ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ

14:43 | 28/09/2021

ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການແຕ່ວັນທີ 25-28 ກັນຍາ.

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດກູບາ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດກູບາ
ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ສະແດງຄວາມຊົມເຊີຍທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ສະແດງຄວາມຊົມເຊີຍທ່ານລັດຖະມົນຕີການຕ່າງປະເທດອາເມລິກາ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ. (ພາບ: TTXVN)

ທີ່ການປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດ ໃນຕອນບ່າຍວັນທີ 23 ກັນຍາ, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລຖິທູຮັ່ງ ໃຫ້ຮູ້ວ່າ ການໄປຢ້ຽມຢາມດັ່ງກ່າວຂອງ ທ່ານລັດຖະມົນຕີ ບຸ່ຍແທງເຊີນ ແມ່ນເພື່ອແນໃສ່ປັບປຸງ ແລະ ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດສາກົນຮອບດ້ານ ຫວຽດນາມ - ລັດເຊຍ, ໃນນັ້ນມີການເມືອງ - ການທູດ; ເສດຖະກິດ - ການຄ້າ; ເຕັກນິກການທະຫານ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ -19.

ຄາດວ່າ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະມີການເຈລະຈາກັບ ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ແລະ ຈັດການພົບປະສົນທະນາກັບການນຳຂັ້ນສູງຂອງສະຫະພັນລັດເຊຍ ເພື່ອປຶກສາຫາລືການຮ່ວມມືລະຫວ່າງສອງປະເທດ ແລະ ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ສອງຝ່າຍມີຄວາມສົນໃຈລວມ, ກໍ່ຄືການແລກປ່ຽນປະສົບການ ໃນຂົງເຂດການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ -19.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.