ຍສໝ - ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວ ກ່ຽວກັບສະພາບການພົນລະເມືອງ ຫວຽດນາມ ຢູ່ອິດສະຣາແອນ, ລີບັງ ແລະ ອີຣານ ໃນສະຖານະການຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນ ແລະ ສະພາບການຂອງບັນດາພົນລະເມືອງ ຫວຽດນາມ ທີ່ຖືກຄື້ນທະເລຢູ່ທະເລ Ibaraki, ປະເທດ ຍີ່ປຸ່ນ ພັດໄຫຼໄປ.
ຍສໝ - ວັນທີ 7 ຕຸລາ, ສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຍີ່ປຸ່ນ ຢູ່ໂອຊາກ້າ, ຍີ່ປຸ່ນ ໄດ້ຮ່ວມມືກັບສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳໂອຊາກ້າ ຈັດງານພິທີເປີດຕົວ “ສູນການສຶກສາ ຫວຽດນາມວິທະຍາ”.
ຍສໝ - ການສຳມະນາດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ -ຍີ່ປຸ່ນ ຄັ້ງທີ 2 ໂດຍມີຫົວຂໍ້ວ່າ “ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ຮ່ວມມືມຸ່ງໄປເຖິງການທ່ອງທ່ຽວແບບຍືນຍົງ” ຈັດຂຶ້ນໃນວັນທີ 2 ຕຸລາ ຢູ່ນະຄອນຫຼວງ ຮ່າໂນ້ຍ.
ຍສໝ - ໃນວັນທີ 29 ກັນຍາ ຢູ່ ນະຄອນຟູຄູຍາມາ ແຂວງຮີໂຣຊິມາ ປະເທດຍີ່ປຸ່ນ ໄດ້ມີການຈັດການແຂ່ງຂັນບານເຕະຂອງຊຸມຊົນຊາວຫວຽດນາມ ຢູ່ Chugoku "FAVIJA CHUGOKU CUP 2024"
ຍສໝ - ນີ້ແມ່ນຄຳໝັ້ນສັນຍາຂອງທ່ານ Sasaki Hajime - ສະມາຊິກລັດຖະສະພາຕ່ຳ, ປະທານກຳມາທິການຄົມມະນາຄົມ, ທີ່ດິນ, ພື້ນຖານໂຄງລ່າງ ແລະ ທ່ອງທ່ຽວ - ຄະນະຜູ້ແທນສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ ໃນໂອກາດການໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບິ່ງດິ້ງ ໃນຕອນເຊົ້າຂອງວັນທີ 6 ພຶດສະພາ.
ຍສໝ - ໂດຍເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ມຊູຊ່ວຍເຫຼືອ ເຊິ່ງກັນ ແລະກັນໃນຍາມປະສົບກັບຄວາມຫຍຸ້ງຍາກ, ຮ່ວມໃຈກັນແບ່ງປັນຄວາມຫຍຸ້ງຍາກ, ຜູ້ໃຈບຸນໃຈກຸສົນ, ບັນດາອົງການ, ວິສາຫະກິດ ແລະອົງການຈັດຕ້ັງ, ໝູ່ຄະນະ ແລະບຸກຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ພາກໃຕ້ຂອງລາວ ໄດ້ສະແດງນ້ຳໃຈສາມັກຄີ, ຮ່ວມໃຈກັນໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມທັງຢູ່ຫວຽດນາມ ແລະລາວ, ຫວັງວ່າປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກ ແລະກັບຄືນສູ່ການດໍາລົງຊີວິດເປັນປົກກະຕິໂດຍໄວ.
ຍສໝ - ວັນທີ 8 ກັນຍາ, ໃນຂອບເຂດງານບຸນ ຫວຽດນາມ ຢູ່ Kanagawa 2024, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງແຂວງ Kanagawa ເພື່ອຈັດຕັ້ງລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍບັນດາຜົນງານທີ່ປະເທດ ສ.ເກົາຫຼີ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຟື້ນຟູເສດຖະກິດ, ປັບປຸງລະບົບຕ່ອງໂສ້ການສະໜອງ; ຕີລາຄາສູງການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນ 32 ປີຜ່ານ ມາ ໄດ້ຮັບການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງສອງຝ່າຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເນັ້ນໜັກວ່າ ພັກ, ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ.
ຍສໝ - ຕາມບົດລາຍງານຂອງກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ), ໃນ 4 ເດືອນຕົ້ນປີ 2024 ຍີ່ປຸ່ນ ຍັງແມ່ນທ້ອງຕະຫຼາດສົ່ງອອກແຮງງານອັນດັບໜຶ່ງຂອງ ຫວຽດນາມ.
ຍສໝ - ສະຫາຍຜູ້ປະຈຳການຄະນະເລຂາທິການ ນາງ ເຈື່ອງທິມາຍ ຢືນຢັນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຍີ່ປຸ່ນ ເປັນສຳຄັນຢ່າງສະເໝີຕົ້ນສະເໝີປາຍ.
ຍສໝ - ຫ້ອງຮຽນພາສາ ຫວຽດ ທີ່ຮັກແພງສຳລັບເດັກນ້ອຍຫວຽດນາມ ລຸ້ນທີ 2 ແລະ 3 ຢູ່ເຂດ Kansai, Osaka (ຍີ່ປຸ່ນ) ໄດ້ດຶງດູດນັກຮຽນ 100 ກວ່າຄົນ, ໃນນັ້ນ ມີນັກຮຽນແບບເຊິ່ງໜ້າ 30 ຄົນ ແລະ ນັກຮຽນອອນໄລ 70 ຄົນ ມີອາຍຸແຕ່ 5-14 ປີ.
ຍສໝ - ນີ້ແມ່ນເນື້ອໃນປຶກສາຫາລືທີ່ບັນດາການພົບປະລະຫວ່າງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກັບທ່ານຮອງປະທານສະພາສູງ Nagahama Hiroyuki; ທ່ານນາງ Miyazaki Katsura ຮອງປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ແລະ ທ່ານ Suzuki Naomichi ຜູ້ວ່າການແຂວງ Hokkaido ເຊິ່ງໄດ້ດຳເນີນໃນວັນທີ 9 ສິງຫາ ຢູ່ ຍີ່ປຸ່ນ.
ຍສໝ - ນີ້ແມ່ນເນື້ອໃນ ທີ່ໄດ້ຮັບການເຫັນດີເປັນເອກະພາບທີ່ການພົບປະເຮັດວຽກລະຫວ່າງທ່ານ ນາງ ຫງວຽນເຟືອງຮວ່າ ຫົວໜ້າກົມຮ່ວມມືສາກົນ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແລະ ທ່ານ Yoshioka Norihiko ຜູ້ອຳນວຍການໃໝ່ສູນພົບປະແລກປ່ຽນວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ ໃນວັນທີ 23 ພຶດສະພາ ຢູ່ ຮ່າໂນ້ຍ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ ຟ້າມດິ່ງເທືອງ, ປະທານສະມາຄົມ ຊາວຫວຽດນາມ ຢູ່ແຂວງ Saitama (ຍີ່ປຸ່ນ) ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງປະຊາຄົມ ຊາວຫວຽດນາມ ຢູ່ແຂວງ Saitama.
ຍສໝ - ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະອຳນວຍຄວາມສະດວກເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການພົບປະແລກປ່ຽນ, ຍົກສູງຄວາມເຂົ້າອົກເຂົ້າໃຈ, ປັບປຸງຄວາມເຊື່ອໝັ້ນ ແລະພ້ອມກັນຮ່ວມມືບົນພື້ນຖານສອດຄ່ອງກັບຄວາມຕ້ອງການ, ຄວາມສາມາດ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດບົນຈິດໃຈການພົວພັນ “ຈິງໃຈ, ຮັກແພງ, ໄວ້ເນື້ອເຊື່ອໃຈ” ລະຫວ່າງສອງປະເທດ.
ຍສໝ - ລະດູໃບໄມ້ຫຼົ່ນທີ່ຈະມາເຖິງນີ້, ເຝີ - ອາຫານປະຈຳຊາດຫວຽດນາມ ຈະໄດ້ “ສົ່ງອອກ” ໄປຍັງ ສ.ເກົາຫຼີ, ຕາມລາຍການ ວັນຂອງເຝີ ຈັດຕັ້ງໂດຍໜັງສືພິມ Tuoi Tre (ໄວໜຸ່ມ).
ຍສໝ - ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາວ່າ ການພົວພັນ ຫວຽດນາມ-ຍີ່ປຸ່ນ ພວມຢູ່ໃນໄລຍະອັນດີງາມທີ່ສຸດ.
ຍສໝ - ສະມາຄົມພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 6 ອາຍຸການ 2024 – 2029 ຢູ່ ຮ່າໂນ້ຍ. ທ່ານ ເລຫງອກດິ້ງ, ອະດີດຮອງຫົວໜ້າກົມຮ່ວມມືສາກົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຍດນາມ, ປະທານສະມາຄົມພົບປະແລກປ່ຽນວັດທະນະທຳຫວຽດນາມ - ຍີ່ປຸ່ນ, ສະໄໝທີ 5, ສືບຕໍ່ໄດ້ເລືອກຕັ້ງເປັນປະທານສະມາຄົມ ສະໄໝທີ 6, ອາຍຸການ 2024. -2029.
ຍສໝ - ເຖິງວ່າຈະຫຍຸ້ງກັບວຽກງານ, ແຜນການເຄື່ອນໄຫວວຽກງານຫຼາຍຢ່າງ, ແຕ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຍາມໃດກໍ່ຍາດເວລໄປພົບປະກັບປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ, ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ຄວາມຮັກແພງຊາວຫວຽດນາມ ຢູ່ຕ່າງປະເທດເປັນພິເສດ.
ຍສໝ - ວັນທີ 22 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ຕ້ອນຮັບທ່ານ Takebe Tsutomu, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.