5 ມະຫາວິທະຍາໄລ ໄດ້ອອກໃບຢັ້ງຢືນພາສາຫວຽດໃຫ້ຄົນຕ່າງປະເທດ

16:30 | 18/02/2020

ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງມອບໝາຍໜ້າທີ່ບໍາລຸງ, ຕີລາຄາ ແລະອອກໃບຢັ້ງຢືນພາສາຫວຽດໃຫ້ຄົນຕ່າງປະເທດ.

5 ມະຫາວິທະຍາໄລ ໄດ້ອອກໃບຢັ້ງຢືນພາສາຫວຽດໃຫ້ຄົນຕ່າງປະເທດ
ມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ). ພາບ:ussh.vnu.edu.vn.

ຕາມນັ້ນແລ້ວ, 5 ມະຫາວິທະຍາໄລຫວຽດນາມ ໄດ້ຮັບມອບໝາຍໜ້າທີ່ນີ້ລວມມີ: ມະຫາວິທະຍາໄລສ້າງຄູຮ່າໂນ້ຍ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ), ມະຫາວິທະຍາໄລສ້າງຄູຮ່າໂນ້ຍ 2, ມະຫາວິທະຍາໄລສ້າງຄູ (ມະຫາວິທະຍາໄລທ໊າຍງວຽນ), ມະຫາວິທະຍາໄລສ້າງຄູ (ມະຫາວິທະຍາໄລດ່ານັ໊ງ). ເວລາປະຕິບັດໜ້າທີ່ແມ່ນສອງປີ, ມີຜົນສັກສິດປະຕິບັດເລີ່ມແຕ່ວັນທີ 13 ກຸມພາ, ກະຊວງສຶກສາ ແລະກໍ່ສ້າງຮຽກຮ້ອງກ່ອນວັນທີ 15 ທັນວາແຕ່ລະປີ, 5 ມະຫາວິທະຍາໄລດັ່ງກ່າວຕ້ອງລາຍງານກ່ຽວກັບສະພາບການ, ໝາກຜົນການຈັດຕັ້ງບໍາລຸງ, ຕີລາຄາ ແລະອອກໃບຢັ້ງຢືນພາສາຫວຽດໃຫ້ຄົນຕ່າງປະເທດ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.