ຍສໝ - ວັນທີ 16 ກັນຍາ, ຢູ່ແຂວງ ເງ້ອານ, ກອງບັນຊາການທະຫານຊາຍແດນແຂວງ ເງ້ອານ ໄດ້ເປີດຊຸດຝຶກອົບຮົມວຽກງານຄຸ້ມຄອງຊາຍແດນໃຫ້ແກ່ພະນັກງານທະຫານຊາຍແດນ 40 ຄົນຂຶ້ນກັບກອງບັນຊາການການທະຫານແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ໃນລະຫວ່າງວັນທີ 13 – 17 ພຶດສະພາ, ຢູ່ນະຄອນ ບ໋ວນມາທ້ວນ, ໂຮງຮຽນບຳລຸງສ້າງຜູ້ຄຸ້ມຄອງຂໍ້ມູນຂ່າວສານ ແລະ ສື່ສານ (ກະຊວງຖະແຫລງຂ່າວ ແລະ ສື່ສານ) ໄດ້ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້, ຄວາມສາມາດ, ວິຊາສະເພາະຂໍ້ມູນຂ່າວສານໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວຂໍ້ມູນຂ່າວສານຕ່າງປະເທດ ຢູ່ເຂດຊາຍແດນ.
ຍສໝ - ຕາມຂໍ້ມູນຂອງທະຫານຊາຍແດນແຂວງ ດັກນົງ, ໄດ້ມີນັກຮຽນທຸກຍາກເກືອບ 400 ຄົນໄດ້ຮັບການໜູນຊ່ວຍຈາກບັນດາລາຍການ, ໂຄງການ, ຮູບແບບຄື: “ຊ່ວຍນ້ອງໄປໂຮງຮຽນ”, “ລູກລ້ຽງຄ້າຍທະຫານຊາຍແດນ” “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ”... ດ້ວຍຍອດຈຳນວນເງິນກວ່າ 5 ຕື້ດົ່ງ, ໃນນັ້ນມີນັກຮຽນກຳປູເຈຍ 12 ຄົນ.
ຍສໝ - ການເຄື່ອນໄຫວລາດຕະເວນສອງຝ່າຍ, ລາດຕະເວນປະສົມແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງວຽກງານການພົວພັນຕ່າງປະເທດປ້ອງກັນຊາຍແດນ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.
ຍສໝ - ການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວທີ່ຂາດບໍ່ໄດ້ໃນວຽກງານພົວພັນຕ່າງປະເທດຊາຍແດນລະຫວ່າງສອງປະເທດ. ບັນດາບາດກ້າວເດີນທີ່ບໍ່ຮູ້ອິດຮູ້ເມື່ອຍລະຫວ່າງກຳລັງປົກປັກຮັກສາຊາຍແດນ ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ກັບກອງບັນຊາການທະຫານແຂວງຄໍາມ່ວນ (ລາວ) ໄດ້ປະກອບສ່ວນຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ
ຍສໝ - ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 3 ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນໃຫ້ນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ.
ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ລາຍການ ‘ພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ - ລາວ’ ຄັ້ງທີ 3 ປີ 2024 ໄດ້ເລີ່ມດຳເນີນຢູ່ ລາວ. ລາຍການດຳເນີນໄປເປັນເວລາ 4 ວັນຢູ່ຫຼາຍທ້ອງຖິ່ນຂອງ ລາວ.
ຍສໝ - ອາດຢັ້ງຢືນໄດ້ວ່າ ຮູບແບບແຮກສ່ຽວນີ້ໄດ້ ແລະພວມສ້າງຄວາມສະໜິດຕິດພັນ, ນຳມາເຊິ່ງຄວາມອີ່ມໜໍາສໍາລານ, ຄວາມສຸກໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ນັ້ນກໍ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.
ຍສໝ - ໂດຍປະຕິບັດທິດນຳ “ຄ້າຍເປັນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ປະຊາຊົນບັນດາເຜົ່າແມ່ນອ້າຍນ້ອງຄີງ” ດ້ວຍອາລົມຈິດ ແລະຄວາມຮັບຜິດຊອບ, ທະຫານຊາຍແດນ ແທງຮວ໊າ ໄດ້ໜູນຊ່ວຍ ແລະລະດົມກໍາລັງໃຈລູກຫຼານຂອງປະຊາຊົນເຂດຊາຍແດນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອກ້າວເດີນບົນເສັ້ນທາງປັນຍາຊົນ.
ຍສໝ - ວຽກງານບຳລຸງສ້າງຂອງວິທະຍາຄານຊາຍແດນ ໄດ້ປະກອບສ່ວນປະຕິບັດແນວທາງ, ນະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດ ແລະການທູດປ້ອງ ກັນຊາດ, ການທູດຊາຍແດນຢ່າງມີໄຊ, ພ້ອມທັງປະກອບສ່ວນສ້າງຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ຍສໝ - ໃນຊຸມປີຜ່ານມາ, ຄຽງຄູ່ກັບບັນດາເມືອງຕິດກັບຊາຍແດນຄື ເຮືອງເຊີນ ແລະຫວູກວາງ, ເມືອງເຮືອງເຄ ໄດ້ມີເຮັດຫຼາຍວຽກງານທີ່ມີຄວາມໝາຍເພື່ອຊ່ວຍເຫຼືອປະຊາຊົນລາວ ທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນຮ່ວມ ມີຄວາມຍາວ 51 ກິໂລແມັດຂອງເມືອງນາກາຍ, ແຂວງຄຳມ່ວນ (ລາວ). ໂດຍປະຕິບັດແຜນນະໂຍບາຍຂອງແຂວງ, ນັບແຕ່ປີ 2013 ມາຮອດປະຈຸບັນ, ເມືອງພູດອຍແຫ່ງນີ້ໄດ້ແຮກສ່ຽວກັບເມືອງນາກາຍ ແລະຮັກສາການພົວພັນຮ່ວມມື, ການໄປມາ, ຮ່ຳຮຽນ, ແລກປ່ຽນບົດຮຽນປະສົບການ, ຊ່ວຍເຫຼືອເພື່ອນລາວໃນຫຼາຍຂົງເຂດຢ່າງເປັນປະຈໍາ.
ຍສໝ - ໃນຊຸມປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ລາວ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນຜ່ານການເພີ່ມຂຶ້ນຢ່າງແຮງຂອງຈຳນວນສິນຄ້ານຳເຂົ້າ ແລະສົ່ງອອກຜ່ານດ່ານຊາຍແດນ. ລະບົບດ່ານຊາຍແດນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ, ພ້ອມກັບບັນດານະໂຍບາຍບຸລິມະສິດຂອງສອງລັດຖະບານໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວໃນການພົວພັນແລກປ່ຽນການຄ້າສອງສົ້ນ.
ຍສໝ - ວັນທີ 11 ສິງຫາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນ ໂດຍທ່ານພັນເອກພິເສດ ເຈີ່ນນາມຈຸງ, ຮອງຫົວໜ້າເສນາທິການ ທະຫານຊາຍແດນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ດຳເນີນການສຳຫຼວດ, ກວດກາວຽກງານກະກຽມຮັບໃຊ້ການຈັດຕັ້ງການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ.
ຍສໝ - ເຄື່ອງໃຊ້ໃນການລາດຕະເວນປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ, ນອກຈາກເຄື່ອງໃຊ້ທີ່ຈຳເປັນໃນການເຂົ້າປ່າແລ້ວ, ຢ່າງອາເຈ່ຍ ຍັງຖືກະປ໋ອງນ້ຳສະອາດ ເພື່ອເຊັດຖູຫຼັກໝາຍ, ຮັບປະກັນໃຫ້ຫຼັກໝາຍຍາມໃດກໍ່ສະອາດ. ເຖິງວ່າອາກາດຈະຮ້ອນເອົ້າ ຫຼື ຝົນຕົກ, ເດືອນລະຄັ້ງລາວກໍ່ໄປຢາມ, ກວດກາຫຼັກໝາຍຊາຍແດນ. ຮອຍຕີນຂອງລາວເປັນທີ່ລື້ງເຄີຍຢູ່ຕາມເສັ້ນທາງໃນປ່າທີ່ຍາວກວ່າ 10 ກິໂລແມັດນີ້.
ຍສໝ - ວັນທີ 28 ພຶດສະພາ, ຢູ່ຕາແສງ ບາເຕີ່ງ (ເມືອງ ເຮື່ອງຮວ໋າ, ແຂວງ ກວາງຈິ) ໄດ້ດຳເນີນກອງປະຊຸມສະຫຼຸບເບື້ອງຕົ້ນ15 ປີແຫ່ງການແຮກສ່ຽວ ກຸ່ມປະຊາຊົນສອງເບື້ອງຊາຍແດນລະຫວ່າງບ້ານລົວ, ຈຸ່ມ (ຕາແສງ ບາເຕີ່ງ, (ເມືອງ ເຮື່ອງຮວ໋າ, ແຂວງ ກວາງຈິ) ກັບບັນດາບ້ານ ອັນລະ, ອາຢົງ, ເຊ (ເມືອງ ສະໝ້ວຍ, ແຂວງ ສາລະວັນ, ລາວ).
ຍສໝ - ປະຊາຊົນທີ່ດຳລົງຊີວິດຢູ່ເຂດຊາຍແດນແຂວງກວາງຈິ ກັບແຂວງສະຫວັນນະເຂດ ແລະສາລະວັນ (ປະເທດລາວ) ມີຈຸດຄ້າຍຄືກັນຫຼາຍຢ່າງ ທາງດ້ານວັດທະນະທຳ, ພາສາ ແລະ ຮີດຄອງປະເພນີທຳການຜະລິດ. ແຕ່ໃດໆມາ, ພໍ່ແມ່ປະຊາຊົນໃນໝູ່ບ້ານຕ່າງໆທີ່ຢູ່ສອງຟາກຊາຍແດນ ໄດ້ເຄົາລົບ ແລະຖືກັນເປັນອ້າຍນ້ອງບ້ານໃກ້ຄຽງທີ່ສະໜິດສະໜົມ.
ຍສໝ - ໄປພ້ອມກັບການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຄ້າຍທະຫານຊາຍແດນຕາມເຮີບ ໄດ້ ແລະພວມປະຕິບັດຫຼາຍໂຄງການຊ່ວຍເຫຼືອປະຊາຊົນຢູ່ໃນບໍລິເວນຕິດກັບຊາຍແດນ.
ຍສໝ - ຕະຫຼາດແຕ່ນຕັ່ນ (ເທດສະບານເມືອງ ເມື່ອງລາດ) ຫ່າງຈາກດ່ານສາກົນ ແຕ່ນຕັ່ນ-ສົມຫວັງບໍ່ຮອດ 1 ກິໂລແມັດ, ສະນັ້ນ ພໍ່ແມ່ປະຊາຊົນບ້ານຕ່າງໆທີ່ຢູ່ຕິດກັບຊາຍແດນຂອງເມືອງ ສົບເບົາ ມັກໄປຕະຫຼາດເພື່ອຊື້-ຂາຍ.
ຍສໝ - ປີ 2024 ແມ່ນ 10 ປີແຫ່ງການປະຕິບັດບົດບັນທຶກຊ່ວຍຈຳການລົງນາມໃນບັນດາເນື້ອໃນການຮ່ວມມືພັດທະນາລະຫວ່າງ ເມືອງ ນາມຢາງ (ແຂວງ ກວາງນາມ) ແລະ ເມືອງ ດາກຈຶງ (ແຂວງ ເຊກອງ). ການພົວພັນລະຫວ່າງສອງທ້ອງຖິ່ນຍາມໃດກໍ່ໄດ້ຮັດແໜ້ນດ້ວຍບັນດາການເຄື່ອນໄຫວລະອຽດ ເຊິ່ງໄດ້ປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອຄວາມສາມັກຄີ ຫວຽດນາມ - ລາວ.
ຍສໝ - ປູກຕົ້ນໄມ້ມິດຕະພາບ; ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ; ການແຂ່ງຂັນຕີດອກປິກໄກ່ ແລະ ບານສົ່ງມິດຕະພາບ... ແມ່ນບັນດາການເຄື່ອນໄຫວທີ່ຟົດຟື້ນໃນໂຄງການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ນາຍຕຳຫຼວດໜຸ່ມ ກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດ ລາວ. ໂຄງການດັ່ງກ່າວໄດ້ດຳເນີນໃນວັນທີ 8 ກໍລະກົດ ຢູ່ດ່ານຊາຍແດນສາກົນ ເບີອີ (ຕາແສງ ເປີອີ, ເມືອງ ງອກໂຮ່ຍ, ແຂວງ ກອນຕູມ, ຫວຽດນາມ).