ຍສໝ - ການພົວພັນຄ້າຂາຍຜ່ານເສັ້ນທາງລົດໄຟໄປຍັງຈີນ ຍັງບໍ່ທັນໄດ້ຮັບຄວາມສົນໃຈໃນສະພາບການສິນຄ້າສົ່ງໄປຍັງຈີນຖືກຕິດຢູ່ດ່ານຊາຍແດນ.
ຍສໝ - ໂດຍກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19, ຝ່າຍຈີນ ໄດ້ປະກາດຢຸດຕິການນຳສົ່ງສິນຄ້າຜ່ານແດນ ຜ່ານບັນດາດ່ານຊາຍແດນ ຂອງ ນະຄອນ ມອງກ໊າຍ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຫາ, ປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ວັນທີ 15 ທັນວາ, ງານວາງສະແດງພາບຖ່າຍແບບທາງໄກ “ລະດູບານໃໝ່ເຂດຊາຍແດນ - ບຸນເຕັດຢູ່ເຂດທະເລໝູ່ເກາະ” ເພື່ອແນໃສ່ແນະນຳບັນດາພາບຖ່າຍທີ່ມີຊີວິດຊີວາ, ສ່ອງແສງຕົວຈິງ ໃນທຸກການເຄື່ອນໄຫວ, ການດຳລົງຊີວິດ, ບັນຍາກາດ ຕ້ອນຮັບລະດູບານໃໝ່ຂອງພະນັກງານ, ນັກຮົບ, ປະຊາຊົນເຂດຊາຍແດນ, ທະເລໝູ່ເກາະ ຂອງປະເທດຊາດໄປຍັງມະຫາຊົນ.
ກົມບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງຈິ ໄດ້ມອບທຶນສຶກສາ 100 ທຶນໃຫ້ແກ່ນັກຮຽນທຸກຍາກ, ແຕ່ລະທຶນມີມູນຄ່າ 3 ລ້ານດົ່ງ ແລະ ມອບງົວແມ່ພັນ ໃຫ້ແກ່ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ບ້ານ ເຟື່ອງ ແລະ ແດນສະຫວັນ, ເມືອງເຊໂປນ ແລະ ເມືອງ ເຕິນແທັ່ງ ແລະ ເທດສະບານລາວບາວ, ເມືອງ ເຮືອງຮ໊ວາ.
ຍສໝ - ທ່າກ່ຳປັ່ນທາງພາກໃຕ້ຂອງຈີນຈະປິດເປັນເວລາ 6 ອາທິດໃນໄລຍະບຸນປີໃໝ່ປະຈຳຊາດຈີນປີ 2022 ເພື່ອແຍກປ່ຽວບັນດາລູກເຮືອ. ສະນັ້ນ, ຄວາມກົດດັນຕໍ່ການສົ່ງອອກຜະລິດຕະພັນກະສິກຳຈະຖືກສຸມຢູ່ດ່ານຊາຍແດນທາງບົກ. ຄາດວ່າຈະແກ່ຍາວເວລາດົນກວ່າເກົ່າ.
ຍສໝ - ໃນລະຫວ່າງວັນທີ 16 – 18 ພະຈິກ 2021, ມີ 14/16 ຄ້າຍທະຫານຊາຍແດນແຂວງກອນຕຸມ ຂອງທະຫານຊາຍແດນແຂວງກອນຕຸມ ໄດ້ຈັດພິທີແຮກສ່ຽວກັບ 11 ຕາແສງຊາຍແດນ ເພື່ອແນໃສ່ເພີ່ມທະວີສາຍພົວພັນສາມັກຄີ, ສະໜິດ ຕິດພັນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ປະຕິບັດສໍາເລັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງແຫ່ງຊາດກວ່າອີກ, ຍູ້ແຮງການພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມຢູ່ທ້ອງຖິ່ນ.
ຍສໝ - ທີ່ການຖະແຫຼງຂ່າວໂດຍກະຊວງການຕ່າງປະເທດ ຫວຽດນາມຈັດຂຶ້ນໃນຕອນບ່າຍວັນທີ 7 ຕຸລາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບຄຳຖາມທີ່ກ່ຽວຂ້ອງເຖິງຮູບເງົາ ກອງທັບເວືອງບ່າຍ ຂອງ ຈີນ ດ້ວຍເນື້ອໃນທີ່ເສັກສັນປັ້ນແຕ່ງ ການຕໍ່ສູ້ປົກປ້ອງຊາຍແດນທາງພາກເໜືອຂອງ ຫວຽດນາມ ໃນຊຸມປີ 1980.
ຍສໝ - ກອງບັນຊາການທະຫານປ້ອງກັນຊາຍແດນ ກາວບັ່ງ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນຈ່າລິງ ໄດ້ສົມທົບກັບບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບປະຕິບັດລາດຕະເວນ, ຄວບຄຸມເຂດຊາຍແດນ, ດ່ານຊາຍແດນຢ່າງເຄັ່ງຄັດ, ເພື່ອສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງແບບຜິດກົດໝາຍ, ຕໍ່ສູ້ກັບບັນດາອາດຊະຍາກຳ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
ຍສໝ - ຕອນເຊົ້າວັນທີ 22 ກໍລະກົດ ຢູ່ດ່ານຊາຍແດນສາກົນທາງບົກ ລາວກາຍ ຫວຽດນາມ - ຮ່າເຄົາ (ຈີນ), ຄະນະຜູ້ແທນທະຫານປ້ອງກັນຊາຍແດນແຂວງ ລາວກາຍ ຫວຽດນາມ ໄດ້ມີການໂອ້ລົມເຈລະຈາວີຊາການ ກັບຄະນະຜູ້ແທນໜ່ວຍຄຸ້ມຄອງຊາຍແດນຮົ່ງຮ່າ ສັງກັດປ້ອມກວດກາຊາຍແດນເຂົ້າອອກ ຢຸນນານ (ຈີນ).
ຍສໝ -ບົນເສັ້ນຊາຍແດນທີ່ຍາວກວ່າ 50 ກີໂລແມັດ, ທະຫານປ້ອງກັນຊາຍແດນ ແຂວງດົ່ງທາບ ໄດ້ຮັກສາ 26 ປ້ອມຄຸ້ມຄອງ, ປົກປ້ອງເຂດຊາຍແດນ, 33 ອົງການປະຕິບັດງານເຄື່ອນທີ່ທາງບົກ ແລະ ທາງນ້ຳ, ຈັດຕັ້ງການລາດຕະເວນເປັນປະຈຳ, ຄວບຄຸມຢ່າງເຄັ່ງຄັດເພື່ອແນໃສ່ສະກັດກັ້ນບັນດາການກະທຳຄ້າເຖື່ອນ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19…
ກໍາລັງທະຫານປ້ອງກັນຊາຍແດນ ໄດ້ ຈັດສົ່ງທະຫານເພີ່ມເຕີມເກືອບ 8.000 ຄົນໄປປະຕິບັດໜ້າທີ່ໂດຍກົງຢູ່ຫຼາຍກວ່າ 1.900 ດ່ານກວດກາ, ເດັດດ່ຽວສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍຜ່ານທາງນ້ອຍຢູ່ຕາມເສັ້ນຊາຍແດນ, ເຂດທະເລ.
ຍສໝ - ມີສະມາຊິກຄະນະຊາວໜຸ່ມ ກ່ວາ 30 ຄົນ ສັງກັດໜ່ວຍຄະນະຊ່າວໜຸ່ມປ້ອມທະຫານປ້ອງກັນຊາຍແດນ ແລະ ຕາແສງດ່ວານຮາຍ, ຕາແສງນ້ຳແລັງ ແລະ ເມື່ອງລານ ໄດ້ລົງນາຊ່ວຍຄອບຄົບທີ່ປະສົບກັບຄວາມຫຍຸ້ງຍາກເກັບກ່ຽວເຂົ້າໃນຊຸມວັນທ້າຍເດືອນມິຖຸນານີ້.
ຍສໝ - ທ່ານຮ້ອຍເອກ ລ້າຍແອັງຫວູ, ຮອງຜູ້ຮັບຜິດຊອບດ້ານການເມືອງ, ເລຂາໜ່ວຍຊາວໜຸ່ມ ປ້ອມປ້ອງກັນທະຫານປ້ອງກັນດ່ານຊາຍແດນສາກົນ ຮວາລື ໃຫ້ຮູ້ວ່າ: ແຕ່ລະເດືອນ, ກົມກອງໄດ້ປ່ຽນກັນມອບເຂົ້າສານໃຫ້ແກ່ 2 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໃນບໍລິເວນຕາແສງ ລົກຮ່ວາ, ແຕ່ລະຄອບຄົວແຕ່ 25 - 30 ກີໂລກຼາມ.
ຍສໝ - ທ່ານຮ້ອຍເອກນິງວັນນາມ (ຫົວໜ້າດ່ານກວດກາ) ໃຫ້ຮູ້ວ່າ: ເຂດນີ້ແມ່ນຈຸດຮ້ອນແຮງຂອງການຄ້າເຖື່ອນ. ແຕ່ວ່ານັບແຕ່ເມື່ອກົມກອງໄດ້ຕັ້ງບັນດາດ່ານກວດກາການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ການເຄື່ອນໄຫວຄ້າເຖື່ອນ, ການເຂົ້າອອກເມືອງແບບຜິດກົດໝາຍກໍ່ໄດ້ຈຳກັດລົງຫຼາຍທີ່ສຸດ”
ຍສໝ - ຕາມເນື້ອໃນການລົງນາມ, ສອງຝ່າຍຈະພ້ອມກັນໂຄສະນາເຜີຍແຜ່, ສຶກສາປະຊາຊົນສ້າງສາ ແລະ ເພີ່ມພູນຄູນສ້າງ ນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງບັນດາເຜົ່າ, ຕະກຸນ ທີ່ມີມາແຕ່ດົນນານ.
ຍສໝ - ບໍ່ພຽງແຕ່ຮັກສາເຂດຊາຍແດນຢ່າງໝັ້ນຄົງເທົ່ານັ້ນໃນຊຸມປີຜ່ານມາ ທະຫານປ້ອງກັນຊາຍແດນ ຫວຽດນາມ ຍັງຊ່ວຍເຫຼືອປະຊາຊົນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ສ້າງຊີວິດການເປັນຢູ່, ດູແລ, ຊ່ວຍໃຫ້ບັນດານ້ອງນ້ອຍ ຢູ່ເຂດຊາຍແດນ, ລວມມີເດັກນ້ອຍຫວຽດນາມ, ລາວ ກຳປູເຈຍໄ ດ້ມີເງື່ອນໄຂລະຫຼິ້ນ, ຮ່ຳຮຽນ, ສ້າງອະນາຄົດທີ່ສົດໄສໃຫ້ແກ່ພວກນ້ອງ.
ຍສໝ - ເດັກນ້ອຍ 9 ຄົນ ເປັນອ້າຍນ້ອງກັນ ໃນຄອບຄົວຊົນເຜົ່າປາໂກ, ດຳລົງຊີວິດຢູ່ເຂດຫຼັກໝາຍຊາຍແດນ ລະຫວ່າງ ຫວຽດນາມ-ລາວ. ພວກເຂົາບໍ່ຮູ້ພາສາຫວຽດນາມ, ບໍ່ຮູ້ໜັງສື, ນອນຢູ່ເທິງດິນ, ກິນບໍ່ໃຊ້ຖ້ວຍ… ພວກເດັກນ້ອຍເໝືອນຄົນປ່າ ໄດ້ຮັບການປ່ຽນແປງຊີວິດ ແລະ ກາຍເປັນພົນລະເມືອງທີ່ດີ, ມີສຸຂະພາບແຂງແຮງ, ໄດ້ຮັບການຮ່ຳຮຽນ, ອີ່ມໜຳສຳລານສົມບູນພູນສຸກ. ຍ້ອນວ່າເຂົາເຈົ້າມີພໍ່ຮັກ ເປັນພະນັກງານ, ນັກຮົບຂອງປ້ອມປ້ອງກັນຊາຍແດນ ອາວາວ, ເມືອງ ດັກກຣົງ ແຂວງ ກ໋ວາງຈິ ນັບແຕ່ປີ 2018.
ຍສໝ - ເພື່ອແນໃສ່ເພີ່ມທະວີຮັດແໜ້ນນ້ຳໃຈສາມັກຄີມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ທະຫານປ້ອງກັນຊາຍແດນແຂວງດຽນບຽນໄດ້ມອບໃຫ້ບັນດາກົມກອງປະເທດເພື່ອນລວມມີ ວັດຖຸອຸປະກອນການແພດ, ທັນຍະຫານສະບຽງອາຫານ ລວມມູນຄ່າໜູນຊ່ວຍກ່ວາ 100 ລ້ານດົ່ງ.
ກຳລັງທະຫານປ້ອງກັນຊາຍແດນແຂວງ ເຊີນລາ ໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອແນໃສ່ເພີ່ມທະວີ, ປົກປັກຮັກສາເສັ້ນຊາຍແດນ, ສະກັດກັ້ນບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍ.
ຍສໝ - ໂດຍຕີລາຄາສູງບັນດາຄວາມມານະພະຍາຍາມຂອງດົ່ງທາບໃນວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດໂຄວິດ - 19, ພິເສດແມ່ນໃນການຄຸ້ມຄອງຊາຍແດນ ແລະ ການເຂົ້າເມືອງ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ກໍ່ຮຽກຮ້ອງໃຫ້ ແຂວງດົ່ງທາບ ສືບຕໍ່ເຊື່ອມຊຶມທັດສະນະ “ຕ້ານໂລກລະບາດຄືຕ້ານສັດຕູ” ຢ່າງເລິກເຊິ່ງ.