ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານການກວດ​ສອບ​ແຫ່ງ​ລັດ ຫວຽດ​ນາມ ແລະ ລາວ

17:13 | 07/09/2022

ທ່ານ ໂງວັນຕວັນ ສະເໜີໃຫ້ທັງສອງຝ່າຍ ຈົ່ງສຸມໃສ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຕ່າງໆໃນໄລຍະຜ່ານມາ ເປັນຕົ້ນແມ່ນການແລກປ່ຽນຄະນະການນຳຄຸ້ມຄອງ, ໜູນຊ່ວຍການກວດສອບແຫ່ງລັດລາວ ສ້າງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ກົງຈັກການຈັດຕັ້ງ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ເຮັດ​ໃຫ້ການ​ພົວພັນ​ຫວຽດນາມ - ລາວ ​ເລິກ​ເຊິ່ງກວ່າ​ອີກ ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ເຮັດ​ໃຫ້ການ​ພົວພັນ​ຫວຽດນາມ - ລາວ ​ເລິກ​ເຊິ່ງກວ່າ​ອີກ
ຫວຽດ​ນາມ​ຄວນ​ເພີ່ມ​​ກຳ​ລັງ​ຄວາມ​ສາ​ມາດ​ຕ້ານໂລກ​ລະ​ບາດ​ໃນອະ​ນາ​ຄົດ ຫວຽດ​ນາມ​ຄວນ​ເພີ່ມ​​ກຳ​ລັງ​ຄວາມ​ສາ​ມາດ​ຕ້ານໂລກ​ລະ​ບາດ​ໃນອະ​ນາ​ຄົດ
ທ່ານ ໂງວັນຕວັນ ຮອງຫົວໜ້າອົງການກວດສອບແຫ່ງລັດ ຕ້ອນຮັບທ່ານ ວຽງທະວິສອນ ເທບພະຈັນ ຫົວໜ້າອົງການກວດສອບແຫ່ງລັດ ແຫ່ງ ສປປ.ລາວ (ພາບ: TTXVN)
ທ່ານ ໂງວັນຕວັນ ຮອງຫົວໜ້າອົງການກວດສອບແຫ່ງລັດ ຕ້ອນຮັບທ່ານ ວຽງທະວິສອນ ເທບພະຈັນ ຫົວໜ້າອົງການກວດສອບແຫ່ງລັດ ແຫ່ງ ສປປ.ລາວ (ພາບ: TTXVN)

ຕອນບ່າຍວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ໂງວັນຕວັນ ຮອງຫົວໜ້າອົງການກວດສອບແຫ່ງລັດ ໄດ້ໃຫ້ການຕ້ອນຮັບທ່ານ ວຽງທະວິສອນ ເທບພະຈັນ ຫົວໜ້າອົງການກວດສອບແຫ່ງລັດ ແຫ່ງ ສປປ.ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ 6 – 10 ກັນຍາ). ທີ່ການຕ້ອນຮັບ, ທ່ານ ໂງວັນຕວັນ ສະເໜີໃຫ້ທັງສອງຝ່າຍ ຈົ່ງສຸມໃສ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຕ່າງໆໃນໄລຍະຜ່ານມາ ເປັນຕົ້ນແມ່ນການແລກປ່ຽນຄະນະການນຳຄຸ້ມຄອງ, ໜູນຊ່ວຍການກວດສອບແຫ່ງລັດລາວ ສ້າງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ກົງຈັກການຈັດຕັ້ງ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ. ອົງການກວດສອບແຫ່ງລັດ ຫວຽດນາມ ຈັດສົ່ງນັກຊ່ຽວຊານໄປແນະນຳໃຫ້ພະນັກງານກວດສອບຂອງ ລາວ ໂດຍກົງກ່ຽວກັບບັນດາຂົງເຂດຕາມຄວາມຕ້ອງການ ຄື ງົບປະທານແຫ່ງລັດ, ລົງທຶນກໍ່ສ້າງພື້ນຖານ, ວິສາຫະກິດແຫ່ງລັດ, ລົງທຶນກໍ່ສ້າງໂຄງການ; ບຳລຸງສ້າງພະນັກງານກວດສອບແຫ່ງລັດ ຂອງ ລາວ ຢູ່ ຫວຽດນາມ ແລະ ຢູ່ ລາວ ອີງໃສ່ຂໍ້ສະເໜີຂອງທາງຝ່າຍລາວ. ພ້ອມດຽວກັນນັ້ນ, ສອງຝ່າຍຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຮ່ວມມືໃນປີ 2022 ແລະ ຊຸມປີຕໍ່ໄປ ລະຫວ່າງສອງ 2 ອົງການ, ໃກ້ຊິດຕິດແທດຄວາມຕ້ອງການ ແລະ ກຳລັງຄວາມສາມາດຂອງ 2 ອົງການໃຫ້ມີປະສິດທິຜົນ, ແທດຈິງ; ຊຸກຍູ້ການປະຕິບັດຂໍ້ຕົກລົງຍຸດທະສາດຮ່ວມມືລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 – 2030 ແລະ ສັນຍາຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 – 2025 ໃນການເຄື່ອນໄຫວຮ່ວມມືດ້ານກວດສອບ.

vovworld.vn

302 Found

Found

The document has moved here.