ຫວຽດນາມ-ລາວ: ສືບຕໍ່ຢັ້ງຢືນບຸລິມະສິດແກ່ການພົວພັນຕ່າງປະເທດຂອງທັງສອງປະເທດ

12:51 | 05/01/2020

ຍສໝ - ສອງຊາດຫວຽດນາມ ແລະລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່ນຳກັນ, ຮ່ວມທຸກຮ່ວມສຸກ, ເສີມສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ກາຍເປັນຊັບສົມບັດອັນລ້ຳຄ່າ, ແຫຼ່ງກຳລັງອັນລ້ຳຄ່າ ແລະແມ່ນປັດໄຈສຳຄັນຮັບປະກັນຜົນສຳເລັດຂອງການປະຕິວັດຢູ່ແຕ່ລະປະເທດ.

ຫວຽດນາມ-ລາວ: ສືບຕໍ່ຢັ້ງຢືນບຸລິມະສິດແກ່ການພົວພັນຕ່າງປະເທດຂອງທັງສອງປະເທດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ.(ພາບ: baochinhphu.vn)

ກອງປະຊຸມ ຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ດໍາເນີນໃນສະພາບການສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດພວມສືບຕໍ່ໄດ້ຮັບການປັບປຸງຢ່າງໝັ້ນຄົງເຂັ້ມແຂງ, ນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ. ການນຳຂັ້ນສູງສອງປະເທດພົບປະກັນເປັນປະຈຳພາຍໃຕ້ຫຼາຍຮູບການ; ການແລກປ່ຽນຄະນະຂັ້ນຕ່າງໆໄດ້ຮັກສາໄວ້ເປັນປະຈຳ, ໃນໄລຍະມໍ່ໆມານີ້ແມ່ນມີການຢ້ຽມຢາມລາວ ຢ່າງເປັນທາງຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ (ເດືອນກຸມພາ 2019) ແລະການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ (ເດືອນຕຸລາ 2019). ເລື່ອງຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂັ້ນສູງໃນປີ 2019 ກໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຢ່າງຂ້ຽວຂາດຈາກການນຳສອງປະເທດ.

ໂດຍໄດ້ຮັບຄໍາເຊີນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ຢູ່ຮ່າໂນ້ຍ, ໃນລະຫວ່າງວັນທີ 2-4 ມັງກອນ 2020. ການຈັດຕັ້ງກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ເພື່ອແນໃສ່ສືບຕໍ່ຢັ້ງຢືນບຸລິມະສິດແກ່ການພົວພັນຕ່າງປະເທດຂອງທັງສອງປະເທດແມ່ນພັດທະນາການພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ; ຊີ້ນຳຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກເຖິງຜົນສຳເລັດຂອງກອງປະຊຸມຄັ້ງນີ້ ແລະຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືສອງປະເທດໃນໄລຍະຜ່ານມາ ແລະວາງອອກທິດທາງການຮ່ວມມືໃນໄລຍະຈະມາເຖິງ. ສອງຝ່າຍ ໄດ້ຮ່ວມມືຮອບດ້ານ ແລະສຳເລັດຜົນໃນທຸກຂົງເຂດ. ປີຜ່ານມາ ການຄ້າ ແລະ ການລົງທຶນ ບັນລຸໄດ້ໝາກຜົນພົ້ນເດັ່ນທີ່ສຸດໃນການຮ່ວມມືລະຫວ່າງສອງປະເທດ ດ້ວຍໂຄງການລົງທຶນຂອງຫວຽດນາມ ຢູ່ ລາວ ເພີ່ມຂຶ້ນ ແລະ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດລົງທຶນຢູ່ລາວ ດ້ວຍຍອດເງິນລົງທຶນບັນລຸກວ່າ 5 ຕື້ USD. ການພົວພັນດ້ານການຄ້າລະຫວ່າງສອງປະເທດ ລື່ນກາຍລະດັບ 1,25 ຕື້ USD ແມ່ນລື່ນກາຍຄາດໝາຍຊື່ງສອງປະເທດໄດ້ວາງອອກ. ບັນດາຂົງເຂດອື່ນຄື ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ ກໍ່ໄດ້ຮັບການຊຸກຍູ້ໃນປີຜ່ານມາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.