ຍສໝ - ຕອນຄ່ຳວັນທີ 24 ສິງຫາ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສະມາຄົມມິດຕະພາບລາວ - ຫວຽດນາມ ນຳໂດຍທ່ານ ວິໄລວົງ ບຸດດາຄຳ ປະທານສູນກາງ ສະມາຄົມມິດຕະພາບລາວ - ຫວຽດນາມ, ກໍາລັງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈິມິນ.
ວັນທີ 24 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນຮ່ວາຍຈຸງ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ ປະຈຳປີ ຄັ້ງທີ 3 ລະຫວ່າງ ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ.
ຍສໝ - ທີ່ສຳນັກງານກະຊວງການຕ່າງປະເທດ ທ່ານຮອງນາຍົກ ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມີງໄດ້ຕ້ອນຮັບ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄຳເພົາ ເອີນທະວັນ ເຂົ້າຢ້ຽມຢາມ ໂອກາດທີ່ມາຫວຽດນາມ ເພື່ອເຂົ້າຮ່ວມເປັນປະທານ ສຳມະນາການເມືອງ ຂັ້ນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ-ລາວ ຄັ້ງທີ 3.
ຍສໝ - ສອງວັນທີ່ຜ່ານມາ, ຄ້າຍຊາຍແດນ ດ່ານສາກົນ ນໍ້າກັ໋ນ, (ທະຫານຊາຍແດນ ແຂວງເງ້ອານ ຫວຽດນາມ), ໄດ້ສົມທິກຳລັງ ກັບ ກອງຮ້ອຍ ທະຫານຊາຍແດນ 221, (ກອງບັນຊາການ ທະຫານ ແຂວງຊຽງຂວາງ ສປປ ລາວ) ຮ່ວມການລາດຕະເວນ ລຽບຕາມແນວຊາຍແດນ ທີ່ທັງສອງຝ່າຍຄຸ້ມຄອງ.
ມື້ວານນີ້, ທີ່ນະຄອນໂຮ່ຈິມິນ, ຄະນະຊາວໜຸ່ມນະຄອນໂຮ່ຈິມິນ ໄດ້ຈັດຕັ້ງພິທີອັດຄ້າຍພັກແລ້ງເຍົາວະຊົນ 3 ປະເທດຫວຽດນາມ, ລາວ, ກໍາປູເຈຍ ຄັ້ງທີ 5 ປີ 2018 ດ້ວຍຫົວຂໍ້ “ອ້ອມແຂນຂອງເພື່ອນມິດ”.
ບ້ານລາວໂຄ ໄດ້ຮັບການຮູ້ຈັກກັນດີຍ້ອນແມ່ນສະຖານທີ່ໄດ້ລ້ຽງດູ, ອຸ້ມຊູ່ຊ່ວຍເຫຼືອທ່ານປະທານ ໄກສອນ ພົມວິຫານ ໃນໄລຍະເຄື່ອນໄຫວປະຕິວັດຕ້ານພວກລ່າເມືອງຂຶ້ນ ຝລັ່ງ.
ງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018 ການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການຄ້າແຫ່ງຊາດ, ແມ່ນການເຄື່ອນໄຫວເສດຖະກິດ, ການເມືອງ - ສັງຄົມ ທີ່ສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.
ຍສໝ - ສອງບ້ານທີ່ຫາກໍ່ໄດ້ຖືກລົງນາມ ແຮກສ່ຽວກັນ ກໍ່ຄືບ້ານ ປຸ່ງຫວາຍ, ກຸ່ມບ້ານ ຜາແດງ, ເມືອງ ເມືອງກັນ , ແຂວງ ຫົວພັນ ສປປ ລາວ ແລະ ບ້ານ ຜາຈຽງ , ຕາແສງ ໝີຫຼີ໋, ເມືອງກີ່ເຊີນ.
ຍສໝ - ທ່ານ ເລແທ່ງລອງ ລັດຖະມົນຕີກະຊວງ ຍຸຕິທໍາ ເຊື່ອໝັ້ນ ແລະ ຫວັງເປັນຢ່າງຍິ່ງວ່າໃນອະນາຄົດອັນໃກ້ນີ້, ກະຊວງ ຍຸຕິທໍາຂອງສອງປະເທດ ຫວຽດນາມ-ລາວ ຈະສືບຕໍ່ປະສານງານຢ່າງແໜ້ນແຟ້ນ ເຜີຍແຜ່ຜົນສຳເລັດ, ເປັນຕົ້ນແມ່ນບັນດາການປະສານງານຮ່ວມມື ຂອງສອງປະເທດໃຫ້ຫຼາຍຂຶ້ນ.
ວກ.ອອນໄລ - ໃນສອງວັນ ຄືວັນທີ 7 ແລະ 8 ກຸມພາ 2017, ກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄດ້ດຳເນີນທີ່ນະຄອນຮ່າໂນ້ຍ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ.