ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ

21:14 | 22/10/2024

ຍສໝ - ຕອນບ່າຍວັນທີ 22 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການ ດ້ວຍພິທີຕ້ອນຮັບຄະນະຜູ້ແທນລາວ ຢ່າງສົມກຽດຢູ່ ດ່ານຊາຍແດນ ລ່ອງເຊິບ, ເມືອງມົກເຈົາ (ແຂວງເຊີນລາ) ເພື່ອເຂົ້າຮ່ວມບັນດາການ ເຄື່ອນໄຫວທໍາອິດໃນຂອບເຂດງານພົບປະແລກປ່ຽນ.

ກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2
ລຸ້ນໜຸ່ມ ຫວຽດນາມ - ລາວ ແມ່ນບັນດາຜູ້ທີ່ສືບທອດພາລະກິດແຫ່ງການປົກປັກຮັກສາ ແລະພັດທະນາການພົວພັນລະຫວ່າງ 2 ປະເທດ ລຸ້ນໜຸ່ມ ຫວຽດນາມ - ລາວ ແມ່ນບັນດາຜູ້ທີ່ສືບທອດພາລະກິດແຫ່ງການປົກປັກຮັກສາ ແລະພັດທະນາການພົວພັນລະຫວ່າງ 2 ປະເທດ

ຄະນະຜູ້ແທນລາວ ນໍາໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພິທີຕ້ອນຮັບ ຢ່າງເປັນທາງການໄດ້ຈັດຂຶ້ນຢ່່າງສົມກຽດພາຍໃຕ້ການເປັນປະທານຂອງທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະ ພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ພົນເອກ ຟານວັນຢາງ ຕ້ອນຮັບພົນເອກ ຈັນສະໝອນ ຈັນຍາລາດ. ພາບ: vtcnews.vn
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ພົນເອກ ຟານວັນຢາງ ແລະພົນເອກ ຈັນສະໝອນ ຈັນຍາລາດ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: vtcnews.vn
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ພົນເອກ ຟານວັນຢາງ ແລະພົນເອກ ຈັນສະໝອນ ຈັນຍາລາດ ປູກຕົ້ນໄມ້ມິດຕະພາບທີ່ດ່ານຊາຍແດນລ່ອງເຊິບ. ພາບ: vtcnews.vn
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ຄະນະຜູ້ແທນທັງສອງຝ່າຍຖ່າຍຮູບລວມ. ພາບ: vtcnews.vn

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ຈັດຕັ້ງແຕ່ວັນທີ 22-23 ຕຸລາ ຢູ່ເຂດເມືອງມົກເຈົາ (ແຂວງເຊີນລາ) ແລະເມືອງສົບເບົາ (ແຂວງຫົວພັນ). ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ແລະລາວ ຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນ ຊາດເຂດຊາຍແດນ, ແມ່ນໂອກາດ ເພື່ອໃຫ້ສອງປະເທດສືບຕໍ່ ຢັ້ງຢືນແຜນ ນະໂຍບາຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ເຊິ່ງໄດ້ຮັບ ການກໍານົດວ່າ ແມ່ນເສົາຄໍ້າສໍາຄັນຂອງການພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ປະກອບສ່ວນໂດຍກົງເຂົ້າໃນການປັບປຸງການພົວພັນ ສະໜິດແໜ້ນລະຫວ່າງສອງປະເທດ, ພິເສດແມ່ນລະຫວ່າງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນເຂດຊາຍແດນ, ພ້ອມກັນນັ້ນ ຍົກສູງຄວາມຮັບຜິດຊອບຂອງກໍາລັງປ້ອງກັນຊາຍແດນສອງປະເທດຮ່ວມ ແຮງຮ່ວມໃຈສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າອີກ ໃນການຄຸ້ມຄອງ, ປ້ອງກັນຊາຍແດນ, ຫຼັກໝາຍຊາຍແດນ, ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ.

ພາຍຫຼັງພິທີຕ້ອນ, ຄະນະຜູ້ແທນທັງສອງປະເທດຫວຽດນາມ ແລະລາວ ໄດ້ເຂົ້າຮ່ວມບັນດາກິດຈະກໍາທໍາອິດຢູ່ເມືອງມົກເຈົາ (ແຂວງເຊີນລາ) ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ.

ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ປູກຕົ້ນໄມ້ມິດຕະພາບທີ່ດ່ານຊາຍແດນລ່ອງເຊິບ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ພົນເອກ ຟານວັນຢາງ ແລະພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະທັງສອງຝ່າຍຊົມການຝຶກຊ້ອມ. ພາບ: vtcnews.vn

ຫຼັງຈາກນັ້ນ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ຢ້ຽມຊົມການຝຶກຊ້ອມ ຮ່ວມສະກັດກັ້ນ ແລະຈັບກຸ່ມອາດຊະຍາກໍາຂ້າມຊາຍແດນ.

dງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ການຝຶກຊ້ອມຮ່ວມສະກັດກັ້ນ ແລະຈັບກຸ່ມອາດຊະຍາກໍາຂ້າມຊາຍແດນ. ພາບ: vtcnews.vn

ໃນຊຸມປີຜ່ານມາ, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນ ລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໃນທົ່ວເສັ້ນຊາຍແດນ ສອງປະເທດໂດຍພື້ນຖານແມ່ນມີຄວາມສະຫງົບ; ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ໄດ້ຮັບການຄຸ້ມຄອງ ແລະປົກປັກຮັກສາເປັນຢ່າງດີ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຮັກສາການແລກປ່ຽນຂໍ້ມູນຂ່າວ ສານ, ຮ່ວມມືຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາເຂດຊາຍແດນ, ເປັນ ຕົ້ນແມ່ນອາດຊະຍາກໍາຢາເສບຕິດ, ການສໍ້ໂກງການຄ້າ, ການຄ້າເຖື່ອນ, ສະກັດກັ້ນການພົບພະຍົບຢ່າງເສລີ, ເຂົ້າ-ອອກເມືອງຜິດກົດໝາຍ; ໂຄສະນາ ເຜີຍແຜ່, ສຶກສາອົບຮົມໃຫ້ປະຊາຊົນເຂດຊາຍແດນ ປະຕິບັດສັນ ຍາວ່າດ້ວຍການຮ່ວມມືຊາຍແດນລະຫວ່າງສອງປະເທດ ໄດ້ເປັນຢ່າງດີ; ຍູ້ແຮງການພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບັນດາທ້ອງຖິ່ນ, ກົມກອງ ເຂດຊາຍແດນ, ສ້າງເງື່ອນໄຂໃຫ້ປະຊາຊົນເຂດຊາຍແດນສອງປະເທດ ພັດທະນາເສດຖະກິດ ແລະມີຊີວິດທີ່ເປັນປົກກະຕິ.

ພາຍຫຼັງສິ້ນສຸດກິດຈະກຳທໍາອິດ, ຄະນະຜູ້ແທນສອງປະເທດໄດ້ໄປ ຢ້ຽມຢາມຄ້າຍທະຫານຊາຍແດນ ດ່ານຊາຍແດນລ່ອງເຊິບ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ປູກຕົ້ນໄມ້ທີ່ລະນຶກຢູ່ຄ້າຍທະຫານຊາຍແດນ ດ່ານຊາຍແດນລ່ອງເຊິບ. ພາບ: qdnd.vn

ຢູ່ທີ່ນີ້, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ປູກຕົ້ນໄມ້ທີ່ລະນຶກ ແລະຢື້ຢາມຖາມຂ່າວພະນັກງານ, ນັກຮົບຢູ່ຄ້າຍທະຫານຊາຍແດນ ດ່ານຊາຍແດນລ່ອງເຊິບ.

ຕໍ່ຈາກນັ້ນ, ຄະນະຜູ້ແທນຂອງສອງປະເທດ ໄດ້ເຂົ້າຮ່ວມພິທີເປີດ ສະຫຼອງໂຄງການກໍ່ສ້າງອາຄານຫ້ອງຮຽນໃນໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ ຢູ່ເມືອງ ມົກເຈົາ (ແຂວງ ເຊີນລາ).

ນີ້ແມ່ນກິດຈະກໍາໂດຍ ກະຊວງປ້ອງກັນປະເທດຫວຽດນາມ ລົງທຶນ ດ້ວຍເຕັກໂນໂລຢີທີ່ກ້າວໜ້າ, ມີພື້ນຖານດ້ານວັດຖຸ, ອຸປະກອນການ ຮຽນຄົບຖ້ວນໃຫ້ແກ່ນັກຮຽນ ແລະຄູອາຈານ; ແມ່ນໂຄງການທີ່ ມີຄວາມໝາຍສຳຄັນ, ສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນ ທີ່ມີຄຸນນະພາບສູງ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກຮຽນພັດທະນາ ຄວາມຮູ້, ຄວາມສາມາດຢ່າງຮອບດ້ານ, ປະກອບສ່ວນຍົກສູງ ລະດັບຄວາມຮູ້, ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ທ້ອງຖິ່ນ ແລະປະເທດ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ປະຊາຊົນ ຕ້ອນຮັບທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ມາເຂົ້າຮ່ວມພິທີເປີດສະຫຼອງອາຄານຫ້ອງຮຽນ ໃນໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ. ພາບ:qdnd.vn
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ຕັດແຖບຜ້າເປີດສະຫຼອງໂຄງການກໍ່ສ້າງອາຄານຫ້ອງຮຽນໃນໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ. ພາບ:qdnd.vn

ກ່າວຄໍາເຫັນຢູ່ທີ່ນີ້, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕີລາຄາສູງຄວາມເອົາໃຈໃສ່ຂອງພັກ, ລັດຖະບານ, ກະຊວງປ້ອງກັນ ປະເທດ ຫວຽດນາມ ໃຫ້ໂຮງຮຽນ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າ: ການກໍ່ສ້າງອາຄານຫ້ອງຮຽນ ເປັນການສະແດງໃຫ້ເຫັນ ຢ່າງຈະແຈ້ງເຖິງການຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ, ລັດຫວຽດນາມ, ເປັນຕົ້ນແມ່ນເຂດຫ່າງໄກສອກຫຼີກ ເພື່ອແນໃສ່ “ບໍາລຸງກໍ່ສ້າງພວກຫຼານ ໃຫ້ກາຍເປັນແຫຼ່ງຊັບພະຍາກອນມະນຸດ ອັນລ້ຳຄ່າ; ເປັນອະນາຄົດຂອງປະເທດຊາດ, ກາຍເປັນພະນັກງານ, ນັກຮົບທີ່ຈະສືບທອດມູນເຊື້ອການປະຕິວັດໃນອະນາຄົດ.”

ຫຼັງຈາກນັ້ນ, ທ່ານພົນເອກ ຟານວັນຢາງ ໄດ້ພົບປະເຈລະຈາກັບ ທ່ານພົນເອກ ຈັນສະໝອນ ຈັນຍາລາດ.

ທີ່ການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ປີ 2024 ໄດ້ເຫັນປະຈັກຕາຫຼາຍເຫດການສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ ແລະສອງກອງທັບ.

ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ພາຍຫຼັງ 5 ປີແຫ່ງການ ຜັນຂະຫຍາຍອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2020-2024, ສອງຝ່າຍບັນລຸໄດ້ບັນດາໝາກຜົນສຳຄັນ ແລະແທດຈິງ, ຫຼາຍຂົງເຂດລື່ນກາຍຄາດໝາຍທີ່ວາງໄວ້.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ບັນຍາກາດທີ່ທີ່ການພົບປະເຈລະຈາ. ພາບ:qdnd.vn

ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢືນຢັນວ່າ, ງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ແມ່ນຮູບ ແບບການຮ່ວມມືຢ່າງມີປະສິດທິຜົນ, ເປັນເອກະລັກສະ ເພາະພິເສດລະ ຫວ່າງສອງປະເທດ, ພ້ອມທັງແມ່ນການເຄື່ອນໄຫວ ທີ່ມີຄວາມໝາຍທາງ ດ້ານການເມືອງຢ່າງເລິກເຊິ່ງ, ສະແດງຄວາມຕັດສິນໃຈດ້ານການເມືອງ ຂອງພັກ, ລັດ, ກອງທັບ, ບັນດາທ້ອງຖິ່ນ ແລະພິເສດແມ່ນປະຊາຊົນ ແລະກຳລັງປ້ອງກັນຊາຍແດນຂອງສອງປະເທດ ຫວຽດນາມ - ລາວ.

ທີ່ການພົບປະ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງສຸມໃສ່ເຂົ້າໃນບາງເນື້ອໃນຮ່ວມມືຈຸດສຸມ. ກ່ອນອື່ນໝົດ, ເພີ່ມທະວີການຮ່ວມມືໃນວຽກງານພັກ ແລະວຽກງານການ ເມືອງ, ໃນນັ້ນ ສຸມໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບ ປະຫວັດສາດ, ຄວາມໝາຍ ແລະຄວາມສຳຄັນຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ, ພິເສດແມ່ນບັນດາເຫດການ ສຳຄັນຂອງສອງປະເທດ, ສອງກອງທັບ. ພ້ອມກັນນັ້ນ, ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ເພີ່ມທະວີການ ຮ່ວມມືໃນວຽກງານການທະຫານ ແລະປ້ອງກັນຊາດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນການທະຫານ; ຮ່ວມມືຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ; ການຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ...

ສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ລົງນາມໃນອະນຸສັນຍາກ່ຽວກັບການຮ່ວມມື ດ້ານ ປ້ອງກັນຊາດ ໄລຍະ 2025 – 2029 ແລະແຜນການຮ່ວມມື 2025.

ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ

ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແມ່ນອົງການນຳໜ້າໃນການຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ. ​ໂດຍ​ການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ວັດທະນະທຳ, ງານ​ວາງສະ​ແດງ, ກອງ​ປະຊຸມ, ການສຳ​ມະ​ນາ, ພິມຈຳໜ່າຍ​ປຶ້ມ​ແນະນຳກ່ຽວກັບ ​ອິນ​ເດຍ... ສະມາຄົມ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ​ປັບປຸງການ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ (1947 – 2024), ວັນທີ 12 ກໍລະກົດ, ຢູ່ນະຄອນ ດົ່ງຮ່າ (ແຂວງ ກວາງຈີ້), ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະມາຄົມສົ່ງເສີມການສຶກສາແຂວງ ກວາງຈີ້ ຈັດຕັ້ງໂຄງການມອບເຮືອນໃຫ້ບັນດາຄອບຄົວນະໂຍບາຍ ແລະ ...

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.