ພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ-ລາວ
ຍສໝ - ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງຊາຍແດນ ຫວຽດນາມ-ລາວ ພາກກາງ-ໄຕຫງວຽນ ປີ 2019” ໄດ້ໄຂຂຶ້ນໃນຕອນຄ່ຳຂອງວັນທີ 17 ພຶດສະພາ 2019 ຢູ່ແຂວງເທື່ອທຽນເຫ້ວ.
ຍສໝ - ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງຊາຍແດນ ຫວຽດນາມ-ລາວ ພາກກາງ-ໄຕຫງວຽນ ປີ 2019” ໄດ້ໄຂຂຶ້ນໃນຕອນຄ່ຳຂອງວັນທີ 17 ພຶດສະພາ 2019 ຢູ່ແຂວງເທື່ອທຽນເຫ້ວ.
ອີງຕາມຂໍ້ມູນຂ່າວສານເປັນທາງການຈາກກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ກ່າວວ່າ: ງານບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງຊົນເຜົ່າສ່ວນນ້ອຍຢູ່ບັນດາແຂວງມີຊາຍແດນຫວຽດນາມ - ລາວ ແລະ ພາກກາງ ນະຄອນຫຼວງວຽງຈັນໃນປີ 2019 ທີ່ມີຫົວຂໍ້ "ຄວາມສາມັກຄີ, ມິດຕະພາບ ແລະ ການພັດທະນາ" ຈະຈັດຂຶ້ນໃນວັນທີ 17-19 ພຶດສະພາຢູ່ເມືອງ ອາເລື່ອຍ, ແຂວງ ເທື່ອທຽນເຫວ້.
ທ່ານ ບໍ່ແສງຄຳ ວົງດາ ລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ວູ ຮາຍ ຮອງອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບວິທະຍຸກະຈາຍສຽງແຫ່ງຊາດລາວ ລະຫວ່າງວັນທີ 9-13 ມີນານີ້ ແລະ ເດີນທາງຢ້ຽມຢາມແຂວງຫຼວງພະບາງ.
ຍສໝ - ງານແລກປ່ຽນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍລຽບຕາມແນວຊາຍແດນ ຫວຽດນາມ-ລາວ, ພາກກາງ, ພູພຽງຕາເວັນຕົກ 2019 ຈະດຳເນີນໄປແຕ່ວັນທີ 17 ພຶດສາພາ 2019.
ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຈັດການປະຊຸມຂ່າວປະກາດການກະກຽມຂອງ ຂະແໜງທ່ອງທ່ຽວຫວຽດນາມເພື່ອຮັບໃຊ້ແກ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ-ສປປ.ເກົາຫຼີ ແລະ ວຽກງານກະກຽມໃຫ້ແກ່ການ ໂຄສະນາການທ່ອງທ່ຽວຫວຽດນາມໂດຍຜ່ານເຫດການນີ້
ຍສໝ - ພະພຸດທະຮູບ ຈະໄດ້ເຄື່ອນຍ້າຍຈາກແຂວງ ດ່າໜັງ ໄປແຂວງ ຫລວງພະບາງ ທາງບົກ.
ຍສໝ - ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດ້ຽນບຽນ ໄດ້ສ້າງແຜນການ ເລກທີ 2527/ KH-SVHTTDL ຜັນຂະຫຍາຍເນື້ອໃນບົດບັນທືກຊ່ວຍຈຳ ລະຫວ່າງ ພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງດ້ຽນບຽນ ສສ ຫວຽດນາມ ກັບ ພະແນກ ຂ່າວສານ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ປີ 2019-2020.
ຍສໝ - ດ້ວຍການເຂົ້າຮ່ວມຂອງໝູ່ບ້ານອາຊີບ 60 ບ້ານພ້ອມກັບການເຂົ້າຮ່ວມຂອງນັກສິລະປະການປະຊາຊົນ, ນັກສິລະປະການດີເດັ່ນກວ່າ 350 ຄົນ, ງານ Festival ອາຊີບພື້ນເມືອງເຫວ້ 2019 ໄດ້ກາຍເປັນບ່ອນເຕົ້າໂຮມ “ສິ່ງຍອດຍິ່ງຂອງອາຊີບຫວຽດນາມ”.
ຍສໝ - ແຕ່ວັນທີ 17-19 ພຶດສະພາ 2019 ຢູ່ ເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້ຈະດຳເນີນວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາຊົນເຜ່ົາສ່ວນໜ້ອຍເຂດຊາຍແດນຫວຽດນາມ-ລາວ, ເຂດພາກໃຕ້-ໄຕງວຽນ ປີ 2019.
ບັນດາບໍລິສັດທ່ອງທ່ຽວ ແລະ ສື່ມວນຊົນຈາກ ສປປ ລາວ ກຳປູເຈຍ ມຽນມາ ຈຳນວນ 30 ຄົນ ເຂົ້າຮ່ວມໂຄງການ Familiarization Trip Indonesia Market 2019 ທີ່ ປະເທດອິນໂດເນເຊຍ ເຊິ່ງປີນີ້ໄດ້ເລືອກເອົາເຂດປົກຄອງພິເສດຢອກຢາກາຕາ (Yogyakarta) ເປັນເຂດຈັດກິດຈະກຳຕ່າງໆໃນໄລຍະໂຄງການ ແນໃສ່ເພື່ອເປັນການສົ່ງເສີມການທ່ອງທ່ຽວເຂດດັ່ງກ່າວ.
ກ່ອນຈະເຖິງໄລຍະການສະເຫລີມສະຫລອງບຸນປີໃໝ່ລາວຢູ່ນະຄອນຫລວງພະບາງໂດຍສະເພາະເລື່ອງທີ່ພັກວ່າບໍ່ສາມາດຮອງຮັບແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຢ່າງພຽງພໍ, ເຊິ່ງເຮັດໃຫ້ນັກທ່ອງທ່ຽວຈຳນວນຫລາຍລວມທັງແຂກຄົນທົ່ວໄປມີຄວາມກັງວົນໄປຮອດນະຄອນຫລວງພະບາງວ່າຈະບໍ່ມີທີ່ບ່ອນພັກເຊົາ.
ຕອນຄ່ຳວັນທີ 24 ທັນວາ 2018 ແຂວງອັດຕະປື ຈັດງານປີທ່ອງທ່ຽວລາວ 2018 ພ້ອມບຸນນະມັດສະການ ພະເຈົ້າໄຊຍະເຊດຖາທິຣາດ ຂຶ້ນທີ່ ວັດທ່າພະໄຊ ເມືອງໄຊເຊດຖາ, ເປັນໃຫ້ກຽດ ເຂົ້າຮ່ວມມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດຈັດງານປີທ່ອງທ່ຽວລາວ, ມີ ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ແລະ ພັນລະຍາ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ຜູ້ຕາງໜ້າ ຈາກບັນດາແຂວງໃກ້ຄຽງ, ແຂກພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
ຕອນເຊົ້າວັນທີ 19 ທັນວາ, ທີ່ຮ່າໂນ້ຍ, ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ.
ຍສມ - ການໂຄສະນາ ແຫ່ງທ່ອງທ່ຽວ 3 ແຫ່ງ ເຊິ່ງເປັນມໍລະດົກໂລກ ບົນເວທີດຽວກັນ ,ໄດ້ນຳຜົນປະໂຫຍດມາສູ່ ການເສີມຂະຫຍາຍ ຄວາມຫຼາກຫຼາຍດ້ານ ສິນຄ້າທ່ອງທ່ຽວ ດ້ວຍ ເອກກະລັກ ວັດທະນະທຳ ຂອງແຕ່ລະຊົນເຜົ່າ ປະກອບສ່ວນສ້າງໃຫ້ເກີດມີທົວທ່ອງທ່ຽວອັນດຶງດູດ.
ໃນວັນທີ 28 ພະຈິກ 2018 ຢູ່ເດີ່ນທາດຫລວງວຽງຈັນ, ໄດ້ຈັດມີພິທີເປີດຂະບວນຄາລາວານລົດທ່ອງທ່ຽວ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ເປັນກຽດເຂົ້າຮ່ວມ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະ ມົນຕີ,ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງເຈົ້າຄອງແລະ ແຂກຖືກເຊີນເຂົ້າຮ່ວມ ຂະບວນຄາລາວານ ຫລາຍກວ່າ 500 ທ່ານ.
ຍສໝ - ກອງປະຊຸມສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ແຂວງພາກເໜືອຂອງຫວຽດນາມ ແລະ ບັນດາແຂວງພາກເໜືອຂອງລາວ ໄດ້ຈັດຂື້ນໃນວັນທີ 21 ພະຈິກ 2018 ນີ້, ຢູ່ທີ່ໂຮງແຮມລີສອດສັນຕິຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ວູ່ດ່າງແມ໋ງ ຫົວໜ້າກົງສູນໃຫຍ່ ສສ.ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະ ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ ມີບັນດາຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 07 ແຂວງພາກເໜືອຂອງລາວ, 05 ແຂວງພາກເໜືອຂອງຫວຽດນາມ ພ້ອມດ້ວຍຕາງໜ້າພະແນກການນັກທຸລະກິດຢູ່ພາຍໃນແຂວງ ຫຼວງພະບາງ.
ໃນຕົ້ນອາທິດທີ່ຜ່ານມາ, ຄະນະກຳມະການພັກແຂວງ, ຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວໄດ້ນຳພາຄະນະ ເດີນທາງມາພົບປະ ແລະ ເຮັດວຽກຢູ່ ແຂວງຫຼວງພະບາງ. ຄະນະທີ່ເດີນທາງມາແຕ່ ສສ.ຫວຽດນາມປະກອບມາຈາກ 5 ແຂວງພາກເໜືອ ເປັນຕົ້ສກໍ່ແມ່ນແຂວງ ດຽນບຽນ, ໄລເຈົ້າ, ນາກາຍ, ຟູເທາະ ແລະ ແຂວງເຊີນລາ; ເຊິ່ງນຳໂດຍ ທ່ານ ຟາມຫວຽດຢຸ້ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດຽນບຽນ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ່ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ.
ກາງເດືອນພະຈິກ 2018 ນີ້, ຄະນະຜູ້ແທນ 4 ແຂວງພາກເໜືອຕາເວັນຕົກ ສສ ຫວຽດນາມ ເຊິ່ງປະກອບມີ ແຂວງດຽນບຽນ, ລາຍເຈົາ, ລາວກາຍ ແລະ ແຂວງຟູເທາະ ນຳໂດຍທ່ານ ຟາມຫວຽດ ຊຸ໋ງ ກຳມະການພັກແຂວງຫົວໜ້າ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງດຽນບຽນ ໄດ້ເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທາງດ້ານການທ່ອງທ່ຽວ ຢູ່ແຂວງພາກເໜືອຂອງລາວ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖວທ ແຂວງອຸດົມໄຊ.
ຍສໝ - ໃນຂອບເຂດ “ ສັບປະດາວັດທະນະທຳ-ທ່ອງທ່ຽວ ເຊີນລາ ແລະ ຫົວພັນ” ປີ2018 ຕອນເຊົ້າຂອງວັນທີ 6 ພະຈິກ , ຢູ່ທີ່ ຫໍວັດທະນະທຳ ແຂວງຫົວພັນ ( ແຫ່ງ ສປປ ລາວ) ໄດ້ດຳເນີນ ການເປີດຮ້ານວາງສະແດງ ແລະ ຂາຍສິນຄ້າ ວັດທະນະທຳ, ທ່ອງທ່ຽວ, ແນະນຳວັດທະນະທຳ ອາຫານ ປະມານ 15 ຮ້ານ ( ແຂວງເຊີນລາ ມີ 5 ຮ້ານ ແລະ 10 ຮ້ານ ເປັນຂອງຫົວພັນ), ວາງສະແດງສິນຄ້າຈາກທຳມະຊາດ, ສິນຄ້າປະຈຳທ້ອງຖິ່ນ; ສິນຄ້າວັດທະນະທຳ; ໂຄສະນາການທ່ອງທ່ຽວ...
ພິທີເປີດ “ສັບປະດາວັດທະນະທຳ-ທ່ອງທ່ຽວ ເຊີນລາ ແລະ ຫົວພັນ” ປີ 2018