![]() |
ບັນຍາກາດໃນການເຂົ້າຮ່ວມພິທີຜູ້ແຂນ ຕາມຮີດຄອງປະເພນີລາວ.
ຈາກນັ້ນ ຄະນະຜູ້ແທນ ສສ ຫວຽດນາມ ກໍໄດ້ພົບປະການເຊື່ອມໂຍງ ການທ່ອງທ່ຽວລະຫວ່າງ 3 ແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ, ຫລວງນຳທາ ແລະ ແຂວງບໍ່ແກ້ວ ໂດຍສະເພາະ ແມ່ນບັນດານັກທຸລະກິດທັງພາກລັດ ແລະ ເອກະຊົນທັງ ເຊິ່ງສອງຝ່າຍ ໄດ້ປຶກສາຫາລືບັນຫາ ການເຊື່ອມໂຍງການທ່ອງທ່ຽວ ຮ່ວມກັນບົນພື້ນຖານສະເໝີພາບ, ມິດຕະພາບ, ຕ່າງຝ່າຍຕ່າງ ມີຜົນປະໂຫຍດຮ່ວມກັນ, ການຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ ແມ່ນດ້ານການພັດທະນາ ການທ່ອງທ່ຽວ ເພື່ອປະກອບສ່ວນຊຸກຍູ້ ພັດທະນາ ເສດຖະກິດ-ສັງຄົມ ຂອງທັງສອງຝ່າຍໃຫ້ຂະຫຍາຍ ຕົວ, ຮ່ວມກັນໂຄສະນາສົ່ງເສີມ ການທ່ອງທ່ຽວຂອງທັງສອງຝ່າຍ ເພື່ອດຶງດູດນັກທ່ອງທ່ຽວ, ແລກປ່ຽນນັກທ່ອງທ່ຽວ ແລະ ດ້ານສິລະປະ-ວັດທະນະທຳ ນຳກັນ, ສ້າງຕະຫລາດຮອງຮັບການທ່ອງທ່ຽວຮ່ວມກັນ, ພາຍໃຕ້ການຊ່ວຍເຫລືອ ຈາກລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ, ເພີ່ມທະວິການຮ່ວມມື ດ້ານໂຄສະນາຂ່າວສານ ທາງອີນເຕີເນັດ ເພື່ອໂຄສະນາຜະລິດຕະພັນ ການທ່ອງທ່ຽວ ແລະ ໂຄສະນາງານວາງສະແດງ ການທ່ອງທ່ຽວທ້ອງຖິ່ນ ຂອງທັງສອງຝ່າຍ ໃນໂອກາດວັນບຸນຕ່າງໆ ແລະ ບັນຫາສຳຄັນອື່ນໆ.
![]() |
ໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຄະນະຜູ້ແທນ ສສ ຫວຽດນາມ ໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວ ທີ່ສຳຄັນຈຳນວນໜຶ່ງ ຢູ່ແຂວງອຸດົມໄຊ ຕື່ມອີກ.
(ແຫຼ່ງຂໍ້ມູນ: ແສງອາທິດ/ຂປລ)