ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມພິ​ທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ

12:45 | 25/10/2020

ຍ​ສ​ໝ - ທ່ານ Kamal Maholtra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມໃນຖານະເປັນ​ກຳ​ມະ​ການ​ບໍ່​ປະ​ຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນໃນປີ 2020.

ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອມະນຸດສະທຳ ດ້ານອຸປະກອນການແພດ ໃຫ້ແກ່ລັດເຊຍ
UNICEF ໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມພິ​ທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ
ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຟ້າມບິ່ງມິງ ຕີລາຄາສູງ ຄວາມມານະພະຍາຍາມທີ່ບໍ່ຢຸດຢັ້ງຂອງ ສປຊ ເພື່ອການພັດທະນາຂອງໂລກໃນຕະຫຼອດ 75 ປີຜ່ານມາ (ພາບ: Baoquocte)

ໂດຍຕອບສະໜອງຄຳເຊື້ອເຊີນຈາກທ່ານ Kamal Maholtra ຜູ້ປະສານງານສປຊ ປະຈຳ ຫວຽດນາມ, ຕອນຄ່ຳວັນທີ 23 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ.

ຕາງໜ້າບັນດາອົງການສະຫະປະຊາຊາດຢູ່ຫວຽດນາມ, ທ່ານ Kamal Maholtra ໄດ້ທົບທວນຄືນບັນດາຜົນງານຕົ້ນຕໍຂອງສະຫະປະຊາຊາດໃນຕະຫຼອດ 75 ປີທີ່ຜ່ານມາ, ຈາກການປ້ອງກັນສົງຄາມໂລກຄັ້ງທີ 3, ຢຸດຕິອານານິຄົມເພື່ອປະກອບສ່ວນ ເຂົ້າ​ໃນການພັດທະນາຂອງໂລກ; ຕີລາຄາສູງການພົວພັນ ລະຫວ່າງ ຫວຽດ ນາມ ແລະ ສະຫະປະຊາຊາດໃນຕະຫຼອດ 40 ປີທີ່ຜ່ານມາ, ໂດຍສະເພາະໄດ້ຕີລາຄາສູງທີ່ຕັ້ງແລະບົດບາດຂອງຫວຽດນາມໃນຖານະເປັນ​ກຳ​ມະ​ການ​ບໍ່​ປະ​ຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນໃນປີ 2020.

ທ່ານ Kamal Maholtra ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຢຸດການແຜ່ລະບາດຂອງ Covid-19 ໃຫ້​ເປັນ​ຢ່າງ​ດີ. ໃນໄລຍະຈະມາເຖິງ, ບັນດາອົງການສະຫະປະຊາຊາດຢູ່ຫວຽດນາມຈະສືບຕໍ່ຄົ້ນຄ້ວາ, ໃຫ້ຄຳແນະນຳຢ່າງທັນການເພື່ອ ໜູນຊ່ວຍຫວຽດນາມໃນການພັດທະນາເສດຖະກິດ - ສັງຄົມໃນໄລຍະຕໍ່ໄປ.

ທ່ານ ຟ້າມບິ່ງມິງ ຕີລາຄາສູງ ຄວາມມານະພະຍາຍາມທີ່ບໍ່ຢຸດຢັ້ງຂອງ ສປຊ ເພື່ອການພັດທະນາຂອງໂລກໃນຕະຫຼອດ 75 ປີຜ່ານມາ, ທ່ານໄດ້ເນັ້ນໜັກເຖິງ ຄຳໝັ້ນສັນຍາຂອງຫວຽດນາມໃນການຊຸກຍູ້ລັດທິຫຼາຍຝ່າຍ ພ້ອມກັບ ສປຊ.

ທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນເຖິງຄວາມຕັດສິນໃຈ ຊຸກຍູ້ການເຂົ້າຮ່ວມໃນບັນດາຄະນະຮັກສາສັນຕິພາບຂອງ ສປຊ, ພ້ອມທັງໃຫ້ຮູ້ວ່າ ດ້ວຍຖານະເປັນປະທານອາຊຽນ 2020, ຫວຽດນາມພວມພະຍາຍາມຊຸກຍູ້ການຮ່ວມມື ລະຫວ່າງ ອາຊຽນ ແລະ ສປຊ, ລວມທັງການຮັບມືກັບຜົນກະທົບຈາກໂລກລະບາດ Covid – 19. ຫວຽດນາມປາດຖະໜາຢາກໃຫ້ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ ສປຊ ສືບຕໍ່ພັດທະນາຢ່າງແຮງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.

​ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ຢູ່ Sahara ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານເອກ​ອັກ​ຄະ​ລັດ​ຖ​ະ​ທູດ ດັ້ງ​ດິ່ງ​ກຸ໊ຍຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ​ໄດ້ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ ແລະ ສະ​ແດງ​ການສະ​ໜັບ​ສະ​ໜູນ​ຕໍ່ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ວັດ​ຂະ​ບວນ​ການ​ສ້າງ​ສັນ​ຕິ​ພາບ​ຂອງ ຄະ​ນະ​ປະ​ຕິ​ບັດ​ງານ MINURSO.

ຫວຽດ​ນາມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປຶກອອ​ນລາຍ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໂກ​ລົມ​ເບຍ ຂ​ອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ໄດ້​ຕີ​ລາ​ຄາ​ສູງ​ຕໍ່ການຮຽກ​ໂຮມ​ ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແຫ່ງ​ຊາດ ແລະ ສະເໜີ​ໃຫ້​ບັນ​ດາ​ຝ່າຍໃຫ້​ບຸ​ລິ​ມະ​ສິດ​ໜ້າ​ທີ່​ປົກ​ປ້ອງ​ສາ​ມັນ​ຊົນ, ພິ​ເສດ​ແມ່ນ ແມ່​ຍິງ ແລະ ເດ​ັກ​ນ້ອຍ.

ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕ້ານ​ການ​ກໍ່​ການ​ຮ້າຍ​ບົນ​ພື້​ນຖານ​ປະ​ຕິ​ບັດ​ຕາມ​ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ

ຍສໝ - ວັນທີ 24 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍເພື່ອຮັບຟັງບົດລາຍງານຄັ້ງທີ 11 ຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຄວາມສ່ຽງກໍ່ການຮ້າຍຈາກບັນດາ ອົງການລັດອິດສະລາມ (IS) ອ້າງຊື່ເອງທີ່ ນາບຂູ່ສັນຕິພາບ, ຄວາມໝັ້ນຄົງສາກົນ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.