ຊາວໜຸ່ມທະຫານກອງທັບ ຫວຽດນາມ - ລາວ ພົບປະເຈລະຈາ ທີ່ນະຄອນຮ່າໂນ້ຍ

19:29 | 13/06/2019

ຍສໝ - ວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພັນຕີ ເຈິ່ນ ຫວຽດ ນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ທ່ານພັນໂທ ອໍາພອນ ສຸກວິໄຊ, ຮອງຫົວໜ້າຫ້ອງການຮັບຜິດຊອບວຽກງານຊາວໜຸ່ມກອງທັບປະຊາຊົນປະຕິວັດລາວ ໄດ້ຮ່ວມເປັນປະທານ ໃນການພົບປະເຈລະຈາ ລະຫວ່າງ ຊາວໜຸ່ມທະຫານ ກອງທັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ສົນທະນາ ແລະ ແລກປ່ຽນມາດຕະການ ເພື່ອຊຸກຍູ້ວຽກງານຊາວຫນຸ່ມໃນກອງທັບຂອງແຕ່ລະປະເທດ ແລະ ເພີ່ມທະວີການແລກປ່ຽນ, ການຮ່ວມມືລະຫວ່າງ ຊາວຫນຸ່ມຂອງກອງທັບ ສອງປະເທດໃນຫຼາຍດ້ານ, ຫຼາຍຂົງເຂດ ເພື່ອຮັກສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ

ຊາວໜຸ່ມທະຫານກອງທັບ ຫວຽດນາມ - ລາວ ພົບປະເຈລະຈາ ທີ່ນະຄອນຮ່າໂນ້ຍ

ການພົບປະເຈລະຈາາລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ (ພາບ: qdnd.vn)

ທ່ານ ພົນຈັດຕະວາ ຝ້າມ ດຶກ ເຖາະ ກ່າວວ່າ: ການພົບປະເຈລະຈາຄັ້ງນີ້ລະຫວ່າງ ວິທະຍາຄານແພດທະຫານ ກັບ ສະຫະພັນຊາວຫນຸ່ມກອງທັບປະຊາຊົນລາວ ແມ່ນກິດຈະກໍາທີ່ມີຄວາມສໍາຄັນອັນເລິກເຊິ່ງ, ສະແດງເຖິງຄວາມສາມັກຄີ, ໄກ້ສິດສະໜິດແໜ້ນ ແລະ ເຕັມໄປດ້ວຍນ້ຳໃຈອ້າຍນ້ອງຂອງສອງປະເທດ.

ຊາວໜຸ່ມທະຫານກອງທັບ ຫວຽດນາມ - ລາວ ພົບປະເຈລະຈາ ທີ່ນະຄອນຮ່າໂນ້ຍ

ທ່ານ ພັນຕີ ອໍາພອນ ສຸກວິໄຊ ມອບຂອງຂວັນໃຫ້ ທ່ານ ພົນຈັດຕະວາ ຝ້າມ ດຶກ . (ພາບ: VOV)

ທ່ານ ພັນຕີ ອໍາພອນ ສຸກວິໄຊ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງວິທະຍາຄານແພດທະຫານ ທີ່ໄດ້ໃຫ້ການສະຫນັບສະຫນູນ ນັກສຳມະນາກອນ ສປປ ລາວມາສຶກສາ ແລະ ຄົ້ນຄວ້າ ຢູ່ ວິທະຍາຄານແພດທະຫານໃນໄລຍະຜ່ານມາ.

ທ່ານ ພັນຕີ ອໍາພອນ ສຸກວິໄຊ ຫວັງວ່າ: ວິທະຍາຄານແພດທະຫານຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກ ແລະ ດີຍິ່ງຂື້ນ ໃຫ້ແກ່ນັກສຳມະນາກອນລາວ ເພື່ອປະກອບສ່ວນກາຍເປັນທ່ານໝໍ, ນາຍແພດທີ່ດີ ອຸທິດຕົນເຂົ້າໃນການສ້າງສາພັດທະນາພື້ນຖານການແພດສາດ ຂອງ ສປປ ລາວ ໃຫ້ປະສົບຜົນສຳເລັດ ແລະ ກ້າວໜ້າຂື້ນເກົ່າກວ່າ.

(ຄຳຮຸ່ງ)

302 Found

Found

The document has moved here.