ດ້ຽນ​ບຽນ​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ມູນ​ຄ່າ​ກ່​ວາ 100 ລ້​ານ​ດົ່ງ​ໃຫ້​ແກ່​ກຳ​ລັງ​ປ້ອ​ງ​ກັນ​ຊາຍ​ແດນ​ລາວ

13:00 | 12/05/2021

ຍ​ສ​ໝ - ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ດຽນ​ບຽນ​ໄດ້​ມອບ​ໃຫ້​ບັນ​ດາ​ກົມ​ກອງ​ປະ​ເທດ​ເພື່ອນ​ລວມ​ມີ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ທັນ​ຍະ​ຫານ​ສະ​ບຽງ​ອາ​ຫານ ລວມ​ມູ​ນ​ຄ່າ​ໜູນ​ຊ່ວຍ​ກ່​ວາ 100 ລ້ານ​ດົ່ງ.

ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ດ້ຽນ​ບຽນ​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ມູນ​ຄ່າ​ກ່​ວາ 100 ລ້​ານ​ດົ່ງ​ໃຫ້​ແກ່​ກຳ​ລັງ​ປ້ອ​ງ​ກັນ​ຊາຍ​ແດນ​ລາວ
ພິ​ທີ​ມອບ​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ ລະ​ຫວ່າງ​ສອງ​ຝ່າຍ

ວັນ​ທີ 10 ພຶດ​ສະ​ພາ, ຢູ່ຫຼັກ​ໝາຍ​ຊາຍ​ແດນ​ເລກ 113 ດ່ານ​ຊາຍ​ແດນ​ສາ​ກົນ ໄຕ​ຈາງ ແລະ ຫຼັກ​ໝາຍ​ຊາຍ​ແດນ​ເລກ 114 ດ່ານ​ຊາຍ​ແດນ​ຫວຍ​ປວດ, ເມືອງ​ດ້ຽນ​ບຽນ, ແຂວາງ​ດ້ຽນ​ບຽນ, ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ​ດ້ຽນ​ບຽນ ໄດ້​ມອບ​ອຸ​ປະ​ກອນ​ວັດ​ຖຸ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ກອ​ງ​ບັນ​ຊາ​ການ​ທະ​ຫານ ແລະ ຕຳຫຼວດ​ສອງ​ແຂວງ​ແມ່ນ ພົ້ງ​ສາ​ລີ ແລະ ຫຼ​ວງ​ພະ​ບາງ ປະ​ເທດ​ລາວ.

ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ດຽນ​ບຽນ​ໄດ້​ມອບ​ໃຫ້​ບັນ​ດາ​ກົມ​ກອງ​ປະ​ເທດ​ເພື່ອນ​ລວມ​ມີ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ທັນ​ຍະ​ຫານ​ສະ​ບຽງ​ອາ​ຫານ ລວມ​ມູ​ນ​ຄ່າ​ໜູນ​ຊ່ວຍ​ກ່​ວາ 100 ລ້ານ​ດົ່ງ.

ທີ່​ພິ​ທີ​ມອບ​ຮັບ, ການ​ນຳ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ, ການ​ຜັ​ນ​ແປ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ແຕ່​ລະ​ປະ​ເທດ. ພ້ອມ​ທັງ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ເພີ່ມ​ທະ​ວີ​ການ​ສົມ​ທົນ​ໃຫ້ຫຼາຍ​ກ່​ວາ​ອີກ​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ສອງ​ປະ​ເທດ​ໃນ​ວຽກ​ງານ​ລາດ​ຕະ​ເວນ, ກວດ​ກາ, ສະ​ກັດ​ກັ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຂົ້າ - ອອກ​ເມືອງ​ແບບ​ຜິດ​ກົດໝາຍ, ສອງ​ຝ່າຍ​ສ້າງ​ເງື່ອນ​ໄຂ​ທີ່​ສະ​ດວກ​ໃຫ້​ແກ່​ພົນ​ລະ​ເມືອງ​ຂອງ​ກັນ, ສິນ​ຄ້າ ສອງ​ຝ່າຍ​ໃນ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ເຂົ້າ​ອອກ​ເມືອງຜ່ານ​ດ່ານ​ຊາຍ​ແດນສາ​ກົນ​ດັ່ງ​ກ່າວ​ຕາມ​ຂໍ້​ກຳ​ນົດ ແລະ ຮັ​ບ​ປະ​ກັນ​ວິ​ວັດ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ການ​ນຳ​ກອ​ງ​ບັນ​ຊາ​ການ​ທະ​ຫານ ແລະ ຕຳຫຼວດ ສອງ​ແຂວງ ຜົ້ງ​ສາ​ລີ, ຫຼວງ​ພະ​ບາງ​ຂອງ​ລາວ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່, ລະ​ດົມ​ກຳ​ລັງ​ໃຈ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ກ່ຽວ​ກັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດທັນ​ຍະ​ຫານ​ສະ​ບຽງ​ອາ​ຫານ​ຂອງກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ ດ້ຽນ​ບຽນ, ພ້ອມ​ທັງ, ມີ​ຄວາມ​ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ຂອງ​ສອງ​ປະ​ເທດ ຈະ​ສືບ​ຕໍ່​ການ​ແລ​ກ​ປ່ຽນ, ສະ​ໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ​ຊາຍ​ແດນ ແລະ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເປັນ​ປະ​ຈຳ. ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕ​ະ​ພາບ, ການ​ຮ່ວ​ມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ພັດ​ທະ​ນາ.

ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ງວດ​ສິນ​ຄ້າ​ຜ້​າ​ອັດ​ປາກ​ດັງ 810.000 ອັນ​ຂອງ ຫວຽດ​ນາມ​ໜູນ​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ອົດ​ສະ​ຕາ​ລີ​ຊ່ວຍ​ເຫຼືອ​ສົ່ງ​ໄປ​ຍັງ​ດ້ວຍ​ການ​ເດີນ​ເຮືອ​ໄປ​ຍັງ​ນະ​ຄອນຫຼວ​ງ Dili.

ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ເຊີນ​ລາ, ແທັງ​ຮ​ວາ, ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ ໜູນ​ຊ່ວຍ​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 7 ພຶດ​ສະ​ພາ, ຢູ່ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ 281 ໃນ​ບໍ​ລິ​ເວນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ, ປ້ອມ​ປ້ອງ​ກັນຊາຍ​ແດນ​ດ່ານ​ຊາຍ​ແດນ ແຕ໊ນ​ຕັ່ນ (ແທງ​ຮ​ວາ) ໄດ້​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ແກ່ກອງ​ໃຫຍ່​ທະ​ຫານ​ເລກ​ທີ 214, ກອງ​ບັນ​ຊາ​ການ​ແຂວງ​ຫົວພັນ ແລະ ປ້ອມ​ລະ​ຫວ່າງ​ຂະ​ແໜງ​ດ່ານ​ຊາຍ​ແດນ ສົມ​ຫວັງ, ແຂວງ​ຫົວ​ພັນ (ລາວ).

ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ຍ​ສ​ໝ - ລາຍ​ລະ​ອຽດ​ແມ່ນ, ນະ​ຄອນ​ໂຮ່​ຈີ​ມິນ​ຕັດ​ສິນ​ໃຈ​ໜູນ​ຊ່ວຍ 1,5 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ກຳ​ປູ​ເຈຍ, 1 ຕື້ ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ແລະ ປະ​ຊາ​ຊົນ​ລາວ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.