ປະທານປະເທດ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ບັນດາທ່ານທູດຕ່າງປະເທດ ມາປະຈຳຢູ່ ສປປ ລາວ

15:55 | 05/10/2020

ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານທູດທັງສາມປະເທດ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳລາວ, ເຊິ່ງເປັນການປະ ກອບສ່ວນສຳຄັນເຂົ້າ ໃນການເພີ່ມທະວີ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີບາດກ້າວ ຂະຫຍາຍຕົວຍິ່ງຂຶ້ນ, ພ້ອມອວຍພອນໃຫ້ທ່ານທູດ ທັງສາມປະເທດ ຈົ່ງປະສົບຜົນສຳເລັດ ໃນຕະຫລອດໄລຍະການ ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

ປະທານປະເທດ ຕ ອນຮ ບການເຂ າຍ ນສານຕາຕ ງ ບ ນດາທ ານທ ດຕ າງປະເທດ ມາປະຈຳຢ ສປປ ລາວ ບົດອວຍພອນປີໃໝ່ລາວ ປີຊວດ ພສ 2563 ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ
ປະທານປະເທດ ຕ ອນຮ ບການເຂ າຍ ນສານຕາຕ ງ ບ ນດາທ ານທ ດຕ າງປະເທດ ມາປະຈຳຢ ສປປ ລາວ ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ
ປະທານປະເທດ ຕ ອນຮ ບການເຂ າຍ ນສານຕາຕ ງ ບ ນດາທ ານທ ດຕ າງປະເທດ ມາປະຈຳຢ ສປປ ລາວ
ປະທານປະເທດ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ບັນດາທ່ານທູດຕ່າງປະເທດ ມາປະຈຳຢູ່ ສປປ ລາວ.

ໃນຕອນບ່າຍຂອງວັນທີ 2 ຕຸລາ 2020 ທີ່ ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢືນສານຕາຕັ້ງ ຂອງບັນດາເອກອັກຄະລັດຖະທູດຕ່າງປະເທດ ເພື່ອມາດຳລົງຕຳແໜ່ງເຮັດໜ້າທີ່ ການທູດປະຈຳຢູ່ ສປປ ລາວ ຕາມລຳດັບດັ່ງນີ້:

ເວລາ 14:30 ນາທີ ທ່ານປະທານປະເທດ ໄດ້ຕ້ອນຮັບການເຂົ້າຢືນສານຕາຕັ້ງຂອງ ທ່ານ ນາງ ທອງ ໂສກຸນເທຍຣີ (Thong Sokunthery) ເພື່ອມາດຳລົງຕຳແໜ່ງເປັນ ເອກອັກຄະຣາຊະທູດ ວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ, ມີສໍານັກງານການທູດຕັ້ງຢູ່ ນະຄອນຫລວງວຽງຈັນ. ກ່ອນມາປະຕິບັດ ໜ້າທີ່ການທູດຢູ່ລາວ ທ່ານ ນາງ ທອງ ໂສກຸນເທຍຣີ ໄດ້ເປັນຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຮ່ວມມືລະຫວ່າງປະເທດ, ຮອງຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ແລະ ການຮ່ວມມືລະຫວ່າງປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ.

ສປປ ລາວ ແລະ ກຳປູເຈຍ ສ້າງຕັ້ງສາຍພົວພັນ ທາງການທູດນຳກັນໃນວັນທີ 15 ມິຖຸນາ 1956 ໂດຍໄດ້ມີການພົວພັນຮ່ວມມື ໃນຂະແໜງຕ່າງໆເປັນຕົ້ນ ດ້ານການເມືອງ ແລະ ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວິຊາການ, ດ້ານວັດທະນະທຳ ແລະ ສັງຄົມ ແລະ ການຮ່ວມມືເສດຖະກິດພາກພື້ນ.

ເວລາ 15:00 ທ່ານ ໂອຮານ ໄອຊິກ ( 0rhan Isik) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ຕວກກີ ປະຈຳລາວ ໂດຍມີສໍານັກງານການທູດ ຕັ້ງຢູ່ນະຄອນ ຫລວງວຽງຈັນ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ ປະທານປະເທດ ແຫ່ງ ສປປ ລາວ, ກ່ອນໜ້າມານີ້ທ່ານທູດ ໄດ້ດຳລົງຕຳແໜ່ງເປັນ ຫົວໜ້າກົມສູນກາງອາຊີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວກກີ.

ສປປ ລາວ ແລະ ສາທາລະນະລັດ ຕວກກີ ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນທີ 20 ເດືອນມິຖຸນາ ປີ 1958 ໂດຍໄດ້ມີການພົວພັນຮ່ວມມືກັນ ທາງດ້ານການຄ້າ ແລະ ການລົງທຶນ, ດ້ານການ ທ່ອງທ່ຽວ, ດ້ານການສຶກສາ ແລະ ດ້ານວັດທະນະທຳ.

15:30 ນາທີ ທ່ານ ບຸນຍັງ ວໍລະຈິດ ໄດ້ຕ້ອນຮັບການຢືນສານຕາຕັ້ງຈາກ ທ່ານ ນາງ ໄອນ່າ ມາສກຸຍສອຍນີເຕ (Ina Marciulionyte) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງສະຫະພາບເອີລົບ ປະຈຳລາວ ມີສຳນັກງານໃຫຍ່ຢູ່ ນະຄອນຫລວງວຽງຈັນ, ກ່ອນມາປະຕິບັດໜ້າທີ່ ການທູດຢູ່ລາວ ທ່ານທູດເຄີຍດຳລົງຕຳແໜ່ງເປັນ ເອກອັກຄະລັດ ຖະທູດແຫ່ງ ສາທາລະນະລັດ ລິດຕົວນີ ປະຈຳ ສປ ຈີນ, ມົງໂກນ, ສ.ເກົາຫລີ, ຣາຊະອານາຈັກໄທ, ສສ ຫວຽດນາມ ແລະ ສາທາລະນະລັດ ສະຫະ ພາບມຽນມາ.

ສປປ ລາວ ແລະ ສະຫະພາບເອີລົບ ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 21 ພະຈິກ 1975 ໂດຍມີການພົວພັນ ຮ່ວມມືກັນຢ່າງຕໍ່ເນື່ອງ ໂດຍສະເພາະທາງ ດ້ານເສດຖະກິດ ການຄ້າ, ການເມືອງ ແລະ ດ້ານວັດທະນະທຳ-ສັງຄົມ.

ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານທູດທັງສາມປະເທດ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳລາວ, ເຊິ່ງເປັນການປະ ກອບສ່ວນສຳຄັນເຂົ້າ ໃນການເພີ່ມທະວີ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີບາດກ້າວ ຂະຫຍາຍຕົວຍິ່ງຂຶ້ນ, ພ້ອມອວຍພອນໃຫ້ທ່ານທູດ ທັງສາມປະເທດ ຈົ່ງປະສົບຜົນສຳເລັດ ໃນຕະຫລອດໄລຍະການ ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

ໃນໂອກາດດຽວກັນ, ທ່ານທູດທັງສາມປະເທດ ຕ່າງກໍໄດ້ສະແດງຄວາມ ຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ບຸນຍັງ ວໍລະຈິດ ພ້ອມທັງສະແດງຄວາມຢືນຢັນວ່າ ຈະສຸມທຸກຄວາມພະ ຍາຍາມ ໃນການເຄື່ອນໄຫວປະກອບສ່ວນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນຮ່ວມມື ລະຫວ່າງປະ ເທດຂອງຕົນ ກັບ ສປປ ລາວ ໃຫ້ແໜ້ນແຟ້ນ ແລະ ມີປະສິດທິຜົນສູງຂຶ້ນ.

ປະທານປະເທດ ຕ ອນຮ ບການເຂ າຍ ນສານຕາຕ ງ ບ ນດາທ ານທ ດຕ າງປະເທດ ມາປະຈຳຢ ສປປ ລາວ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 02 ຕຸລາ 2019, ທີ່ ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ...

ປະທານປະເທດ ຕ ອນຮ ບການເຂ າຍ ນສານຕາຕ ງ ບ ນດາທ ານທ ດຕ າງປະເທດ ມາປະຈຳຢ ສປປ ລາວ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ເຈລະຈາ ກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ

ຍສໝ - ໃນຕອນເຊົ້າຂອງວັນທີ 24 ກຸມພາ, ທີ່ນະຄອນຫຼວງວຽງຈັນ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ໄດ້ມີການເຈລະຈາ ກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ.

ປະທານປະເທດ ຕ ອນຮ ບການເຂ າຍ ນສານຕາຕ ງ ບ ນດາທ ານທ ດຕ າງປະເທດ ມາປະຈຳຢ ສປປ ລາວ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັັ້ນ ສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

ຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັັ້ນສູງຂອງພັກ-ລັດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ...

kpl.gov.la

ເຫດການ
302 Found

Found

The document has moved here.