ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ພ້ອມກັນພັດທະນາ

15:00 | 31/08/2024

ຍສໝ - ການເຄື່ອນໄຫວລາດຕະເວນສອງຝ່າຍ, ລາດຕະເວນປະສົມແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງວຽກງານການພົວພັນຕ່າງປະເທດປ້ອງກັນຊາຍແດນ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.

ທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ  ຮ່ວມແຮງຮ່ວມໃຈສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ ທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຮ່ວມແຮງຮ່ວມໃຈສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ
"ສວນໄມ້ແປກມິດຕະພາບ" - ສັນຍາລັກຂອງຄວາມສາມັກຄີ, ການຮ່ວມມື ແລະ ພ້ອມກັນພັດທະນາ

ແຂວງແທັງຮວ໊າ ມີເສັ້ນຊາຍແດນ 213,6 ກິໂລແມັດ ແລະມີດ່ານຊາຍແດນ 3 ແຫ່ງ ແມ່ນດ່ານສາກົນນາແມ່ວ-ນໍ້າຊອຍ, ດ່ານຊາຍແດນແຫ່ງຊາດ ແຕ໊ນຕັ່ນ-ສົມຫວັງ, ດ່ານຊາຍແດນທ້ອງຖິ່ນແຄ້ວ-ຕາເຫຼົາ ແລະປ້ອມຄວບຄຸມຊາຍແດນ, ພ້ອມດ້ວຍທາງນ້ອຍໄປມາຊາຍແດນຕິດກັບແຂວງຫົວພັນ (ລາວ).

ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ພ້ອມກັນພັດທະນາ
ຄ້າຍທະຫານຊາຍແດນ ນາແມ່ວ ແລະກອງຮ້ອຍທະຫານຊາຍແດນ 218, ກອງບັນຊາການທະຫານແຂວງຫົວພັນ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ. ພາບ: truyenhinhthanhhoa.vn

ໂດຍປະຕິບັດຕາມແຜນນະໂຍບາຍການພົວພັນຕ່າງປະເທດລະຫວ່າງສອງພັກ, ສອງລັດ, ເສີມຂະຫຍາຍມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ-ລາວ, ແຂວງແທັງຮວ໊າ-ຫົວພັນ, ໃນໄລຍະຜ່ານມາ, ຄະນະພັກກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ ປະກາດໃຊ້ແຜນນະໂຍບາຍ, ນະໂຍບາຍການພົວພັນຕ່າງປະເທດໃຫ້ເໝາະສົມກັບສະພາບຕົວຈິງ; ພ້ອມທັງຊີ້ນໍາປ້ອມຊາຍແດນຍູ້ແຮງວຽກງານການສຶກສາອົບຮົມດ້ານແນວຄິດການເມືອງ; ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມທັກສະວິຊາການ, ຄວາມຮູ້ທາງດ້ານກົດໝາຍ, ສັນຍາ, ສົນທິສັນຍາວ່າດ້ວຍກົດລະບຽບຊາຍແດນ.

ດ້ານອື່ນ, ພະນັກງານ, ນັກຮົບທີ່ຢູ່ຕາມຄ້າຍທະຫານຊາຍແດນກໍ່ເປັນເຈົ້າການພົບປະ, ແລກປ່ຽນສະພາບການ, ຮັກສາລະບອບປະຊຸມກັບກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນລາວຢ່າງເຂັ້ມງວດ, ເປັນປະຈໍາ; ສ້າງອາລົມຈິດອັນສະໜິດຕິດພັນ, ສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງໃນຂະບວນການສົມທົບກັນປະຕິບັດໜ້າທີ່. ໃນນັ້ນ, ການເຄື່ອນໄຫວລາດຕະເວນສອງຝ່າຍ, ລາດຕະເວນປະສົມແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງວຽກງານການພົວພັນຕ່າງປະເທດປ້ອງກັນຊາຍແດນ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ນັບແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ສອງຝ່າຍໄດ້ຈັດຕັ້ງການພົບປະເຈລະຈາ 24 ຄັ້ງ ແລະຈັດຕັ້ງການລາດຕະເວນສອງຝ່າຍ 21 ຄັ້ງ/ພະນັກງານ, ນັກຮົບ 504 ຄົນເຂົ້າຮ່ວມ. ຝ່າຍຫວຽດນາມ ໄດ້ຈັດຕັ້ງ 25 ຄະນະໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ກໍາລັງປ້ອງກັນຄວາມສະຫງົບ, ການທະຫານເມືອງສົບເບົາ, ວຽງໄຊ ແລະເມືອງຊໍາໃຕ້.

ເພື່ອຮັດແໜ້ນນ້ຳໃຈສາມັກຄີມິດຕະພາບຂອງກຳລັງປ້ອງກັນຊາຍແດນ ແລະປະຊາຊົນຢູ່ເຂດຊາຍແດນ, ໃນຊຸມປີຜ່ານມາ, ທະຫານຊາຍແດນແຂວງແທັງຮວ໊າ ໄດ້ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງ, ທ້ອງຖິ່ນຈັດຕັ້ງການແຮກສ່ຽວຄູ່ບ້ານທີ່ຢູ່ສອງຟາກຊາຍແດນໄດ້ 17 ຄູ່ ແລະຮັກສາການແຮກສ່ຽວລະຫວ່າງ 6 ຄ້າຍທະຫານຊາຍແດນ ແລະ 3 ກອງຮ້ອຍທະຫານຊາຍແດນຂອງປະເທດເພື່ອນລາວ. ຄຽງຂ້າງນັ້ນ, ທະຫານຊາຍແດນແຂວງແທັງຮວ໊າ ກໍ່ໄດ້ປະກອບສ່ວນ, ໜູນຊ່ວຍການກໍ່ສ້າງ “ເຮືອນມິດຕະພາບ” 3 ຫຼັງ, ຫ້ອງຮຽນ 2 ຫ້ອງ, ຫໍວັດທະນະທໍາ 1 ແຫ່ງ, ໜູນຊ່ວຍ ການກໍ່ສ້າງຄ້າຍທະຫານໃຫ້ກອງບັນຊາການທະຫານແຂວງຫົວພັນ; ຊ່ວຍເຫຼືອນັກສຶກສາລາວ 11 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ໄດ້ໄປໂຮງຮຽນ ດ້ວຍເງິນຊ່ວຍເຫຼືອແຕ່ລະເດືອນ 500.000 ດົ່ງ.

ພ້ອມທັງສົມທົບກັນຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນຢູ່ສອງຟາກຊາຍແດນປະຕິບັດສັນຍາ, ດຳລັດ, ກົດລະບຽບວ່າດ້ວຍຊາຍແດນຫວຽດນາມ-ລາວ ຢ່າງເຂັ້ມງວດ. ໜູນຊ່ວຍພາຫະນະການຜະລິດ, ຊ່ວຍເຫຼືອເພື່ອນມິດພັດທະນາເສດຖະກິດ-ສັງຄົມ; ກວດ, ປິ່ນປົວພະຍາດໃຫ້ປະຊາຊົນຢູ່ສອງຟາກຊາຍແດນ. ພ້ອມກັນນັ້ນສອງຝ່າຍກໍ່ຮ່ວມມືປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງແຫ່ງຊາດ, ສັນຍາ, ອະນຸສັນຍາກ່ຽວກັບກົດລະບຽບຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນຢູ່ເຂດຊາຍແດນໄດ້ໄປມາ, ຢ້ຽມຢາມຖາມຂ່າວຍາດຕິພີ່ນ້ອງ ແລະແລກປ່ຽນສິນຄ້າ, ເປີດກວ້າງການພົບປະແລກປ່ຽນພັດທະນາເສດຖະກິດ-ສັງຄົມ.

ສືບຕໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ, ກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ຈະສືບຕໍ່ເປັນເສນາທິການໃຫ້ອຳນາດການປົກຄອງຢູ່ສອງຟາກຊາຍແດນຜັນຂະຫຍາຍປະຕິບັດເອກະສານກົດໝາຍກ່ຽວກັບຊາຍແດນ, ຜືນແຜ່ນດິນ, ຈຸດສຸມແມ່ນສັນຍາວ່າດ້ວຍກົດລະບຽບຊາຍແດນ, ບົດບັນທຶກຊ່ວຍຈໍາ, ຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນ, ຕ້ານໄພທໍາມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະສິ່ງແວດລ້ອມ; ສືບຕໍ່ໂຄສະນາ, ສຶກສາກົດໝາຍຂອງແຕ່ລະປະເທດໃຫ້ປະຊາຊົນຢູ່ເຂດຊາຍແດນ, ຂົນຂວາຍປະຊາຊົນບໍ່ໃຫ້ກະທົບເຖິງເຂດຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ. ເພີ່ມທະວີການລາດຕະເວນສອງຝ່າຍ, ກວດພົບ, ປ້ອງກັນ ແລະສະກັດກັ້ນການເຄື່ອນໄຫວຜິດກົດໝາຍ...

ກອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດເຂດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ ກອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດເຂດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ

ຍສໝ - ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ແກ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງເງະອານ ວາງອອກມາດຕະການໃນການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ; ຮັກສາການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ; ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນສອງປະເທດ ຫວຽດນາມ-ລາວ; ...

ກອງປະຊຸມ AMM 55: ຫວຽດນາມ ຮຽກຮ້ອງບັນດາປະເທດສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ຮ່ວມມື ກອງປະຊຸມ AMM 55: ຫວຽດນາມ ຮຽກຮ້ອງບັນດາປະເທດສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ຮ່ວມມື

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.

ແສງເດືອນ

ເຫດການ
302 Found

Found

The document has moved here.