ການ​ນຳ​ຫຼາຍ​ປະ​ເທດ ສົ່ງ​ສານອວຍ​ພອນ​ວັນ​ຊາດ ຫວຽດ​ນາມ

18:46 | 02/09/2022

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (02/9/1945 - 02/9/2022), ການນຳຫຼາຍປະເທດໄດ້ສົ່ງສານອວຍພອນ ໄປຍັງການນຳພັກ, ລັດ ຫວຽດນາມ.

ສະ​ເຫຼີມ​ສະຫຼອງ ວັນ​ຊາດ​ຫວຽດ​ນາມ ຄົບ​ຮອບ 77 ປີ ຢູ່​ບາງ​ປະ​ເທດ​ໃນ​ໂລກ ສະ​ເຫຼີມ​ສະຫຼອງ ວັນ​ຊາດ​ຫວຽດ​ນາມ ຄົບ​ຮອບ 77 ປີ ຢູ່​ບາງ​ປະ​ເທດ​ໃນ​ໂລກ
ສະ​ຖານ​ທູດ ລາວ ປະ​ຈຳ ໄທ​ອວຍ​ພອນ​ວັນ​ຊາດ ຫວຽດ​ນາມ ສະ​ຖານ​ທູດ ລາວ ປະ​ຈຳ ໄທ​ອວຍ​ພອນ​ວັນ​ຊາດ ຫວຽດ​ນາມ
ພາບປະກອບ: TTXVN
ພາບປະກອບ: TTXVN

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ທ່ານ ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ພ້ອມກັນສົ່ງສານອວຍພອນໄປຍັງທ່ານເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. ໃນສານ, ບັນດາການນຳຂັ້ນສູງລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນຍິ່ງໃຫຍ່, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດຂອງ ຫວຽດນາມ ໃນວິວັດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາ ປະເທດຊາດໃນໄລຍະ 77 ປີຜ່ານມາ, ຖືຜົນສຳເລັດຂອງ ຫວຽດນາມ ແມ່ນແຫຼ່ງປຸກລະດົມກຳລັງໃຈ, ແມ່ນກຳລັງໜູນອັນແຮງກ້າຕໍ່ພາລະກິດແຫ່ງການພັດທະນາຂອງ ລາວ. ເນື່ອງໃນໂອກາດນີ້, ການນຳບັນດາປະເທດ ສ.ກູບາ, ສະຫະພັນ ລັດເຊຍ, ສປປ.ເກົາຫຼີ, ສ.ອິນເດຍ, ສ.ອິນໂດເນເຊຍ, ມາເລເຊຍ, ສ.ສິງກະໂປ, ຈີນ, ກຳປູເຈຍ ກໍ່ສົ່ງສານ ອວຍພອນໃຫ້ການນຳພັກ, ລັດ ຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.