ມີກາລະໂອກາດໃໝ່ຫຼາຍຢ່າງສຳລັບການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ອີຢິບ

08:22 | 10/09/2022

ຜ່ານການເຄື່ອນໄຫວດັ່ງກ່າວ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງຊອກຫາໄດ້ລູກຄ້າ ແລະ ເຫັນໄດ້ແງ່ຫວັງສົ່ງອອກໄປຍັງ ອີຢິບ.

ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ
ສື່ມວນຊົນ ອີຢິບ: ເສດຖະກິດຫວຽດນາມ ກຳລັງຟື້ນຕົວ ສື່ມວນຊົນ ອີຢິບ: ເສດຖະກິດຫວຽດນາມ ກຳລັງຟື້ນຕົວ
ທີ່ກອງປະຊຸມສຳມະນາ (ພາບ: TTXVN)
ທີ່ກອງປະຊຸມສຳມະນາ (ພາບ: TTXVN)

ໃນລະຫວ່າງວັນທີ 07 – 08 ກັນຍາ, ບັນດາວິສາຫະກິດ ແລະ ຄະນະປະຕິບັດງານຂອງກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ມີການເຄື່ອນໄຫວຫຼາຍຢ່າງຢູ່ ອີຢິບ ຄື ເຂົ້າຮ່ວມກອງປະຊຸມສຳມະນາສົ່ງເສີມດ້ານການຄ້າ ຫວຽດນາມ - ອີຢິບ, ແລກປ່ຽນນະໂຍບາຍກັບກະຊວງອຸດສາຫະກຳ ການຄ້າ ອີຢິບ, ເຮັດວຽກກັບກົມສົ່ງເສີມການລົງທຶນ ອີຢິບ, ເຮັດວຽກກັບສະຫະພັນບັນດາຫ້ອງການການຄ້າ ອີຢິບ… ຜ່ານການເຄື່ອນໄຫວດັ່ງກ່າວ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງຊອກຫາໄດ້ລູກຄ້າ ແລະ ເຫັນໄດ້ແງ່ຫວັງສົ່ງອອກໄປຍັງ ອີຢິບ. ທ່ານຮອງປະທານຫ້ອງການການຄ້າ ກາຍໂຣ Ahmed El Wecemy ໃຫ້ຮູ້ວ່າ: “ກອງປະຊຸມສຳມະນາແມ່ນກາລະໂອກາດທີ່ດີສຳລັບວິສາຫະກິດ 2 ປະເທດ. ນີ້ແມ່ນການພົບປະຄັ້ງໃຫຍ່ລະຫວ່າງວິສາຫະກິດໃນປີນີ້. ພວກຂ້າພະເຈົ້າມີຕະຫຼາດໃຫຍ່ ແລະ ທີ່ຕັ້ງສະດວກ ສາມາດເປັນຂົວເຊື່ອມຕໍ່ໃຫ້ແກ່ວິສາຫະກິດ ຫວຽດນາມ. ຕະຫຼາດ ອີຢິບ ແມ່ນອຸດົມສົມບູນທີ່ສຸດ, ສິນຄ້າສ່ວນຫຼາຍລ້ວນແຕ່ແຊກຊຶມໄດ້, ໂດຍສະເພາະແມ່ນບັນດາຜະລິດຕະພັນກະສິກຳ, ສິນໃນນ້ຳ, ເຄື່ອງເອເລກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ. ຍາມໃດພວກຂ້າພະເຈົ້າກໍ່ພ້ອມແລ້ວຈະໜູນຊ່ວຍວິສາຫະກິດ ຫວຽດນາມ ໃນການຊອກຫາກາລະໂອກາດລົງທຶນ, ດຳເນີນທຸລະກິດ, ກໍ່ຄືແກ້ໄຂຂໍ້ຕິດຄັດໃຫ້ແກ່ວິສາຫະກິດ”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.