ກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2

00:19 | 01/10/2024

ຍສໝ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ຄາດວ່າ ຈະຈັດຕັ້ງໃນເດືອນ ຕຸລາ 2024 ຢູ່ບໍລິເວນເມືອງມົກເຈົາ ແຂວງເຊີນລາ ຂອງຫວຽດນາມ ແລະເມືອງສົບເບົາ, ແຂວງຫົວພັນຂອງລາວ. ເດືອນສິງຫາ ຜ່ານມານີ້, ຄະນະປະຕິບັດງານກະຊວງປ້ອງກັນປະເທດຂອງສອງປະເທດຫວຽດນາມ-ລາວ ໄດ້ດໍາເນີນການສໍາຫຼວດ, ກວດກາວຽກງານກະກຽມໃຫ້ແກ່ການຈັດຕັ້ງງານພົບປະແລກປ່ຽນດັ່ງກ່າວຢູ່ບໍລິເວນເມືອງມົກເຈົາ ແລະເມືອງສົບເບົາ.

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ
ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ

ວັນທີ 30 ກັນຍາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງກວດກາຄືນວຽກງານກະກຽມໃຫ້ແກ່ການຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ຢູ່ເມືອງ ມົກເຈົາ, ແຂວງເຊີນລາ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ຄາດວ່າ ຈະຈັດຕັ້ງໃນເດືອນ ຕຸລາ 2024 ຢູ່ບໍລິເວນເມືອງມົກເຈົາ ແຂວງເຊີນລາ ຂອງຫວຽດນາມ ແລະເມືອງສົບເບົາ, ແຂວງຫົວພັນຂອງລາວ. ເດືອນສິງຫາ ຜ່ານມານີ້, ຄະນະປະຕິບັດງານກະຊວງປ້ອງກັນປະເທດຂອງສອງປະເທດຫວຽດນາມ-ລາວ ໄດ້ດໍາເນີນການສໍາຫຼວດ, ກວດກາວຽກງານກະກຽມໃຫ້ແກ່ການຈັດຕັ້ງງານພົບປະແລກປ່ຽນດັ່ງກ່າວຢູ່ບໍລິເວນເມືອງມົກເຈົາ ແລະເມືອງສົບເບົາ.

ກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2
ທ່ານພົນໂທ ຮວ່າງຊວນຈ໊ຽນ ລົງກວດກາຄືນວຽກງານກະກຽມໃຫ້ແກ່ການຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຢູ່ດ່ານຊາຍແດນລ໊ອງເຊິບ. ພາບ: ດ່າວຢຸຍຕ໊ວນ

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຄະນະໄດ້ລົງກວດກາຕົວຈິງວຽກງານກະກຽມຢູ່ບັນດາສະຖານທີ່ເຊິ່ງຄາດວ່າຈະຈັດກິດຈະກຳເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນ, ຄື: ດ່ານຊາຍແດນລ໊ອງເຊິບ, ຄ້າຍທະຫານຊາຍແດນລ໊ອງເຊິບ, ໂຮງຮຽນຊົນເຜົ່າເຄິ່ງກິນນອນປະຖົມ ແລະມັດທະຍົມຕອນຕົ້ນລ໊ອງເຊິບ, ສູນບໍລິຫານງານເມືອງມົກເຈົາ... ຢູ່ແຕ່ລະບ່ອນທີ່ໄດ້ລົງໄປກວດການັ້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ໃຫ້ຄໍາຄິດເຫັນ, ເຫັນດີເປັນເອກະພາບກ່ຽວກັບຂອບເຂດ, ຂະໜາດ, ວິທີການຜັນຂະຫຍາຍວຽກງານນັບແຕ່ດ້ານເນື້ອໃນ, ພິທີການ, ແນວຫຼັງ, ປະດັບປະດາ, ສະເຫຼີມສະຫຼອງຈົນເຖິງການຮັບປະກັນການຄົມມະນາຄົມ, ການຮັກສາຄວາມສະຫງົບ, ປອດໄພ, ຂໍ້ມູນຕິດຕໍ່ສື່ສານ, ການແພດ...; ຮັບຟັງການລາຍງານ ແລະສະຫຼຸບສໍາລັບຄຳຄິດເຫັນ ແລະຂໍ້ສະເໜີຂອງບັນດາອົງການ, ກົມກອງທີ່ກ່ຽວຂ້ອງ. ໂດຍເນັ້ນໜັກວ່າ ນັບແຕ່ນີ້ຈົນຮອດເວລາດໍາເນີນງານພົບປະແລກປ່ຽນແມ່ນຍັງບໍ່ຫຼາຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດລາວ ກໍ່ຄືກັບບັນດາພະແນກ, ຄະນະ, ຂະແໜງການ, ທ້ອງຖິ່ນຂອງແຂວງເຊີນລາ ແລະແຂວງຫົວພັນ ເພື່ອຟ້າວເຮັດວຽກງານກະກຽມໃຫ້ສຳເລັດ, ຮັບປະກັນຈັດຕັ້ງການເຄື່ອນໄຫວໃນຂອບເຂບງານພົບປະແລກປ່ຽນສໍາເລັດ.

ຕອນເຊົ້າວັນທີ 30 ກັນຍາ, ຢູ່ເຂດດ່ານຊາຍແດນລອງເຊິບ, ເມືອງ ມົກເຈົາ, ແຂວງ ເຊີນລາ, ທ່ານພັນເອກພິເສດ ຫງວຽນແທ່ງຫາຍ, ຮອງຫົວໜ້າການເມືອງທະຫານຊາຍແດນຫວຽດນາມ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະພັນເອກ ອໍາພັນ ໄຊຍາສຸບັດ, ຮອງຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ໄດ້ມີການພົບປະແລກປ່ຽນ ແລະເຫັນດີກ່ຽວກັບແຜນການຈັດຕັ້ງການເຄື່ອນໄຫວຕ່າງໆກ່ອນທີ່ຈະດຳເນີນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2.

ການເຄື່ອນໄຫວຕົ້ນຕໍຂອງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ຈະດຳເນີນໃນວັນທີ 22 – 23 ຕຸລາ, ຢູ່ເຂດຊາຍແດນເມືອງ ມົກເຈົາ, (ແຂວງ ເຊີນລາ, ຫວຽດນາມ) ແລະເມືອງສົບເບົາ (ແຂວງຫົວພັນ, ລາວ). ລາຍການດັ່ງກ່າວມີການເຂົ້າຮ່ວມຂອງການນໍາຂັ້ນສູງຂອງລັດຖະບານ; ກະຊວງປ້ອງກັນປະເທດ ແລະບັນດາຂະແໜງການຫວຽດນາມ - ລາວ. ໃນຂອບເຂດຂອງລາຍການ, ມີການເຄື່ອນໄຫວຫຼາຍຢ່າງຖືກຈັດຕັ້ງຢູ່ເຂດຊາຍແດນຂອງ 2 ປະເທດ, ຄື: ມອບງົວພັນ; ກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ບັນດາຊົນເຜົ່າຢູ່ເຂດຊາຍແດນ;...

ກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2
ສອງຝ່າຍເຫັນດີເປັນເອກະພາບຕໍ່ແຜນການທີ່ໄດ້ວາງອອກ ເພື່ອໃຫ້ການຈັດຕັ້ງການເຄື່ອນໄຫວໄດ້ດຳເນີນດ້ວຍຜົນສຳເລັດຢ່າງຈົບງາມ. ພາບ: ຫວຽດລາມ

ໂດຍປະຕິບັດຕາມແຜນການທີ່ໄດ້ວາງອອກ, ຕອນເຊົ້າວັນທີ 2 ຕຸລາ, ທ່ານພັນເອກພິເສດ ຫງວຽນແທ່ງຫາຍ, ຮອງຫົວໜ້າການເມືອງທະຫານຊາຍແດນຫວຽດນາມ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະພັນເອກ ອໍາພັນ ໄຊຍາສຸບັດ, ຮອງຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ຈະເປັນປະທານບາງກິດຈະກໍາທີ່ຈັດຂຶ້ນກ່ອນດຳເນີນລາຍການພົບປະແລກປ່ຽນ, ໃນນັ້ນມີ: ມອບທຶນການສຶກສາໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນ; ຈັດການແຂ່ງຂັນແລ່ນ ແລະລານໃຫ້ຖັນແຖວນາຍທະຫານໜຸ່ມຂອງຫວຽດນາມ ແລະລາວ;...

ພັນເອກພິເສດ ຫງວຽນແທ່ງຫາຍ ແລະພັນເອກ ອໍາພັນ ໄຊຍາສຸບັດ ໄດ້ປຶກສາຫາລື ແລະເປັນເອກະພາບຕໍ່ແຜນການຈັດຕັ້ງການເຄື່ອນໄຫວຕ່າງໆໃຫ້ດຳເນີນຖືກຕາມແຜນການ ແລະປະສົບຜົນສຳເລັດຢ່າງຈົບງາມ. ຜ່ານນັ້ນເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນສອງຟາກຊາຍແດນ.

ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

ຍສໝ - ວັນ​ທີ 11 ສິງຫາ, ຄະນະປະຕິບັດງານ​ກອງ​ບັນຊາ​ການ​ທະຫານ​​ຊາຍ​ແດນ ​ໂດຍ​ທ່ານ​ພັນ​ເອກພິເສດ ​ເຈີ່ນ​ນາມ​ຈຸງ, ຮອງຫົວໜ້າ​ເສນາ​ທິການ ທະຫານ​ຊາຍແດນ ​ຫວຽດນາມ ເປັນຫົວໜ້າຄະນະ ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ, ກວດກາ​ວຽກ​ງານ​ກະກຽມ​ຮັບ​ໃຊ້ການ​​ຈັດ​ຕັ້ງການພົບປະແລກປ່ຽນມິດຕະພາບການປ້ອງ​ກັນ​ປະ​ເທດ​ຊາຍ​ແດນ ຫວຽດນາມ - ລາວ ຄັ້ງທີ 2 ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ.

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ

ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຊີ້ນຳວຽກງານ ກະກຽມເຜີຍແຜ່ ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຢູ່ແຂວງຈຳປາສັກ, ໃນວັນທີ 19 ເມສາ 2021, ທີ່ສຳນັກງານຫ້ອງວ່າການ ແຂວງຈຳປາສັກ, ໂດຍການຕ້ອນຮັບຂອງ ...

ແສງເດືອນ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.