ຄະນະພົວພັນຕ່າງປະເທດສູນກາງພັກ ສະຫລຸບວຽກງານກວດກາ ປະຈຳປີ 2019

16:57 | 27/02/2020

ວັນ​ທີ 25 ກຸມພາ 2020, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ກວດກາ ປະຈຳ​ປີ 2019 ​ແລະ ທິດ​ທາງ​ແຜນການ​ປີ 2020 ​ແລະ ​ເຜີຍ​ແຜ່​ເຊື່ອມ​ຊຶມ​ເນື້ອ​ໃນ​ບົດ​ສະຫລຸບ​ ການ​ເຄື່ອນ​ໄຫວ​ວຽກ​ງານ​ກວດກາ​ທົ່ວ​ປະ​ເທດ ປະຈຳ​ປີ 2019 ​ແລະ ທິດ​ທາງ​ແຜນການ​ ປີ 2020 ກໍ​ຄື ​ບົດ​ໂອ້​ລົມ​ຂອງ​ ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ, ໂດຍມີ​ ທ່ານ​ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ພະນັກງານ​-ລັດຖະກອນ ພາຍ​​ໃນ ຄຕພ ​ເຂົ້າ​ຮ່ວມ.

ຄະນະພົວພັນຕ່າງປະເທດສູນກາງພັກ ສະຫລຸບວຽກງານກວດກາ ປະຈຳປີ 2019

ຄະນະພົວພັນຕ່າງປະເທດສູນກາງພັກ ສະຫລຸບວຽກງານກວດກາ ປະຈຳປີ 2019


ໂອກາດ​ດັ່ງ​ກ່າວ, ​ທ່ານ ສົມ​ດີ ບຸນ​ຄຸ້ມ ປະທານ​ກວດ​ກາ​ຄະນະ​ພັກ, ຮອງ​ຫົວໜ້າ​ຄະນະ​ພົວ ພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ ​ແລະ ຜົນສຳ​ເລັດ ທີ່ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ຍາດ​ມາ​ໄດ້ໃນ​ໄລຍະ​ທີ່​ຜ່ານ​ມາ ຊຶ່ງຄະນະ​ພັກ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຖື​ວຽກ​ງານ​ສຶກສາ​ອົບຮົມ ​ການ​ເມືອງ​ແນວ​ຄິດ​ເປັນ​ບັນຫາ​ກົກ, ນຳພາ​ການ​ເມືອງ​ແນວ​ຄິດ​ ໃຫ້​ແກ່​ສະມາຊິກ​ພັກ-ພະນັກງານ​ລັດຖະກອນ ດ້ວຍ​ການ​ເຊື່ອມ​ຊຶມບັນດາ​ ເອກະສານ​ທີ່​ສຳຄັນ​ຂອງ​ພັກ, ຂອງ​ຊາດ, ຄຸນສົມ​ບັດ​ສິນ​ທຳ​ປະຕິວັດ ຂອງ​ບັນດາ​ອາ​ດີດ​ການ​ນຳ​ລາວ ​ແລະ ​ເອກະສານ​ສຳຄັນ​ ຂອງປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ​ແລະ ອື່ນໆ. ສ່ວນ​ວຽກ​ງານ​ຕິດຕາມ​-ກວດກາ​ພາຍ​ໃນ​ພັກ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ກໍ​ໄດ້​ປະ​ຕິບັດ​ກົດ​ລະບຽບ​ຂອງ​ພັກ​ສະ​ໄໝ​ທີ
X ຢ່າງ​​ຖືກ​ຕ້ອງ ​ເປັນ​ຕົ້ນ ​ໄດ້​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ບັນດາ​ສະຫາຍ​ ກຳມະການຄະນະ​ພັກ​ຢ່າງ​ຈະ​ແຈ້ງ, ມີ​ການ​ຕົກລົງ​ບັນຫາ​ເປັນ​ໝູ່​ຄະນະ, ພ້ອມ​ນັ້ນ ຄະນະ​ພັກ ​ກໍ​ໄດ້​ຊີ້​ນຳ​​ໃຫ້​ບັນດາ​ໜ່ວຍ​ພັກ ​ສືບ​ຕໍ່​ແຜນການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ​ແລະ ອື່ນໆ.

ພ້ອມນີ້, ທ່ານ​ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ກໍ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ​ໂດຍ​ໄດ້​ສະ​ແດງ​ຄວາມ​ຍ້ອງ ຍໍ​ຊົ​ມ​ເຊີຍຕໍ່ຜົນງານ ທີ່ຄະນະ​ກວດກາ​ຄະນະ​ພັກ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ເນັ້ນ​ໃຫ້​ສືບ​ຕໍ່​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ, ​ແກ້​ໄຂ​ບັນຫາຂໍ້​ຄົງ​ຄ້າງ ​ແລະ ຈຸ​ດ ອ່ອນຕ່າງໆ ​ແນ​ໃສ່ ເຮັດ​ໃຫ້​ວຽກ​ງານ​ພາຍ​ໃນ​ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ດຳ​ເນີນ​ໄປ​ດ້ວຍ​ຄວາມ​ຖືກຕ້ອງ, ວ່ອງ​ໄວ, ​ເຕັມ​ໄປ​ດ້ວຍ​ຜົນສຳ​ເລັດ ​ແລະ ສອດຄ່ອງ​ຕາມ​ແນວທາງນະ​ໂຍບາຍ ​ທີ່​ພັກ, ລັດ ວາງອອກ​ຢ່າງ​ຈະ​ແຈ້ງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.