EU ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ, ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຢູ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ

09:31 | 09/09/2022

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຫວັງວ່າ ປະທານກຳມາທິການການຄ້າ ສາກົນ ຂອງລັດຖະສະພາ ເອີລົບຈະຊຸກຍູ້ບັນດາປະເທດຍັງເຫຼືອ ໃຫ້ສັດຕະຍາບັນສັນຍາ EVFTA, ສະພາແຫ່ງຊາດ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ EU ເພື່ອຊຸກຍູ້ບັນດາສະມາຊິກທີ່ຍັງເຫຼືອໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍບັນດາສັນຍາ.

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ
ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານ Bernd Lange ປະທານຄະນະກຳມາທິການ ການຄ້າສາກົນ (ພາບ: quochoi.vn)
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານ Bernd Lange ປະທານຄະນະກຳມາທິການ ການຄ້າສາກົນ (ພາບ: quochoi.vn)

ວັນທີ 8 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບຄະນະສະມາຊິກກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ ໂດຍທ່ານ Bernd Lange ປະທານຄະນະກຳມາທິການ ການຄ້າສາກົນ ນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ສະພາແຫ່ງຊາດ ແລະ ບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ສະຫະພາບ ເອີລົບ (EU) ເພື່ອຊຸກຍູ້ບັນດາສະມາຊິກຕ່າງໆຂອງ EU ຮັບຮອງເອົາ ແລະ ຜັນຂະຫຍາຍສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ EU (EVFTA).

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຫວັງວ່າ ປະທານກຳມາທິການການຄ້າ ສາກົນ ຂອງລັດຖະສະພາ ເອີລົບຈະຊຸກຍູ້ບັນດາປະເທດຍັງເຫຼືອ ໃຫ້ສັດຕະຍາບັນສັນຍາ EVFTA, ສະພາແຫ່ງຊາດ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ EU ເພື່ອຊຸກຍູ້ບັນດາສະມາຊິກທີ່ຍັງເຫຼືອໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍບັນດາສັນຍາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ສະເໜີໃຫ້ EU ສືບຕໍ່ຮັກສາບົດບາດຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ເຮັດໃຫ້ການພົວພັນຂອງ ຫວຽດນາມ ກັບ EU ພ້ອມກັບບັນດາປະເທດສະມາຊິກ ຢູ່ເວທີປາໄສຫຼາຍຝ່າຍເລິກເຊິ່ງກ່ວາອີກ, ສະໜັບສະໜູນ, ສະເໜີຫວຽດນາມ ເຂົ້າເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025.

ສ່ວນທ່ານ Bernd Lange ຖືວ່າ EVFTA ແມ່ນພື້ນຖານຢ່າງໝັ້ນແກ່ນເຮັດໃຫ້ການພົວພັນຂອງສອງຝ່າຍມີສະຖຽນລະພາບ ແລະ ມຸ່ງໄປເຖິງການພັດທະນາໃໝ່ໃນອະນາຄົດ. ທ່ານ ກໍ່ໃຫ້ຮູ້ວ່າ : ໂຄວິດ - 19 ເຮັດໃຫ້ບັນດາປະເທດ ສະມາຊິກ EU ມີຄວາມຊັກຊ້າໃນການຮັບຮອງເອົາສັນຍາ EVFTA.

ວີ​ໂອ​ວີ

ທ່ານອາດຈະມັກ

302 Found

Found

The document has moved here.