ຍສໝ - ນາຍົກລັດຖະມົນຕີລາວ, ທ່ານ ທອງລຸນສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານລາວ ໄດ້ເດີນທາງມາຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການເປັນເວລາ 3 ວັນ, ແຕ່ວັນທີ 2 - 4 ມັງກອນ.
ວັນທີ 05 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Toshimitsu Motegi ຈະເລີ່ມຕົ້ນການເດີນທາງຢ້ຽມຢາມ 4 ປະເທດອາຊີຕາເວັນອອກສ່ຽງໃຕ້, ລວມມີ ຫວຽດນາມ, ໄທ, ຟີລິບປິນ ແລະ ອິນໂດເນເຊຍ.
ຍສໝ - ປີ 2019, ຍອດການລົງທຶນ ຫວຽດນາມ ຢູ່ຕ່າງປະເທດ ດ້ວຍການຈົດລົງທະບຽນໃໝ່ ແລະ ເພີ່ມຂື້ນ 508,14 ລ້ານໂດລາ ສະຫະລັດ.
ໃນປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດມີພຽງແຕ່ 1.222 ເມກາວັດ ແລະ ຄາດຄະເນວ່າຄວາມຕ້ອງການພະລັງ ງານໄຟຟ້າຢູ່ພາຍໃນຈະເພີ່ມຂຶ້ນເຖິງ 1.800 ເມກາວັດ ໃນປີ 2020-2025 ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໃນວັນທີ 20 ທັນວາ 2019.
ຍສໝ - ໃນປີ 2020, ຫວຽດນາມ ສືບຕໍ່ແມ່ນປະເທດດຶງດູດການລົງທຶນຈາກຕ່າງປະເທດແຖວໜ້າ.
ຍສໝ - ຕອນບ່າຍວັນທີ 24 ທັນວາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບການນໍາ, ພະນັກງານ, ຄູອາຈານສະຖາບັນການຕ່າງປະເທດຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 23 ທັນວາ 2019, ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ໄດ້ໄປຢ້ຽມຢາມງານວາງສະແດງ “ຜົນງານກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ກໍ່ສ້າງກໍາລັງປະກອບອາວຸດປະຊາຊົນ” ແລະງານຕະຫຼາດນັດ ຫວຽດບັ໊ກ ປີ 2019.
ຍສໝ - ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊີ-ເອີລົບຄັ້ງທີ 14 ໄດ້ໄຂຂຶ້ນໃນວັນທີ 16 ທັນວາ 2019 ທີ່ ນະຄອນຫຼວງ Madrid, ປະເທດແອດສະປາຍ.
ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ພາຍໃຕ້ຄຳຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ແລະ “ເພີ່ມທະວີປະສິດທິຜົນການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ປາກົດຜົນເປັນຮູບປະທຳ” ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 13 ທັນວາ 2019 ຢູ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ໂດຍເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ມີທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍທ່ານຮອງນາຍົກລັດຖະມົນຕີ ບັນດາລັດຖະມົນຕີ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍສໝ - ສະຫະພັນຕ້ອງເພີ່ມທະວີຄຸນນະພາບກ່ຽວກັບວຽກງານການຄົ້ນຄວ້າ, ໂດຍສະເພາະແມ່ນບັນດາລວດລາຍໃໝ່ຂອງຂະບວນການປະຊາຊົນໂລກ. ເປັນເສນາທິການໃຫ້ແກ່ການນຳພັກ, ລັດ ໃນວຽກງານສ້າງວິໄສທັດ, ຍຸດທະສາດອັນຍາວນານສຳລັບວຽກງານການທູດປະຊາຊົນ.
ຍສໝ - ໄລ່ມາຮອດວັນທີ 20 ພະຈິກ 2019, ຍອດຈຳນວນທຶນຈົດທະບຽນຂັ້ນໃໝ່, ປັບປຸງ ແລະປະກອບທຶນຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸ 31,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 44 ປີ (2-12-1975 - 2-12-2019), ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ນຳໜ້າຄະນະກະຊວງການຕ່າງປະເທດ ມາອວຍພອນສະຖານທູດລາວ ປະຈຳ ຫວຽດນາມ.
ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ຊື້-ຂາຍໄຟຟ້າໃຫ້ກັບ 4 ປະເທດເພື່ອນບ້ານ ມີ ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ ຫລາຍກວ່າ 20.000 ເມກາວັດ, ໃນນັ້ນ ໄດ້ສົ່ງອອກແລ້ວ ຫລາຍກວ່າ 6.000 ເມກາວັດ.
ຍສໝ - ໃນວັນທີ 18 ພະຈິກ, ຄະນະຜູ້ແທນສົນທິສັນຍາ ແລະ ກົດໝາຍ (ກະຊວງການຕ່າງປະເທດລາວ) ນຳໂດຍ ສະຫາຍ ສົມຄີດ ວັນຄຳ, ຮອງຫົວໜ້າກົມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກົມກົດໝາຍ ແລະ ສົນທິສັນຍາສາກົນ (ກະຊວງການຕ່າງປະເທດ ຫວຽດນາມ) ເພື່ອ ແລກປ່ຽນປະສົບການໃນການພັດທະນາດຳລັດກ່ຽວກັບ ນະໂຍບາຍສຳລັບສະມາຊິກຂອງອົງການຕົວແທນຕ່າງປະເທດ.
ຍສໝ - ຕອນເຊົ້າວັນທີ 19 ພະຈິກ, ທີ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຈັດຕັ້ງ “ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນໜຶ່ງ ຄັ້ງທີ 2” ເພື່ອແນໃສ່ສະຫຼຸບ ແລະ ຮັບເອົາບັນດາຜົນງານອັນພົ້ນເດັ່ນຂອງວຽກງານສຳລັບຊາວຫວຽດນາມ ຢູ່ຕ່າງປປະເທດ
ໃນຕອນບ່າຍຂອງ ວັນທີ 18 ພະຈິກ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຫວູ ດັງ ແມ້ງ ກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ປະຈຳ ແຂວງຫລວງພະບາງ, ໃນໂອກາດທີ່ສຳເລັດການ ປະຕິບັດ ໜ້າທີ່ກົງສຸນໃຫຍ່ ຢູ່ ສປປ ລາວ.
ຍສໝ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມຂໍ່ານັບ.
ຍສໝ - ໃນຕອນບ່າຍຂອງວັນທີ 23 ຕຸລາ 2019, ຢູ່ສໍານັກງານລັດຖະບານ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານປະຈໍາ ສປຊ ເນື່ອງໃນໂອກາດສະຫຼີມສະຫຼອງ ວັນສ້າງຕັ້ງ ສປຊ ຄື ວັນທີ 24 ຕຸລາ.
ຍສໝ - ໃນຕອນເຊົ້າວັນທີ 11 ຕຸລາ 2019, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດານັກລົງທຶນຕ່າງປະເທດທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ.