ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

00:54 | 15/05/2019

ທ່ານ ບໍ່ແສງຄຳ ວົງດາ ລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ວູ ຮາຍ ຮອງອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບວິທະຍຸກະຈາຍສຽງແຫ່ງຊາດລາວ ລະຫວ່າງວັນທີ 9-13 ມີນານີ້ ແລະ ເດີນທາງຢ້ຽມຢາມແຂວງຫຼວງພະບາງ.

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ທັງສອງຝ່າຍໄດ້ພົບປະແລກປ່ຽນກ່ຽວກັບການຮ່ວມມືໃນຂະແໜງການວິທະຍຸໂດຍສະເພາະດ້ານສົ່ງເສີມວິຊາການ ແລະ ການພັດທະນາເຕັກໂນໂລຊີຍຸກໃໝ່, ເມື່ອວັນທີ 12 ມີນານີ້ ທີ່ຫ້ອງຮັບແຂກຂອງກະຊວງດັ່ງກ່າວ. ໃນໂອກາດດັ່ງກ່າວ ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານ ວູ ຮາຍ ພ້ອມຄະນະຢູ່ ສປປ ລາວ ເວົ້າລວມ ເວົ້າສະເພາະກໍຄືເຮັດວຽກຮ່ວມກັບວິທະຍຸກະຈາຍສຽງແຫ່ງຊາດລາວໃນຄັ້ງນີ້ຊຶ່ງຈະເປັນການປະກອບສ່ວນເສີມສ້າງຮັດແໜັນສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມທ່ີມີມາແລ້ວນັ້ນໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ. ທ່ານ ວູ ຮາຍ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.