ເຊີດຊູປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ ຢູ່ຕ່າງປະເທດ

17:08 | 27/02/2020

ຍສໝ - ວັນທີ 25 ກຸມພາ ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບ 10 ປີ ແຫ່ງການປະຕິບັດບັນດາການເຄື່ອນໄຫວເຊີດຊູປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ ຢູ່ຕ່າງປະເທດ.

ເຊີດຊູປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ ຢູ່ຕ່າງປະເທດ

ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ເນັ້ນຫນັກວ່າ: 10 ປີ ຜ່ານມາ ບັນດາການເຄື່ອນໄຫວເຊີດຊູປະທານໂຮ່ຈີມິນ ຢູ່ ຕ່າງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງແຮງ. ການຜັນຂະຫຍາຍບັນດາກິດຈະກໍາເຊີດຊູປະທານໂຮ່ຈີມິນ ຢູ່ຕ່າງປະເທດໃນໄລຍະ 10 ປີຜ່ານມາບັນລຸໄດ້ຫຼາຍໝາກຜົນສໍາຄັນ, ສ້າງການຜັນແປຢ່າງຕັ້ງໜ້າໃນການຮັບຮູ້ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຊົນພາຍໃນປະເທດ ແລະພິເສດແມ່ນເພື່ອນມິດສາກົນ, ປະກອບສ່ວນຍົກສູງປະສິດທິຜົນການໂຄສະນາເຜີຍແຜ່ພາບພົດປະເທດຊາດຫວຽດນາມ ໃນໂລກ; ຍົກສູງຄຸນນະພາບ, ປະສິດທິຜົນວຽກງານພົວພັນຕ່າງປະເທດ. ສິ່ງນີ້ ເພື່ອໃຫ້ຊາວຫວຽດນາມ ລຸ້ນຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ ປັບປຸງ ແລະ ເສີມຂະຫຍາຍຄວາມເອກອ້າງທະນົງໃຈແຫ່ງຊາດ ພ້ອມກັນ ຮຽງບ່າຮຽງໄລ່ສ້າງສາປະເທດຫວຽດນາມ ໃຫ້ທັດທຽມກັບບັນດາປະເທດມະຫາອຳນາດໃນໂລກ ຄືດັ່ງຄວາມມຸ່ງຫວັງຂອງປະທານໂຮ່ຈີມິນ ແລະ ທັງເຮັດໃຫ້ໂລກ ນັບມື້ນັບຮູ້ຈັກເຖິງພາບພົດຫວຽດນາມ ຫລາຍກວ່າອີກ.

ໃນຊຸມປີຈະມາເຖິງ, ເມື່ອສະພາບການໂລກ ສືບຕໍ່ມີການຜັນປ່ຽນຢ່າງວ່ອງໄວ ສັບສົນນັ້ນ ບັນດາຄຸນຄ່າອັນໃຫຍ່ຫລວງກ່ຽວກັບແນວຄິດ ວັດທະນະທຳ ຄຸນສົມບັດປະທານໂຮ່ຈີມິນ ຍິ່ງຄວນໄດ້ຮັບການເຊີດຊູ,ແຜ່ຂະຫຍາຍຢ່າງກວ້າງຂວາງ ພິເສດໃນປະຊາຄົມສາກົນ ແລະຊາວຫວຽດນາມຢູ່ຕ່າງປະເທດ. ກອງປະຊຸມໄດ້ຮັບການຈັດຕັ້ງເພື່ອແນໃສ່ໄຈ້ແຍກ, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ສໍາລັບການເຊີດຊູປະທານໂຮ່ຈີມິນ ໃນໄລຍະ 10 ປີຜ່ານມາ; ຕີລາຄາຄວາມໝາຍຂອງບັນດາຮູບການເຊີດຊູປະທານໂຮ່ຈີມິນ ເຖິງການພົວພັນລະຫວ່າງຫວຽດນາມ ກັບປະເທດຕ່າງໆ; ສະເໜີທິດທາງຜັນຂະຫຍາຍໃນໄລຍະຈະມາເຖິງ.

ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍຢ່າງແທດຈິງ, ມຸ່ງໄປເຖິງການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19-5-1890/19-5-2020) ແລະບັນດາກິດຈະກໍາສະເຫຼີມສະຫຼອງໃຫຍ່ໃນປີ 2020. ບັນດາບົດ ປະກອບຄຳເຫັນທີ່ກອງປະຊຸມ ໄດ້ສຸມໃສ່ແລກປ່ຽນມາດຕະການປະຕິບັດການເຊີດຊູປະທານໂຮ່ຈີມິນຢູ່ ຕ່າງປະເທດ, ເພີ່ມທະວີຄວາມເຂົ້າໃຈແລະ ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ບັນດາປະເທດ, ຍົກສູງທີ່ຕັ້ງບົດບາດ ແລະພາບພົດຂອງປະເທດຊາດ, ຊາວຫວຽດນາມ ຢູ່ຕ່າງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.