ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກກ່ຽວກັບການລຶບລ້າງຄວາມທຸກຍາກ ແລະ ການຮ່ວມມືແບບໃຕ້-ໃຕ້

17:53 | 01/10/2020

ໃນວັນທີ 28 ກັນຍາ 2020,  ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ເຂົ້າຮ່ວມ ກອງປະຊຸມລະດັບສູງທາງໄກ ກ່ຽວກັບການລຶບລ້າງຄວາມ ທຸກຍາກ ແລະ ການຮ່ວມມືຂອບ ໃຕ້-ໃຕ້ (ຫຼື ຂອບການຮ່ວມມືລະ ຫວ່າງປະເທດ ກຳລັງພັດທະນາ)ໃນຫົວຂໍ້: “ການກ້າວໄປສູ່ອະນາ ຄົດຮ່ວມກັນຂອງບັນດາປະເທດ ກຳລັງພັດທະນາ: ສົ່ງເສີມການ ລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການ ຮ່ວມມືໃນຂອບ ໃຕ້-ໃຕ້.

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ເຂ າຮ ວມກອງປະຊ ມລະດ ບສ ງທາງໄກກ ຽວກ ບການລ ບລ າງຄວາມທ ກຍາກ ແລະ ການຮ ວມມ ແບບໃຕ ໃຕ ລັດຖະມົນຕີກະຊວງການຕ່າງປະເທດລາວ: "ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ"
ລ ດຖະມ ນຕ ກະຊວງການຕ າງປະເທດລາວ ເຂ າຮ ວມກອງປະຊ ມລະດ ບສ ງທາງໄກກ ຽວກ ບການລ ບລ າງຄວາມທ ກຍາກ ແລະ ການຮ ວມມ ແບບໃຕ ໃຕ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະຍື່ນຈົດໝາຍແຕ່ງຕັ້ງຂອງກົງສຸນໃຫຍ່ແຫ່ງ ສສ.ຫວຽດນາມ

ຈຸດປະສົງຕົ້ນຕໍກອງປະຊຸມລະດັບສູງທາງໄກດັ່ງກ່າວ ແມ່ນເພື່ອຮ່ວມກັນປຶກສາ ຫາລືບາງບັນຫາສໍາຄັນຄື: 1. ການຮ່ວມຕໍ່ສູ້ຕ້ານກັບໂຄວິດ-19 ແລະ ແກ້ໄຂບັນດາສິ່ງທ້າທາຍຮ່ວມກັນໃນການພັດທະນາເສດ ຖະກິດ-ສັງຄົມ; 2. ການລຶບລ້າງ ຄວາມທຸກຍາກໂດຍຜ່ານການແລກປ່ຽນປະສົບການ ແລະ ລົງ ເລິກການຮ່ວມມືໃນຂອບໃຕ້ - ໃຕ້; ແລະ 3. ການສ້າງຄວາມ ເຂັ້ມແຂງໃຫ້ແກ່ການເຊື່ອມ ໂຍງລະຫວ່າງຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ວາລະ 2030 ເພື່ອບັນລຸການຫຼຸດຜ່ອນ ຄວາມທຸກຍາກ ແລະ ເປົ້າໝາຍ ການພັດທະນາອື່ນໆ.

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ເຂ າຮ ວມກອງປະຊ ມລະດ ບສ ງທາງໄກກ ຽວກ ບການລ ບລ າງຄວາມທ ກຍາກ ແລະ ການຮ ວມມ ແບບໃຕ ໃຕ
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກກ່ຽວກັບການລຶບລ້າງຄວາມທຸກຍາກ ແລະ ການຮ່ວມມືແບບໃຕ້-ໃຕ້. (ພາບ: kongthap)

ກອງປະຊຸມທາງໄກຜ່ານວີດີໂອຄັ້ງນີ້ຈັດ ໂດຍ ສປ ຈີນ, ພາຍໃຕ້ການເປັນປະທານຂອງ ທ່ານ ຫວັງອີ່, ລັດ ຖະມົນຕີການຕ່າງປະເທດແຫ່ງ ສປ ຈີນ, ມີຜູ້ແທນຂັ້ນລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກຫຼາຍກວ່າ 10 ປະເທດ, ຮອງເລຂາທິການໃຫຍ່ອົງການ ສປຊ ຜູ້ຊີ້ນຳວຽກງານເສດຖະກິດ-ສັງຄົມ ແລະ ອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼິມໄຊ ກົມມະສິດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກຄວາມສຳຄັນຂອງການລຶບລ້າງຄວາມທຸກຍາກ ເຊິ່ງເປັນໜຶ່ງໃນບູລິມະສິດຕົ້ນຕໍຂອງວົງຄະນາຍາດສາກົນເພື່ອບັນລຸວາລະ 2030 ເພື່ອການພັດທະນາ. ການຮ່ວມມືແບບໃຕ້-ໃຕ້ ຖືເປັນ ແບບຢ່າງແຫ່ງຄວາມສາມັກຄີ ແລະ ເປັນກົນໄກຂອງການຮ່ວມມື ລະຫວ່າງບັນດາປະເທດກຳລັງ ພັດທະນາອັນໄດ້ເປັນການປະ ກອບສ່ວນສຳຄັນເຂົ້າໃນການ ຫຼຸດຜ່ອນຄວາມທຸກຍາກ ແລະ ນຳເອົາຄວາມຮຸ່ງເຮືອງສີວິໄລມາສູ່ປະຊາຊົນຂອງວົງຄະນະ ຍາດສາກົນ ບົນພື້ນຖານຫຼັກການ ການຮ່ວມມືແບບຫຼາຍຝ່າຍພາຍໃຕ້ກົດບັດຂອງອົງການສະຫະປະຊາຊາດ ກໍຄື ຫຼັກການແຫ່ງຄວາມ ສາມັກຄີ, ການເຄົາລົບອະທິປະໄຕ ແລະ ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ, ແລະ ການຮ່ວມມືທີ່ຕ່າງງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ບັນດາຜົນສຳເລັດຕ່າງໆທີ່ປະເທດກຳລັງພັດທະນາຍາດມາໄດ້ໃນໄລຍະຜ່ານມາ ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງສັນຕິ ພາບ ແລະ ຄວາມໝັ້ນຄົງສາກົນ, ການຮ່ວມມືເພື່ອການພັດທະນາ ໂດຍສະເພາະແມ່ນການຮ່ວມ ມືໃນຂອບໃຕ້-ໃຕ້, ແຕ່ກໍບໍ່ໄດ້ ໝາຍຄວາມວ່າເພື່ອປ່ຽນແທນ ຂອບການຮ່ວມມືເໜືອ-ໃຕ້. ພ້ອມ ດຽວກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ບົດບາດທີ່ ເປັນແກນກາງຂອງການຮ່ວມ ມືໃຕ້-ໃຕ້ ແລະ ການຮ່ວມມື ແບບສາມແຈ ເຊິ່ງເປັນທ່າແຮງໜຶ່ງທີ່ສະໜັບສະໜູນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງບັນດາປະເທດກຳລັງພັດທະນາ ໂດຍຜ່ານການຖ່າຍທອດແລກປ່ຽນຄວາມຮູ້, ປະສົບການ ແລະ ການຮ່ວມມືລະຫວ່າງປະເທດກຳລັງພັດທະນາ ດ້ວຍກັນ.

ສຳລັບ ສປປ ລາວ ກໍໄດ້ ມີຄວາມພະຍາຍາມຢ່າງຕັ້ງ ໜ້າໃນການລົບລ້າງຄວາມທຸກ ຍາກ ແລະ ວາງຄາດໝາຍສູ້ຊົນ ເພື່ອນຳພາປະເທດຊາດອອກ ຈາກສະຖານະພາບດ້ອຍພັດທະ ນາໃນອະນາຄົດ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ບົດບາດຂອງ ສປຈີນ ໃນການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ປະເທດຕ່າງໆ ໂດຍສະເພາະພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຜົນສຳເລັດຂອງ ສປຈີນ ໃນການລົບລ້າງຄວາມທຸກຍາກສ່ວນຫຼາຍຂອງປະເທດ ໄດ້ພຽງໄລຍະເວລາອັນສັ້ນນັ້ນ ລ້ວນແຕ່ໄດ້ຮັບການຍ້ອງຍໍຊົມ ເຊີຍຈາກວົງຄະນະຍາດສາກົນ ແລະ ໄດ້ກາຍເປັນບົດຮຽນອັນລໍ້າຄ່າ ໃຫ້ແກ່ປະເທດຕ່າງໆໃນທົ່ວໂລກ.

ດັ່ງນັ້ນ, ສປປ ລາວ ຈຶ່ງຖືສຳຄັນຢ່າງຍິ່ງໃນການສົ່ງເສີມ ການເປັນຄູ່ຮ່ວມພັດທະນາ ໃນຂົງເຂດຕ່າງໆກັບ ສປ ຈີນ ແລະ ປະເທດຕ່າງໆໃນພາກພື້ນເພື່ອ ບັນລຸຍຸດທະສາດຂອງລັດຖະບານ ເພື່ອປ່ຽນສະຖານະພາບເປັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໃຫ້ກາຍເປັນສູນກາງຂອງການເຊື່ອມຈອດພາກພື້ນດ້ວຍການຍົກລະດັບພື້ນຖານໂຄງລ່າງ ດ້ານການຂົນສົ່ງພາຍໃນປະ ເທດ, ໂດຍສະເພາະໂຄງການທາງລົດ ໄຟຄວາມໄວສູງ ລາວ-ຈີນ, ເຊິ່ງ ຄາດວ່າຈະສຳເລັດສົມບູນໃນ ປີ 2021.

ຕໍ່ກັບສະພາບການລະບາດ ຂອງພະຍາດ COVID-19, ທ່ານລັດຖະມົນຕີ ໄດ້ຮຽກຮ້ອງ ໃຫ້ປະເທດຕ່າງໆພ້ອມກັນຍົກສູງ ບົດບາດການຮ່ວມມືແບບຫຼາຍ ຝ່າຍ ແລະ ສືບຕໍ່ເຮັດວຽກຮ່ວມ ກັນຢ່າງໃກ້ຊິດ ເພື່ອຊອກຫາ ຊ່ອງທາງແກ້ໄຂບັນຫາ ແລະ ສິ່ງທ້າທາຍຮ້າຍແຮງນີ້ຢ່າງຮີບ ດ່ວນ, ແນໃສ່ຫຼຸດຜ່ອນຜົນກະທົບຕໍ່ຄວາມພະຍາຍາມໃນການບັນລຸເປົ້າ ໝາຍລົບລ້າງຄວາມທຸກຍາກ ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງສາກົນ. ໃນໂອກາດນີ້, ສປປ ລາວ ໄດ້ສະ ແດງຄວາມຍິນດີສະໜັບສະໜູນຕໍ່ຂໍ້ສະເໜີຂອງ ສປ ຈີນ ເພື່ອສະ ໜັບສະໜູນວຽກງານຕ່າງໆ ຂອງອົງການສະຫະປະຊາຊາດ ໃນຫຼາຍຂົງເຂດ, ລວມທັງການ ຮັບມືພະຍາດ COVID-19.

ໃນປັດຈຸບັນ ແລະ ການຟື້ນຟູໃນ ອະນາຄົດ, ການປະກອບສ່ວນ ງົບປະມານເຂົ້າໃນກອງທຶນຂອບ ການຮ່ວມມືໃຕ້-ໃຕ້ ແລະ ຂອບ ອື່ນໆ ເຊິ່ງ ທ່ານ ສີຈິ້ນຜິງ, ປະ ທານ ປະເທດແຫ່ງ ສປ ຈີນ ໄດ້ປະກາດໃນໂອກາດກ່າວຄຳ ເຫັນ ຕໍ່ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 75 ໃນຕົ້ນອາທິດຜ່ານມາ. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຂອງ ສປປ ລາວ ໄດ້ສະແດງໃຫ້ເຫັນບົດບາດ ແລະ ການປະກອບ ສ່ວນຢ່າງຫ້າວຫັນ ຂອງ ສປປ ລາວ ເຂົ້າໃນເວທີປຶກສາຫາລືບັນຫາສຳຄັນຂອງສາກົນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ເຂ າຮ ວມກອງປະຊ ມລະດ ບສ ງທາງໄກກ ຽວກ ບການລ ບລ າງຄວາມທ ກຍາກ ແລະ ການຮ ວມມ ແບບໃຕ ໃຕ ຜົນສຳເລັດຂອງຂະແໜງການຕ່າງປະເທດລາວໄລຍະການ ປ່ຽນແປງໃໝ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ

ພາຍຫລັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງຫລວງຫລາຍ ໂດຍສະເພາະບັນດາອິດທິກຳລັງປໍລະປັກ ໄດ້ສຸມທຸກຄວາມພະຍາຍາມ ເພື່ອທຳລາຍລະບອບໃໝ່ຂອງພວກເຮົາແຕ່ຫົວທີ ດ້ວຍກົນອຸບາຍ ແລະ ວິທີການຕ່າງໆຢ່າງຮອບດ້ານ ແລະ ເລິກແລບແນບນຽນ. ໃນຂະນະທີ່ພື້ນຖານເສດຖະກິດພາຍໃນປະເທດ ຍັງບໍ່ເຂັ້ມແຂງ ...

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ເຂ າຮ ວມກອງປະຊ ມລະດ ບສ ງທາງໄກກ ຽວກ ບການລ ບລ າງຄວາມທ ກຍາກ ແລະ ການຮ ວມມ ແບບໃຕ ໃຕ ປະຊາຊົນລາວມີເກືອບ 6.400 ຄົນເປັນໄຂ້ເລືອດອອກ, 11 ຄົນເສຍຊີວິດ

ຍສໝ - ການແຜ່ລະບາດຂອງພະຍາດໄຂ້ເລືອດອອກໃນທົ່ວປະເທດລາວ ຖືກແຜ່ລາມໄປຢ່າງຫຼາຍໃນຫລາຍທ້ອງຖິ່ນຂອງລາວ. ຈົນຮອດໃນປັດຈຸບັນ, ມີຈຳນ່ວນ 11 ຄົນຖືກເສຍຊີວິດ.

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ເຂ າຮ ວມກອງປະຊ ມລະດ ບສ ງທາງໄກກ ຽວກ ບການລ ບລ າງຄວາມທ ກຍາກ ແລະ ການຮ ວມມ ແບບໃຕ ໃຕ Vinamilk ໄດ້ລົງທຶນ 1.000 ຕື້ດົ່ງ ເຂົ້າໃນປະເທດລາວ

ຍສໝ - ລາຍຮັບລວມຂອງບໍລິສັດ Vinamilk ຫວຽດນາມ ໄດ້ບັນລຸ 29,648 ຕື້ດົງ, ເພີ່ມຂຶ້ນ 6,7% ທຽບໃສ່ໄລຍະດຽວກັນຂອງປີ 2019 ແລະ ປະຕິບັດໄດ້ 50% ຂອງແຜນການ.

ເຫດການ
302 Found

Found

The document has moved here.