ຫວຽດນາມ-ລາວ ສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ

00:00 | 22/10/2024

ຍສໝ - ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ຢູ່ຊາຍແດນລາໄລ ຍັງໄດ້ສະແດງໃຫ້ເຫັນໃນບັນດາກໍາລັງປະຕິບັດໜ້າທີ່ປົກປັກຮັກສາເສັ້ນຊາຍແດນ, ດ່ານຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດຂອງສອງປະເທດເມື່ອການແຮກສ່ຽວລະຫວ່າງບັນດາຄ້າຍ, ປ້ອມສອງຝ່າຍຊາຍແດນໄດ້ຮັບການຜັນຂະຫຍາຍ.

ຫວຽດນາມ ຢັ້ງຢືນຖານະທີ່ຕັ້ງໃນອາຊຽນ: ຮ່ວມມື, ພັດທະນາ ແລະເຊື່ອມຕໍ່ພາກພື້ນ ຫວຽດນາມ ຢັ້ງຢືນຖານະທີ່ຕັ້ງໃນອາຊຽນ: ຮ່ວມມື, ພັດທະນາ ແລະເຊື່ອມຕໍ່ພາກພື້ນ
ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ” ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ”

ຄຸ້ມຄອງເສັ້ນຊາຍແດນຍາວ 22,572 ກິໂລແມັດ, ຕິດກັບເມືອງສະໝ້ວຍ, ແຂວງສາລະວັນ ຂອງປະເທດເພື່ອນລາວ, ເພື່ອຮັກສາອະທິປະໄຕອັນສັກສິດຂອງປະເທດຊາດ, ດ່ານສາກົນລາໄລ, ທະຫານຊາຍແດນແຂວງກວາງຈິ້ ໄດ້ຜັນຂະຫຍາຍການເຄື່ອນໄຫວຊ່ວຍເຫຼືອ, ໜູນຊ່ວຍປະຊາຊົນ ກໍ່ຄືບັນດາກຳລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ ເພື່ອພ້ອມກັນຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ສາຍຈິດມິດໃຈຕໍ່ປະຊາຊົນ

ເກືອບ 7 ໂມງເຊົ້າ, ປະຊາຊົນໄດ້ເຂົ້າຮ່ວມພິທີເປີດສະຫຼອງ ແລະມອບ-ຮັບກິດຈະກໍານໍ້າປະປາ ໂດຍພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ເປັນຜູ້ກ່າວມອບ, ຮັບຂອງຂວັນ ແລະຕັດຜົມໂດຍບໍ່ເສຍຄ່າຈາກທະຫານຊາຍແດນ. ນາຍບ້ານ ບຸນເທິນ ແກ້ວອຸທຽນ ທັງຫົວຍິ້ມທີ່ສົດໃສທັງກ່າວວ່າ: “ບ້ານລາໄລອາຊອຍ ຮູ້ສຶກດີໃຈຫຼາຍຍ້ອນໄດ້ຮັບກິດຈະກໍານໍ້າປະປາ, ຮັບຂອງຂວັນ ແລະໄດ້ຕັດຜົມໂດຍບໍ່ເສຍຄ່າຈາກພວກອ້າຍຢູ່ຄ້າຍທະຫານຊາຍແດນດ່ານສາກົນລາໄລ. ຕາງໜ້າພໍ່ແມ່ປະຊາຊົນ, ຂ້າພະເຈົ້າ ຂໍຂອບໃຈຄ້າຍທະຫານຊາຍແດນດ່ານສາກົນລາໄລ ເປັນຢ່າງຍິ່ງ”.

ບ້ານລາໄລອາຊອຍ ມີ 49 ຄົວເຮືອນ/259 ຄົນ, ກວ່າ 85% ຈໍານວນຄອບຄົວຢູ່ທີ່ນີ້ປະສົບກັບຄວາມຫຍຸ້ງຍາກພິເສດ. ນັບແຕ່ເມື່ອບ້ານລາໄລ (ຕາແສງອາງໍ, ເມືອງດັກຣົງ, ແຂວງກວາງຈິ້) ຈັດຕັ້ງການແຮກສ່ຽວ ແລະຄ້າຍທະຫານຊາຍແດນດ່ານສາກົນລາໄລ ເອົາໃຈໃສ່, ຊ່ວຍເຫຼືອ, ປະຊາຊົນບ້ານລາໄລອາຊອຍ ໄດ້ຮູ້ຈັກເຖິງການປູກຕົ້ນສະນັດ ເພື່ອເພີ່ມລາຍຮັບ ແລະຫຼຸດຜ່ອນການຕັດໄມ້ທຳລາຍປ່າເພື່ອເຮັດໄຮ່. ເຖິງຢ່າງໃດກໍ່ຕາມ, ນັບແຕ່ດົນນານມາແລ້ວ, ປະຊາຊົນເຄີຍນໍາໃຊ້ນ້ຳທຳມະຊາດຢູ່ຫ້ວຍນ້ອຍໆໃກ້ກັບບ້ານ ເພື່ອຮັບໃຊ້ໃນການດໍາລົງຊີວິດປະຈໍາວັນ. ຍ້ອນນ້ຳບໍ່ຮັບປະກັນສຸຂະອະນາໄມ, ສະນັ້ນເກືອບຄືວ່າປີໃດບັນດາພະຍາດກ່ຽວກັບຕາ ແລະລະລາຍກໍ່ເກີດຂຶ້ນໃນໝູ່ບ້ານ.

ຫວຽດນາມ-ລາວ ສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ
ການນໍາຄ້າຍທະຫານຊາຍແດນດ່ານສາກົນລາໄລ ມອບກິດຈະກໍານໍ້າປະປາໃຫ້ປະຊາຊົນບ້ານລາໄລອາຊອຍ. ພາບ: ຫງວຽນແທັ່ງຟຸ

ດ້ວຍສາຍຈິດມິດໃຈຂອງທະຫານຊາຍແດນຫວຽດນາມ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ໄດ້ສະໝັກໃຈບໍລິຈາກເງິນເດືອນ 1 ວັນ ແລະເຊື່ອມຕໍ່ກັບຜູ້ມີໃຈບຸນໃຈກຸສົນເພື່ອກໍ່ສ້າງກິດຈະກໍານໍ້າປະປາ, ລວມມີ: ເຈາະນໍ້າບາດານ, ທໍ່ນໍ້າ, ລະບົບທໍ່ສົ່ງນໍ້າຊ່ວຍເຫຼືອປະຊາຊົນບ້ານລາໄລອາຊອຍ. ລວມຍອດມູນຄ່າເກືອບ 100 ລ້ານດົ່ງ.

ເຂົ້າຮ່ວມພິທີເປີດສະຫຼອງ ແລະມອບ-ຮັບກິດຈະກໍານໍ້າປະປາຢູ່ບ້ານລາໄລອາຊອຍ, ທ່ານ ບາເລ ບຸນສາວາງ ຮອງເຈົ້າເມືອງສະໝ້ວຍ ໃຫ້ຮູ້ວ່າ: ກິດຈະກໍາລະບົບນ້ຳປະປາໂດຍພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ມອບໃຫ້ປະຊາຊົນບ້ານລາໄລອາຊອຍ ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງທະຫານຊາຍແດນຫວຽດນາມ ແລະປະຊາຊົນທ້ອງຖິ່ນພວກຂ້າພະເຈົ້າ ບົນຈິດໃຈສາມັກຄີ, ມິດຕະພາບແບບພິເສດ ເພື່ອພ້ອມກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ”.

ນໍ້າໃຈສາມັກຄີຖານສະຫາຍ

ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ຢູ່ຊາຍແດນລາໄລ ຍັງໄດ້ສະແດງໃຫ້ເຫັນໃນບັນດາກໍາລັງປະຕິບັດໜ້າທີ່ປົກປັກຮັກສາເສັ້ນຊາຍແດນ, ດ່ານຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດຂອງສອງປະເທດເມື່ອການແຮກສ່ຽວລະຫວ່າງບັນດາຄ້າຍ, ປ້ອມສອງຝ່າຍຊາຍແດນໄດ້ຮັບການຜັນຂະຫຍາຍ. ຈາກຂະບວນການແຮກສ່ຽວນີ້, ການຢ້ຽມຢາມຖາມຂ່າວ, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກົມກອງນໍາກັນສະແດງໃຫ້ເຫັນສາຍພົວພັນສະໜິດຕິດພັນຖານອ້າຍນ້ອງນໍາກັນ.

ກອງຮ້ອຍທະຫານຊາຍແດນ 511 (ຂຶ້ນກັບກອງບັນຊາການທະຫານແຂວງສາລະວັນ) ຕັ້ງທັບຢູ່ເມືອງສະໝ້ວຍ ຍ້ອນເງື່ອນໄຂດ້ານທຶນຮອນ, ຄ້າຍທະຫານຂອງກົມກອງຖືກຊຸດໂຊມ, ບ່ອນກິນບ່ອນຢູ່, ອຸປະກອນ, ເຄື່ອງມືຮັບໃຊ້ໃນການດໍາເນີນຊີວິດ, ການຝຶກແອບຂອງພະນັກງານ, ນັກຮົບຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ເປັນຕົ້ນແມ່ນໃນລະດູຝົນ ແລະພາຍຸ. ຕໍ່ໜ້າຄວາມຫຍຸ້ງຍາກຂອງກົມກອງເພື່ອນລາວ, ຄະນະພັກ, ກອງບັນຊາການຄ້າຍທະຫານຊາຍແດນດ່ານສາກົນລາໄລ ໄດ້ປຶກສາຫາລື ແລະເຫັນດີກັບກອງບັນຊາການຄ້າຍທະຫານຊາຍແດນອາວາວ ມອບຊີມັງ 7 ໂຕນ ໃຫ້ກອງຮ້ອຍທະຫານຊາຍແດນ 511 (ສະເພາະຄ້າຍທະຫານຊາຍແດນດ່ານສາກົນລາໄລ ມອບຊີມັງ 5 ໂຕນ) ເພື່ອສ້ອມແປງ, ຍົກລະດັບຄ້າຍທະຫານ ແລະກໍ່ສ້າງເຂດຝຶກແອບກຳລັງກາຍ ແລະສະໜາມກິລາ. ທ່ານພັນໂທ ບຸນມາກ ແສງສັກສິດ, ຫົວໜ້າກອງຮ້ອຍທະຫານຊາຍແດນ 511 ແບ່ງປັນວ່າ: ສໍາລັບພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 511, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ກໍ່ຄືດັ່ງຍາດຕິພີ່ນ້ອງ, ອ້າຍນ້ອງຄີງໄດ້ຊ່ວຍເຫຼືອກົມກອງຫຼາຍທີ່ສຸດ, ໃນຂະບວນການສົມທົບວຽກງານ ກໍ່ຄືໃນຊີວິດປະຈໍາວັນ".

ຫວຽດນາມ ລາວ ສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ
ຫວຽດນາມ ລາວ ສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ
ຫວຽດນາມ ລາວ ສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ
ພາບປະກອບ,

ທ່ານພັນເອກ ຟານແທັງຮວ່າງ, ຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນ ລາໄລ ໃຫ້ຮູ້ວ່າ: “ເຖິງວ່າກົມກອງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ພວກຂ້າພະເຈົ້າ ຍາມໃດກໍ່ພ້ອມແລ້ວທີ່ຈະຊ່ວຍເຫຼືອບັນດາກໍາລັງ, ກົມກອງ ແລະປະຊາຊົນປະເທດເພື່ອນລາວ ທັງດ້ານຈິດໃຈ ແລະວັດຖຸ; ເພື່ອພ້ອມກັນປົກປັກຮັກສາອະທິປະໄຕ, ເອກະລາດຂອງແຕ່ລະປະເທດ. ຂອງຂວັນອັນລໍ້າຄ່າທີ່ສຸດທີ່ພວກຂ້າພະເຈົ້າໄດ້ຮັບຈາກປະຊາຊົນ ແລະກໍາລັງປົກປັກຮັກສາດ່ານຊາຍແດນ, ຊາຍແດນປະເທດເພື່ອນລາວນັ້ນແມ່ນຮອຍຍິ້ມ, ແມ່ນແສງຕາ, ແມ່ນຄວາມເຊື່ອໝັ້ນ ແລະສາຍພົວພັນສະໜິດຕິດພັນຄືອ້າຍນ້ອງໃນຄອບຄົບຄົວດ່ຽວກັນ”.

ພວກຂ້າພະເຈົ້າ ອຳລາປະຊາຊົນບ້ານລາໄລອາຊອຍ, ພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 511 ເພື່ອກັບຄືນສາຍພູຫຼວງຕາເວັນອອກ. ການກະທຳທີ່ເຕັມໄປດ້ວຍຄວາມຮັກເພງຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ໃຫ້ແກ່ປະຊາຊົນ ແລະກົມກອງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ ໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ໃນສະພາບການໃໝ່ເລິກເຊິ່ງກວ່າອີກ.

ທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ  ຮ່ວມແຮງຮ່ວມໃຈສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ ທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຮ່ວມແຮງຮ່ວມໃຈສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ

ຍສໝ - ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 3 ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນໃຫ້ນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ.

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຍສໝ - ວັນ​ທີ 24 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ເລືອງ​ຕ່າມກວາງ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານນາງ ຄຳເພົາ ເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງ​ໃນ​ໂອ​ກາດ​ເລີ່ມອາຍຸການປະຕິບັດງານຢູ່ ​ຫວຽດ​ນາມ.

ເຫດການ