຂອງລັດເຊຍ ໃນຂົງເຂດນີ້.

ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ, ດ້ວຍບົດຮຽນໃນການປະຕິບັດວຽກງານ ແລະຄວາມສະໜິດຕິດພັນກັບຫວຽດນາມ ມາຫຼາຍປີນັ້ນ, ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນກວ່າອີກໃຫ້ແກ່ການພົວພັນຫວຽດນາມ-ລັດເຊຍ ອ້າຍນ້ອງ ໃນໄລຍະຈະມາເຖິງ. ສ່ວນ G.S.Bezdetko ຢັ້ງຢືນວ່າ, ສະຫະພັນລັດເຊຍ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ຖືຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງລັດເຊຍ ຢູ່ພາກພື້ນອາຊີ-ປາຊີຟິກ; ທ່ານ ຖືວ່າສອງປະເທດມີບັນດາເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມື. ທ່ານ Bezdetko ຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ລັດເຊຍ, ໂດຍສະເພາະແມ່ນໃນປີ 2020 ເມື່ອລັດເຊຍ ປະສົບກັບຄວາມຫຍຸ້ງຍາກ. ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ, ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຄາດວ່າ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂອງສອງປະເທດ ຈະເຊັນສັນຍາສະໜອງວັກຊິນໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານ Bezdetko ຢັ້ງຢືນຕື່ມອີກວ່າ, ໃນຖານະຕໍາແໜ່ງເປັນເອກອັກຄະລັດຖະທູດລັດເຊຍ ປະຈໍາຫວຽດນາມ, ຍາມໃດ ທ່ານ ກໍກຽມຄວາມພ້ອມ ແລະຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຫວຽດນາມ-ສະຫະພັນລັດເຊຍ ໃຫ້ຂຶ້ນສູ່ລະດັບສູງໃໝ່.

la.qdnd.vn

ເຫດການ
302 Found

Found

The document has moved here.