ສະ​ເຫຼີມ​ສະຫຼອງ ວັນ​ຊາດ​ຫວຽດ​ນາມ ຄົບ​ຮອບ 77 ປີ ຢູ່​ບາງ​ປະ​ເທດ​ໃນ​ໂລກ

07:38 | 02/09/2022

ຫວ່າງແລ້ວນີ້, ທ່ານອັກຄະລັດຖະທູດ ສປປ. ລາວ ປະຈຳ ສະຫະພັນ ລັດເຊຍ ວົງວິໄລ ທິບພະລັງສີ ໄດ້ເຂົ້າ ອວຍພອນວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 77 ປີຢູ່ ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ.

ສະ​ຖານ​ທູດ ລາວ ປະ​ຈຳ ໄທ​ອວຍ​ພອນ​ວັນ​ຊາດ ຫວຽດ​ນາມ ສະ​ຖານ​ທູດ ລາວ ປະ​ຈຳ ໄທ​ອວຍ​ພອນ​ວັນ​ຊາດ ຫວຽດ​ນາມ
ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້ Lotte ສືບ​ຕໍ່​ລົງ​ທຶນ​ເຂົ້າຫຼາຍ​ໂຄງ​ການ​ໃຫຍ່​ຢູ່ ຫວຽດ​ນາມ ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້ Lotte ສືບ​ຕໍ່​ລົງ​ທຶນ​ເຂົ້າຫຼາຍ​ໂຄງ​ການ​ໃຫຍ່​ຢູ່ ຫວຽດ​ນາມ
ພິທີສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ຄົບຮອບ 77 ປີ ຢູ່ Praha (ພາບ: VOV)
ພິທີສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ຄົບຮອບ 77 ປີ ຢູ່ Praha (ພາບ: VOV)

ນະທີ່ນີ້, ເອກອັກຄະລັດຖະທູດສອງທ່ານໄດ້ຕີລາຄາສູງສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ ແລະ ລາວ; ພ້ອມທັງຢືນຢັນຄວາມຕັດສິນໃຈສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ໝັ້ນແກ່ນໜຽວແໜ້ນ.

ກໍໃນວັນທີ 30 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ກໍໄດ້ຈັດພິທີສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ຄົບຮອບ 77 ປີ ຢູ່ Praha. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ຢັ້ງຢືນວ່າ ໃນແຕ່ລະບາດກ້າວພັດທະນາຂອງປະເທດ ສ.ເຊັກໂກ, ແມ່ນ 1 ໃນ 10 ປະເທດ ທຳອິດທີ່ສ້າງຕັ້ງສາຍພົວພັນທາງການທູດກັບ ຫວຽດນາມ ໃນປີ 1950. ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ຢັ້ງຢືນວ່າ ສາຍພົວພັນດ້ານການເມືອງລະຫວ່າງສອງປະເທດ ນັບມື້ນັບມີຄວາມໄວ້ວາງໃຈ ແລະ ຕີລາຄາສູງຕໍ່ການໜູນຊ່ວຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງ ສ.ເຊັກໂກ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ EU.

ສ່ວນຢູ່ Budapest, ມີຜູ້ຕາງໜ້າຂອງສະພາແຫ່ງຊາດ, ລັດຖະບານ, ອົງການຈັດຕັ້ງຕ່າງໆຂອງ ຮຸງກາຣີ ເກືອບ 400 ທ່ານ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 77 ປີ ໂດຍສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຈັດຂຶ້ນ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.