ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ ວັນ​ຊາດ ຫວຽດ​ນາມ ຄົບຮອບ 77 ປີ​ຢູ່​ກຳ​ປູ​ເຈຍ ແລະ ມາ​ເລ​ເຊຍ

07:29 | 03/09/2022

ກ່າວຄຳເຫັນທີພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນຮູຍຕັງ ໄດ້ຫວນຄືນໄລຍະທາງ 77 ປີ ແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຂອງປະຊາຊົນ ຫວຽດນາມ.

ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ ​ທີ່​ເປັນ​ເອ​ກະ​ລັກ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9 ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ ​ທີ່​ເປັນ​ເອ​ກະ​ລັກ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9
ການ​ນຳ​ຫຼາຍ​ປະ​ເທດ ສົ່ງ​ສານອວຍ​ພອນ​ວັນ​ຊາດ ຫວຽດ​ນາມ ການ​ນຳ​ຫຼາຍ​ປະ​ເທດ ສົ່ງ​ສານອວຍ​ພອນ​ວັນ​ຊາດ ຫວຽດ​ນາມ
ທ່ານ ຫງວຽນຮູຍຕັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)
ທ່ານ ຫງວຽນຮູຍຕັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນຄ່ຳວັນທີ 1 ກັນຍາ, ຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ, ພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 77 ປີ ((2/9/1945-2/9/2022) ໄດ້ຈັດຂຶ້ນຢ່າງສົມກຽດ ດ້ວຍການເຂົ້າຮ່ວມຂອງ ທ່ານ ຫງວຽນຮູຍຕັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ, ປະທານກິດຕິມະສັກ ພັກປະຊາຊົນກຳປູເຈຍ, ທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ ພ້ອມດ້ວຍແຂກຕາງໜ້າໃຫ້ການນຳພັກກຳອຳນາດ ກຳປູເຈຍ.

ກ່າວຄຳເຫັນທີພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນຮູຍຕັງ ໄດ້ຫວນຄືນໄລຍະທາງ 77 ປີ ແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຂອງປະຊາຊົນ ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນ ຕໍ່ການປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນການຕ່າງປະເທດເປັນຫຼາຍຮູບຫຼາບແບບ ແລະ ຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງ, ເຂົ້າກັບພາກພື້ນ ແລະ ສາກົນບົນຈິດໃຈ “ຫວຽດນາມເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບໃນປະຊາຄົມສາກົນ” ຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ.

ຕອນຄ່ຳວັນທີ 1 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ເມເລເຊຍ ກໍ່ໄດ້ຈັດງານລ້ຽງສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ ຢູ່ນະຄອນຫຼວງ Kuala Lumpur.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.