ເວລາຈະມາເຖິງ, ອົດສະຕາລີຈະຮ່ວມມືໜູນຊ່ວຍຫວຽດນາມໃນການຮັບມືກັບບັນດາສິ່ງທ້າທາຍຫາກໍ່ເກີດຂຶ້ນໃໝ່ ກ່ຽວກັບພະລັງງານ, ການຂາດວັກຂາດຕອນຂອງລະບົບສະໜອງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫັນເປັນດີຈີຕອນ, ການສຶກສາ…
ຫວ່າງແລ້ວນີ້, ຢູ່ທຳນຽບປະທານປະເທດຫວຽດນາມ ທ່ານ ຫງວຽນຊວັນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Choi Young – joo, ອະດີດປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ, ປະທານກຸ່ມບໍລິສັດ Panko ສ.ເກົາຫຼີ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 309 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.
ຍສໝ - ຕາມການຈັດອັນດັບນີ້, ມີນັກວິທະຍາສາດຫວຽດນາມ 10 ຄົນທີ່ເຮັດວຽກຢູ່ພາຍໃນປະເທດໄດ້ຈັດອັນດັບເຂົ້າໃນ 6 ຂະແໜງເຕັກນິກ ແລະ ເຕັກໂນໂລຊີ, ວິທະຍາສາດຄອມພິວເຕີ, ວິທະຍາສາດສິ່ງແວດລ້ອມ, ວິທະຍາສາດວັດສະດຸ, ກົນຈັກ ແລະ ວິສະວະກຳອະວະກາດ, ການແພດຊຸມຊົນ.
ຍສໝ - ເນື່ອງໃນໂອກາດນີ້, ສະມາຄົມພຸດທະສາສະໜາຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ໄດ້ມອບຂອງຂວັນໃຫ້ 1.000 ຄອບຄົວພີ່ນ້ອງຂອງຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ລວມຍອດມູນຄ່າ 1,2 ຕື້ດົ່ງ ແລະ ມອບ 1 ຕື້ດົ່ງໃຫ້ກອງທຶນເພື່ອຄົນທຸກຍາກ ຂອງຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈິມິນ.
ທີ່ການໂອ້ລົມສົນທະນາ, ບັນດາຄູສອນພາສາຫວຽດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັບຜູ້ຂຽນຮຽບຮຽງປຶ້ມແລກປ່ຽນ, ແບ່ງປັນບົດຮຽນປະສົບການກ່ຽວກັບການສອນພາສາຫວຽດ ໃຫ້ແກ່ເດັກນ້ອຍ ຫວຽດນາມພວມ ອາໄສຢູ່ຕ່າງປະເທດ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເຊີດຊູພາສີ ຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ບໍ່ພຽງແຕ່ເພີ່ມທະວີການຮ່ວມມືສອງຝ່າຍເທົ່ານັ້ນ, ຫວຽດນາມ ແລະ ລາວ ຍາມໃດກໍຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສຫຼາຍຝ່າຍ. ເພາະວ່າ ການພົວພັນຫຼາຍຝ່າຍ ແມ່ນມີຄວາມສຳຄັນຫຼາຍໃນວຽກງານການຕ່າງປະເທດຂອງທັງສອງປະເທດ. ເພາະສະນັ້ນ, ສອງປະເທດ ຍາມໃດກໍຮຽງບ່າຮຽງໄຫຼ່, ຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍບົນເວທີສາກົນ ແລະ ພາກພື້ນ, ພິເສດແມ່ນ ອາຊຽນ; ຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ຄວາມຮັບຜິດຊອບຂອງຕົນສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ສາກົນ.
ຍສໝ - ທີ່ການພົບປະ, ທ່ານ ເຈີ່ນຕ໋ວນແອງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ; ເນັ້ນໜັກເປົ້າໝາຍຍຸດທະສາດກ່ຽວກັບການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ພັດທະນາຕະຫຼາດການເງິນ, ການບໍລິການ, ການຫັນປ່ຽນພະລັງງານ ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 26 ຂອງບັນດາປະເທດສະມາຊິກສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດ (COP26).
ຍສໝ - ຫວ່າງແລ້ວນີ້, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດໄດ້ໃຫ້ການຕ້ອນຮັບທ່ານ Matthew Rycroft, ລັດຖະມົນຕີກະຊວງພາຍໃນອັງກິດ.
ຍສໝ -ຮູບແບບການນຳໃຊ້ການບໍລິການສາທາລະນະແມ່ນໄດ້ຮັບການປະຕິບັດຢູ່ອາພາດເມັນ Sunrise Riverside (ຕາແສງ ເຟືອກກຽນ, ເມືອງ ຍາແບ່, ນະຄອນ ໂຮ່ຈີມິນ) ແລະ ອາພາດເມັນ ຮືງອານ (ຕາແສງເຕິນແຈ້ງຫຽບ, ເມືອງ 12, ນະຄອນ ໂຮ່ຈີມິນ).
ຍສໝ - ເຫດການດັ່ງກ່າວໂດຍບໍລິສັດໃຫຍ່ Viglacera ຫວຽດນາມ ສົມທົບກັບສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານອຸດສາຫະກຳ ສ.ເກົາຫຼີ (IBK), ບໍລິສັດທີ່ປຶກສາດ້ານກົດໝາຍ Bae, Kim & Lee LLC ຈັດຕັ້ງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ (1992-2022).
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການຕິດຕໍ່ພົວພັນທຸກຂັ້ນ, ໃນນັ້ນມີທັງຂັ້ນສູງ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ, ເວທີປາໄສການປະສານງານການກະທຳ ແລະ ບັນດາມາດຕະການສ້າງຄວາມໝັ້ນໃຈ (CICA)…
ຍສໝ - ເສັ້ນທາງ ດານັງ-ກົວລາລຳເປີ ດໍາເນີນ 4 ຖ້ຽວຕໍ່ອາທິດ; ເສັ້ນທາງ ດານັງ-ບາງກອກ ມີ 7 ຖ້ຽວຕໍ່ອາທິດ, ອອກເດີນທາງທຸກວັນ. ພາຍຫຼັງເພີ່ມຄວາມຖີ່ຂຶ້ນແລ້ວ, ເສັ້ນທາງຮ່າໂນ້ຍ - ເຊີອຸນ ໄດ້ມີ 10 ຖ້ຽວຕໍ່ອາທິດ. ມີ 11 ຖ້ຽວຕໍ່ອາທິດໃນເສັ້ນທາງ ໂຮ່ຈິມິນ-ເຊີອຸນ.
ຍສໝ - ງານບຸນ Namaste ຫວຽດນາມ 2022 ດຳເນີນແຕ່ວັນທີ 17 – 20 ສິງຫາ, ແມ່ນສ່ວນໜຶ່ງຂອງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນປະກາດເອກະລາດຂອງ ອິນເດຍ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ.
ຍສໝ - ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນຢູ່ແຂວງ ດ້ຽນບຽນ ແຕ່ວັນທີ 23 – 25 ກັນຍາ.
ວັນທີ 18 ສິງຫາ, ທີ່ແຂວງແທັງຮວ໊າ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ສົມທົບກັບກະຊວງວິທະຍາສາດ ແລະເຕັກໂນໂລຢີ, ຄະນະໂຄສະນາສຶກສາສູນກາງ ແລະຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ຈັດຕັ້ງກອງປະຊຸມສໍາມະນາ “ປະດິດຄິດສ້າງວິທະຍາສາດເຕັກໂນໂລຢີ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຫວຽດນາມ”.
ຕອນບ່າຍວັນທີ 19 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Sugi Ryotaro ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານຮອງລັດຖະມົນຕີ ດວ່ານວັນຫວຽດ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ APEC ຈົ່ງພ້ອມກັນເພີ່ມທະວີການຮ່ວມມືແລກປ່ຽນ, ແບ່ງປັນບັນດາຂໍ້ກຳນົດໃໝ່ກ່ຽວກັບການເຂົ້າ-ອອກເມືອງ ແລະ ຄຸ້ມຄອງແຂກທ່ອງທ່ຽວຢ່າງປອດໄພ, ທັນການ ແລະ ຖືກຕ້ອງ, ຍູ້ແຮງການສົ່ງເສີມບັນດາບໍລິສັດການບິນ, ບັນດາບໍລິສັດສະໜອງການບໍລິການທ່ອງທ່ຽວມີນະໂຍບາຍຢ່າງມີໄຫວພິບໃຫ້ແກ່ແຂກທ່ອງທ່ຽວທີ່ໃຊ້ການບໍລິການ.
ທ່ານ Csaba Kőrösi ໃຫ້ຮູ້ວ່າ, ບຸລິມະສິດຕົ້ນຕໍໃນອາຍຸການປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 (ອາຍຸການ 2022 – 2023) ຈະລວມມີການຊຸກຍູ້ແກ້ໄຂການປະທະກັນໂດຍສັນຕິວິທີ, ຍົກສູງລັດທິຫຼາຍຝ່າຍ, ເນັ້ນໜັກເຖິງບົດບາດຂອງ ສປຊ, ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກ, ຊຸກຍູ້ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການໝູນໃຊ້ວິທະຍາສາດ ແລະ ຮັບປະກັນສິດທິມະນຸດ.
ຍສໝ - ທຶນການສຶກສານາຍົກລັດຖະມົນຕີ ມາເຂດອາຊີ (Prime Minister's Scholarships for Asia (PMSA) ຄັ້ງນີ້ໄດ້ຄັດເລືອກເອົານັກສຶກສານິວຊີແລນທີ່ດີທີ່ສຸດ 403 ຄົນ. ໃນນັ້ນ, ມີນັກສຶກສາ 52 ຄົນໄດ້ເລືອກເອົາ ຫວຽດນາມ ເປັນສະຖານທີ່ສຶກສາຂອງຕົນ.