ສະ​ຖານ​ທູດ ລາວ ປະ​ຈຳ ໄທ​ອວຍ​ພອນ​ວັນ​ຊາດ ຫວຽດ​ນາມ

16:36 | 01/09/2022

ຕອນຄ່ຳວັນທີ 31 ສິງຫາ, ທ່ານເອກອັກຄະລັດຖະທູດ ລາວປະຈຳ ໄທ ຄຳພັນ ອັ່ນລາວັນ, ໄດ້ນຳໜ້າຄະນະຜູ້ແທນສະຖານທູດລາວໄປຢ້ຽມຢາມ, ອວຍພອນຢູ່ສະຖານທູດ ຫວຽດນາມ ປະຈຳ ໄທ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມ.

ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ແຕ່​ວັນ​ທີ 23 – 25 ກັນ​ຍາ ຢູ່​ແຂວງ ດ້ຽນ​ບຽນ ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ແຕ່​ວັນ​ທີ 23 – 25 ກັນ​ຍາ ຢູ່​ແຂວງ ດ້ຽນ​ບຽນ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ອວຍ​ພອນ​ທ່ານ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ Hidehisa Otsuji ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ອວຍ​ພອນ​ທ່ານ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ Hidehisa Otsuji
ທ່ານເອກອັກຄະລັດຖະທູດ ລາວປະຈຳ ໄທ ຄຳພັນ ອັ່ນລາວັນ ມອບຂອງຂັວນໃຫ້ແກ່ ສະຖານທູດ ຫວຽດນາມ ປະຈຳ ໄທ
ທ່ານເອກອັກຄະລັດຖະທູດ ລາວປະຈຳ ໄທ ຄຳພັນ ອັ່ນລາວັນ ມອບຂອງຂັວນໃຫ້ແກ່ ສະຖານທູດ ຫວຽດນາມ ປະຈຳ ໄທ

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຄຳພັນ ໄດ້ເນັ້ນໜັກເຖິງຄຸນຄ່າຂອງການພົວພັນທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດ ແລະ ນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ທ່ານຫວັງວ່າ ລັດຖະບານ ແລະ ປະຊາຊົນສອງປະເທດຈະສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ, ໜູນຊ່ວຍເຊິ່ງກັນແລະກັນ, ສະແດງໃຫ້ເຫັນນ້ຳໃຈສະໜິດຕິດພັນ ແລະ ມູນເຊື້ອຮັກແພງກັນ ລະຫວ່າງສອງຊາດ ຫວຽດນາມ - ລາວ.

ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ ໄດ້ຢັ້ງຢືນຄວາມປາດຖະໜາຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມທີ່ ໄດ້ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຖານອ້າຍນ້ອງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງຕື່ມອີກ, ບໍ່ພຽງແຕ່ໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962 – 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2022) ເທົ່ານັ້ນ ຫາກຍັງໃນຕະຫຼອດການອີກດ້ວຍ. ຫວຽດນາມ ຈະສືບຕໍ່ຄຽງບ່າຄຽງໄຫລ່ກັບ ລາວຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນພັດທະນາ, ນຳເອົາຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກ ມາໃຫ້ປະຊາຊົນສອງປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.