ປະທານສະພາແຫ່ງຊາດລາວ ຕ້ອນຮັບ ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ

08:37 | 01/06/2019

ຍສໝ - ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນວັນຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ.

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ.(ພາບ:TTXVN)

ທີ່ການຕ້ອນຮັບ, ທ່ານ ເຈິ່ນວັນຕຸ໋ຍ ໄດ້ຕາງໜ້າຄະນະ ໄດ້ລາຍງານກັບປະທານສະພາແຫ່ງຊາດລາວຮັບຊາບກ່ຽວກັບຜົນການເຮັດວຽກກ່ອນໜ້ານັ້ນກັບສະມາຄົມມິດຕະພາບລາວ-ຫວຽດນາມ, ກໍ່ຄືທິດທາງ ແລະ ແຜນການຮ່ວມມືລະຫວ່າງສອງສູນກາງສະມາຄົມໃນໄລຍະຈະມາເຖິງ.

ສ່ວນ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຢູ່ລາວ ໃນຄັ້ງນີ້; ຖືວ່າການຢ້ຽມຢາມໄດ້ປະກອບສ່ວນປຸກລະດົມ, ເພ່ີ່ມພູນຄູນສ້າງ ແລະ ພັດທະນາການພົວພັນພິເສດລະຫວ່າງສອງປະເທດ, ເພາະວ່າການພົວພັນພິເສດ ລາວ - ຫວຽດນາມ ແມ່ນການພົວພັນທີ່ເປັນຕາຍ, ແມ່ນກົດເກນແຫ່ງການຄົງຕົວ ແລະ ພັດທະນາຂອງແຕ່ລະປະເທດ; ຂອບໃຈພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຍາມໃດກໍໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ໃຫຍ່ຫຼວງ, ທັນການ ແລະ ບໍ່ມີເງື່ອນໄຂແກ່ລາວໃນຕະຫຼອດໄລຍະຜ່ານມາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.