ປະລິມານນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມຮ່າໂນ້ຍ ຍັງຮັກສາລະດັບເຕີບໂຕທີ່ຕັ້ງໜ້າ

16:36 | 20/02/2020

ຍສໝ - ເຖິງວ່າການທ່ອງທ່ຽວຂອງນະຄອນຫຼວງຖືກຜົນສະທ້ອນບໍ່ແມ່ນໜ້ອຍຈາກໂລກລະບາດກໍ່ຕາມ, ແຕ່ປະລິມານນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມຮ່າໂນ້ຍ ຍັງຮັກສາລະດັບເຕີບໂຕທີ່ຕັ້ງໜ້າ.

ປະລິມານນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມຮ່າໂນ້ຍ ຍັງຮັກສາລະດັບເຕີບໂຕທີ່ຕັ້ງໜ້າ

ພາບປະກອບ

ສິ່ງດັ່ງກ່າວເລີ່ມມາຈາກເລື່ອງຮ່າໂນ້ຍ ຍັງແມ່ນສະຖານທີ່ທ່ອງທ່ຽວທີ່ມີຄວາມປອດໄພ, ຍັງບໍ່ທັນມີຜູ້ຕິດເຊື້ອພະຍາດ Covid-19. ຄຽງຂ້າງນັ້ນ, ການເປັນເຈົ້າການ, ຄວາມມານະພະຍາຍາມຂອງອໍານາດການປົກຄອງຂັ້ນຕ່າງໆ ກໍຄືການຮ່ວມແຮງຮ່ວມໃຈຂອງບັນດາສະຖານທີ່ທ່ອງທ່ຽວ, ຮາກຖານພັກເຊົາ, ບໍລິສັດທ່ອງທ່ຽວໃນການປ້ອງກັນ ແລະຕ້ານໂລກລະບາດໄດ້ສ້າງຄວາມອຸ່ນອ່ຽນໃຈ, ສະບາຍໃຈໃຫ້ແກ່ນັກທ່ອງທ່ຽວ. ໃນໄລຍະຜ່ານມາ, ອັດຕາສ່ວນນັກທ່ອງທ່ຽວມາຢ້ຽມຢາມຮ່າໂນ້ຍ ທີ່ມາຈາກອາຊີ ກວມເອົາ 65% ແລະເອີລົບກວມເອົາ 25%, ສ່ວນທີ່ຍັງເຫຼືອແມ່ນຕະຫຼາດອື່ນໆ.

ປັດຈຸບັນ, ຈໍານວນແຂກທ່ອງທ່ຽວ ອາຊີ ມາຮ່າໂນ້ຍ ແມ່ນກວມເອົາ 65%, ແຂກທ່ອງທ່ຽວ ເອີຣົບ ແມ່ນກວມເອົາ 25%, ສ່ວນຍັງເຫຼືອແມ່ນມາຈາກບັນດາຕະຫຼາດອື່ນ. ຍ້ອນຜົນສະທ້ອນຈາກສະພາບການເຊື້ອພະຍາດ Covid – 19, ຈໍານວນແຂກທ່ອງທ່ຽວ ຈີນ ໄດ້ຫຼຸດລົງ, ແຕ່ແທນທີ່ນັ້ນ, ແຂກທ່ອງທ່ຽວທີ່ມາຈາກບັນດາປະເທດອື່ນໆ ຍັງຄົງເພີ່ມຂຶ້ນຢູ່ສະເໝີ ເປັນຕົ້ນແມ່ນ ແຂກທ່ອງທ່ຽວມາຈາກ ຍີ່ປຸ່ນ (ເພີ່ມຂຶ້ນ 200%), ອິນເດຍ (ເພີ່ມຂຶ້ນ 65%)...; ແຂກທ່ອງທ່ຽວ ເອີຣົບ ພວມເພີ່ມຂຶ້ນເທື່ອລະເລກເທື່ອລະໜ້ອຍ. ຈຸດເວລານີ້, ມີບໍລິສັດທ່ອງທ່ຽວຫຼາຍແຫ່ງຄື: Hanoitourist, Vietrantour, Hanoi Redtour.. ເລີ່ມມີແຜນນະໂຍບາຍຊອກທິດທາງເປີດກວ້າງຕະຫຼາດ, ເປັນເຈົ້າການຕ້ອນຮັບແຂກທ່ອງທ່ຽວທີ່ມາຈາກ ເອີຣົບ, ອາເມລິກາ, ອົດສະຕາລີ... ມາຮ່າໂນ້ຍ ແລະ ກົງກັນຂ້າມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.