ງານພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝຣັ່ງ

11:09 | 14/05/2019

ຍສໝ - ໃນ 2 ວັນ (11-12 ພຶດສະພາ), ຢູ່ ມະຫາວິທະຍາໄລ ດ່າໜັງ ສາຂາ ກອນຕູມ ໄດ້ຈັດງານ "ການພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝລັ່ງເສດ", ລາຍການດັ່ງກ່າວມີການເຂົ້າຮ່ວມຂອງ ນັກຮຽນ ຫຼາຍກວ່າ 40 ຄົນ, ຈາກປະເທດ: ລາວ, ກໍາປູເຈຍ, ຝຣັ່ງ ແລະ ນັກຮຽນ ຫວຽດນາມມາຈາກຫລາຍໂຮງຮຽນ.

ລາຍການໄດ້ນຳສະເໜີ ອາຫານພື້ນເມືອງ, ເຄື່ອງນຸ່ງ-ເສືອຜ້າອາພອນ ແບບປະເພນີ, ເພື່ອໃຫ້ນັກຮຽນເຂົ້າຮ່ວມ ການຫຼິ້ນພື້ນບ້ານຂອງຫວຽດນາມ ເຊັ່ນ: ແຂ່ງຊ່ວງເຮືອຢູ່ເທິງໂຄກ, ດຶງເຊືອກ, ປິດຕາຕີໝໍ້, ... ພ້ອມກັນນັ້ນ, ນັກຮຽນຍັງໄດ້ເຂົ້າຮ່ວມ ຢ້ຽມຊົມຮືອນບູຊາ ກອນຕູມ, ຂົວອູ່ ກອນກຣໍ ແລະ ກິດຈະກໍາອາສາສະຫມັກ ຢູ່ສູນກາງ ແຮງງານ-ສັງຄົມຕົວເມືອງເມືອງ ກ່ອນ ຕູມ.

ງານພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝຣັ່ງ

ນັກສຶກສາແລກປ່ຽນວັດທະນະທໍາ ແລະ ສິລະປະ

ນີ້ແມ່ນຄັ້ງທີສອງ ຂອງງານພົບປະແລກປ່ຽນນັກສຶກສາລະຫວ່າງປະເທດ ຈັດຕັ້ງຂຶ້ນໂດຍ ມະຫາວິທະຍາໄລ ດາໜັ໋ງ ສາຂາ ກອນຕູມ. ກິດຈະກໍາແບບນີ້ມຈຸດປະສົງເພື່ອສົ່ງເສີມຈິດໃຈແລກປ່ຽນ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດຕ່າງໆ; ແນະນຳວັດທະນະທໍາ ແລະ ທິວທັດທີ່ສວຍງາມຂອງຂົງເຂດ ກອນຕູມ ສູ່ທົ່ວໂລກ.

(ຄຳຮຸ່ງ)

ທ່ານອາດຈະມັກ

302 Found

Found

The document has moved here.