ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືຊາວໜຸ່ມກອງທັບ

16:00 | 13/06/2019

ຍສໝ - ໃນຕອນບ່າຍຂອງວັນທີ 12 ມິຖຸນາ 2019, ຢູ່ຮ່າໂນ້ຍ, ທ່ານພັນຕີ ເຈິ່ນ ວຽດ ນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ທ່ານພັນໂທ ອໍາພອນ ສຸກວິໄຊ, ຮອງຫົວໜ້າຫ້ອງການຮັບຜິດຊອບວຽກງານຊາວໜຸ່ມກອງທັບປະຊາຊົນລາວ ໄດ້ຮ່ວມເປັນປະທານການ ໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນ ສອງປະເທດ ຫວຽດນາມ ແລະ ລາວ.

ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືຊາວໜຸ່ມກອງທັບ

ບັນຍາກາດທີ່ການໂອ້ລົມສົນທະນາ.(ພາບ:qdnd.vn)

ທີ່ການໂອ້ລົມສົນທະນາໃນຄັ້ງນີ້, ຜູ້ແທນຫຼາຍຄົນຂອງສອງຝ່າຍໄດ້ແບ່ງປັນກ່ຽວກັບມາດຕະການ, ຮູບແບບຈໍານວນໜຶ່ງ ແລະ ວິທີການຈັດຕັ້ງປະຕິບັດທີ່ມີປະສິດທິຜົນຂອງຊາວໜຸ່ມກອງທັບສອງປະເທດໃນໄລຍະທີ່ຜ່ານມາ. ນອກຈາກນັ້ນ, ຜູ້ແທນນາຍທະຫານໜຸ່ມສອງປະເທດ ກໍ່ໄດ້ສຸມໃສ່ປຶກສາຫາລື, ແລກປ່ຽນກ່ຽວກັບບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ວຽກງານຊາວໜຸ່ມ, ເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ຫຼາຍຂົງເຂດລະຫວ່າງຊາວໜຸ່ມກອງທັບສອງປະເທດແນໃສ່ຮັກສາ, ພັດທະນາການພົວພັນລະຫວ່າງສອງປະເທດ, ສອງກອງທັບ ໃນສະພາບການປັດຈຸບັນຂອງໂລກ ແລະ ພາກພື້ນ ໃຫ້ດີກວ່າອີກ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.