ຍສໝ - ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າກະຊວງການຕ່າງປະເທດໂດຍລວມ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ ຕ່າງປະເທດ ເວົ້າສະເພາະຈະສືບຕໍ່ສົມທົບກັນຢ່າງ ແໜ້ນແຟ້ນກັບບັນດາຫົວໜ່ວຍປະຕິບັດໜ້າທີ່ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄົນງານຫວຽດນາມ ຢູ່ ຕ່າງປະເທດ ກໍ່ຄືຄົນຕ່າງປະເທດທີ່ເຮັດວຽກ ຢູ່ ຫວຽດນາມ.
ໃນວັນທີ 28 ກໍລະກົດ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ X ແລະ ເລົ່າມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20/71955-20 /72020). ໃຫ້ກຽດເຜີຍແຜ່ ແລະ ເລົ່າມູນເຊື້ອ ໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ໃນຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ, ພະນັກງານຫລັກແຫລ່ງ ທົ່ວຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າຮ່ວມ.
ຍສໝ - "ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນບໍ່ພຽງແຕ່ໃນການນໍາພາອາຊຽນ ເທົ່ານັ້ນຫາກຍັງສະແດງອອກໃຫ້ເຫັນຄວາມສາມາດຂອງຕົນໃນການແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນໂລກ ແລະໃນພາກພື້ນອີກດ້ວຍ. ນີ້ແມ່ນຫຼັກຖານພະຍານທີ່ຈະແຈ້ງກ່ຽວກັບບົດບາດທີ່ພົ້ນເດັ່ນຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020".
ຍສໝ - ໃນຕອນບ່າຍວັນທີ 24/7, ທີ່ສະໜາມກິລາໂຮງຮຽນຕຳຫຼວດປະຊາຊົນ, ກະຊວງຕຳຫຼວດໄດ້ຈັດການແຂ່ງຂັນບານເຕະມິດຕະພາບສາກົນ ລະຫວ່າງ 4 ທີມຈາກສະຖານທູດອົດສະຕາລີ ປະຈໍາຫວຽດນາມ - ສະຖານທູດອັງກິດ ແລະ ໄອແລນເໜືອ ປະຈໍາຫວຽດນາມ, ສະຖານທູດລາວປະຈໍາຫວຽດນາມ, ສະຖານທູດສະຫະລັດອາເມລິກາ ປະຈໍາຫວຽດນາມ ແລະ ກົມການພົວພັນການຕ່າງປະເທດ ຜູ້ຕາງໜ້າກະຊວງຕຳຫຼວດ ສສ.ຫວຽດນາມ.
ຍສໝ - ໃນໜ້າ Twitter, ກະຊວງການຕ່າງປະເທດອາເມລິກາໃຫ້ຮູ້ວ່າ: “ໃນປີ 2019, ວົງເງິນການຄ້າສອງສົ້ນລະຫວ່າງອາເມລິກາ ແລະ ຫວຽດນາມບັນລຸໄດ້ຫຼາຍກວ່າ 77 ຕື້ໂດລາສະຫະລັດ ໃນດ້ານສິນຄ້າ ແລະ ການບໍລິການ, ເຊິ່ງສະແດງໃຫ້ເຫັນເຖິງຄວາມປະທັບໃຈຂອງການຮ່ວມມືທີ່ເປີດກວ້າງນັບມື້ນັບຫຼາຍຂື້ນລະຫວ່າງສອງປະເທດໃນສອງທົດສະວັດທີ່ຜ່ານມາ”.
ຍສໝ - ປະຈຸບັນ, ມະຫາວິທະຍາໄລທິດຕາເວັນຕົກສຽງເໜືອ ມີນັກສຶກສາລາວ 836 ຄົນ ທີ່ກຳລັງສຶກສາຮ່ຳຮຽນໃນ 23 ພາກວິຊາປະລິນຍາຕີ ແລະ 3 ພາກວິຊາຈົບການສຶກສາພາຍຫຼັງປະລິນຍາຕີ, ເຊິ່ງມີສາຂາວິຊາຄື: ສ້າງຄູ, ເສດຖະສາດ, ກະສິກຳ ແລະ ປ່າໄມ້, ເຕັກໂນໂລຊີຂໍ້ມູນຂ່າວສານ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງແບ່ງປັນບັນດາຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆເພື່ອຊຸກຍູ້ການຮ່ວມມືສາກົນຂອງລັດຖະບານອັງກິດໃນການຮັບມືກັບໂລກລະບາດ Covid-19, ແລະ ທ່ານກໍ່ຢືນຢັນວ່າຫວຽດນາມພ້ອມແລ້ວທີ່ຈະຮ່ວມມືຢ່າງໃກ້ຊິດກັບອັງກິດໃນຄວາມພະຍາຍາມເຫຼົ່ານີ້.
ຍສໝ - ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄໍາຊີ້ນໍາເປີດດ່ານຊາຍແດນຄືນໃໝ່...
ຍສໝ - ວັນທີ 2 ກໍລະກົດນີ້, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານດິງມິນໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ທ່ານ Tanee Sangrat - ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ໄດ້ໂອ້ລົມສົນທະນາກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.
ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານ Mike Pompeo ໄດ້ຢືນຢັນວ່າ: “ອາເມລິກາ ຊົມເຊີຍບັນດາການນຳອາຊຽນ ທີ່ໄດ້ເຫັນດີນຳກັນວ່າ ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຄວນໄດ້ແກ້ໄຂຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ ຊີ້ແຈ້ງວ່າໃນສະພາບການໂລກລະບາດ Covid – 19 ຍັງບໍ່ມີສັນຍານຫຼຸດລົງ, ອາຊຽນ ພວມຢູ່ໃນໄລຍະສຳຄັນ ທັງມີສິ່ງທ້າທາຍ ທັງມີກາລະໂອກາດ, ເພາະສະນັ້ນ, ບັນດາປະເທດອາຊຽນຕ້ອງສືບຕໍ່ເດີນຕາມບັນດາເປົ້າໝາຍສ້າງສາປະຊາຄົມອາຊຽນ 2025.
ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອ ການຮ່ວມມືສາກົນ: ການຮ່ວມ ມືກັນໃນການຮັບມືຕ້ານການ ແຜ່ລະບາດພະຍາດ COVID-19.
ຍສໝ - ວັນທີ 20 ມິຖຸນາ, ຢູ່ມົດສະກູ, ສະຖາບັນຄົ້ນຄ້ວາທິດຕາເວັນອອກ (ສະພາບັນດິດວິທະຍາສາດລັດເຊຍ) ໄດ້ຈັດຕັ້ງກອງປະຊຸມສຳມະນາອອນລາຍ “ການຂັດແຍ້ງຢູ່ທະເລຕາເວັນອອກ - ສິ່ງທ້າທາຍ ແລະ ໄພນາບຂູ່ໃນປະຈຸບັນ” ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກຮຽນຮູ້ ແຖວໜ້າ ປະມານ 30 ຄົນ ກ່ຽວກັບພາກພື້ນອາຊີປາຊີຟິກ ທີ່ມາຈາກບັນດາສູນ, ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງຣັດເຊຍ.
ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.
ໃນວັນທີ 17 ມິຖຸນາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຊື່ອມຊືມມູນເຊື້ອວິລະກໍາໂຕນຄຸກ ຢ່າງມະຫັດສະຈັນ ຂອງຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 60 ປີ, ວັນເກີດ ທ່ານ ວະລາດີເມຍ ອີລີສ ເລນິນ ຄົບຮອບ 150 ປີ, ວັນເກີດ ປະ ທານ ໂຮ່ຈິມິນ ຄົບຮອບ 130 ປີ, ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II ຄົບຮອບ 75 ປີ, ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 45 ປີ.
ຍສໝ - ນິ້ີ້ແມ່ນການແລກປ່ຽນຄັ້ງທຳອິດລະຫວ່າງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຕ່າງປະເທດ ຫວຽດນາມ ກັບລັດຖະມົນຕີກະຊວງການຕ່າງປະເທດ ກູເວດນັບແຕ່ເວລາດຳລົງຕຳແໜ່ງໃນທ້າຍປີ 2019.
ຍສໝ - ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບໍ່ຈຳກັດຈຳນວນຖ້ຽວບິນຂົນສົ່ງນັກຊ່ຽວຊານ, ນັກທຸລະກິດ, ນັກສຶກສາ, ນັກຮຽນ, ຜູ້ມີອາຍຸສຸງ… ຕາມມາດຕະຖານຂໍ້ກຳນົດກັບຄືນມາປະເທດ.
ຍສໝ - ໃນວັນທີ 2 ມິຖຸນາ, ຕຳຫຼວດນະຄອນຮ່າໂນ້ຍ ໄດ້ປະກາດວ່າ ຍ້ອນສະພາບການລະບາດ ຂອງພະຍາດ COVID-19 ເຊິ່ງເຮັດໃຫ້ຄວາມຮຽກຮ້ອງຕ້ອງການ ໃນການຕໍ່ກໍານົດເວລາທີ່ພັກຊົ່ວຄາວ ຂອງພົນລະເມືອງຕ່າງປະເທດທີ່ເຂົ້າມາຫວຽດນາມ ໃນແຕ່ວັນທີ 1 ມີນາ ເຖິງຮອດປະຈຸບັນ ເພີ່ມຂຶ້ນ.
ຍສໝ - ເມື່ອບໍ່ດົນມານີ້, ອະດີດນັກສຶກສາ 70 ຄົນ ແລະ ນັກສຶກສາທີ່ກຳລັງສຶກສາຢູ່ມະຫາວິທະຍາໄລຄົ້ນຄວ້າກ່ຽວກັບການຕ່າງປະເທດໂຕກຽວ ໄດ້ເປີດໂຄງການສ້າງເວັບໄຊ ກ່ຽວກັບ COVID-19, ເຊິ່ງໄດ້ແປເປັນ 13 ພາສາ ໃນນັ້ນມີພາສາຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້ , ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມປະຈຳ ລັດຖະບານຫວຽດນາມ ກ່ຽວກັບສະພາບການ, ຄວາມແງ່ຫວັງ ແລະ ວິທີການດຶງດູດການລົງທຶນຕ່າງປະເທດ ເພື່ອຕອບສະໜອງຕໍ່ບັນດາສິ່ງທ້າທາຍທົ່ວໂລກ ຍ້ອນພະຍາດ COVID-19.