ສະເຫຼີມສະຫຼອງວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ

13:24 | 15/10/2020

ເມື່ອບໍ່ດົນມານີ້, ທີ່ກະຊວງການຕ່າງປະເທດ ສປປ.ລາວ​​ ໄດ້ມີພິທີ​ປາຖະກະຖາ​ກ່ຽວກັບວັນສ້າງຕັ້ງ​ການ​ທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 -12 ຕຸລາ 2020) ​ເຊິ່ງໃຫ້​ກຽດ​ປາຖະກະຖາ​ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ
ແຂວງເລີມດົ່ງ ສສ.ຫວຽດນາມ ພວມກະຕຸ້ນດ້ານການທ່ອງທ່ຽວ ດ້ວຍຫລາຍມາດຕະການເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະະເທດ

ໃນການປາຖະກະຖາຄັ້ງນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້​ຍົກ​ໃຫ້​ເຫັນເຖິງປະຫວັດຄວາມເປັນມາຂອງວັນການທູດລາວ (12 ຕຸລາ) ແລະ ຕີລາຄາການເຄຶື່ອນໄຫວວຽກງານຕ່າງປະເທດຕະຫລອດໄລຍະ 75 ປີຜ່ານມາ. ຜ່ານການເຄື່ອນໄຫວການຕ່າງປະເທດ ແລະ ການທູດນັ້ນ ສປປ.ລາວ ສາມາດຍາດແຍ່ງຄວາມເຂົ້າໃຈ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນໄດ້ນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ ສປປ ລາວ ມີຖານະບົດບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ອັນໄດ້ສ້າງ​​ເງື່ອນ​ໄຂ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ທີ່​ເອື້ອ​ອໍານວຍໃຫ້​ແກ່ການປະຕິບັດສອງຫນ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍປະຕິບັດຕາມແນວທາງນະ​ໂຍບາຍການຕ່າງປະເທດສັນຕິພາບ ​ເອກະລາດ ມິດຕະພາບ ​ແລະ ການ​ຮ່ວມ​ມືບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ສະເຫຼີມສະຫຼອງວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ
ທ່ານ ສົມສະຫວາດ ເລັ່ງສະຫວັດ. ພາບ: mofa.gov.la

ສປປ ລາວ ໄດ້ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ,​ ຊຶ່ງມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງສາຍພົວພັນການທູດກັບ 143 ປະເທດ; ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ; ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 17 ແຫ່ງ, ກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ, ມີດ່ານສາກົນ 28 ແຫ່ງ, ໄດ້ສໍາເລັດການກໍ່ສ້າງ ແລະ ເປີດນໍາໃຊ້ຂົວມິດຕະພາບ 5 ແຫ່ງ (ລາວ-ໄທ 4 ແຫ່ງ, ລາວ-ມຽນມາ 1 ແຫ່ງ), ມີການພົວພັນກັບພັກການເມືອງຕ່າງໆໃນໂລກເກືອບ 140 ພັກ, ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການກັບ 37 ປະເທດ, ຍົກເວັ້ນວີຊາສອງຝ່າຍສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ (9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ) ແລະ ຍົກເວັ້ນວີຊາຝ່າຍດຽວ ສໍາລັບຜູ້ຖືຫນັງສືຜ່ານແດນ ທໍາມະດາໃຫ້ກັບ 4 ປະເທດ (ສ. ເກົາຫລີ, ຍີ່ປຸ່ນ, ສະຫະພັນທະລັດ ສະວິດ, ລຸກຊໍາບວກ).

ກໍ່ໃນວັນດຽວກັນນີ້ກໍ່ຍັງມີບັນດາກິດຈະກໍາອື່ນ ເພື່ອສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 75 ປີ, ຄື: ພິທີເປີດສະໂມສອນນັກການທູດລາວ ແລະ ພິທີເປີດປຶ້ມ “ປະທານ ຄໍາໄຕ ສີພັນດອນ ກັບແນວຄິດຊີ້ນໍາຕໍ່ວຽກງານການພົວພັນຕ່າງປະເທດ”. ການຂຽນປື້ມດັ່ງກ່າວ ແມ່ນການລະນຶກເຖິງຄຸນງາມຄວາມດີ ແລະ ການສຶກສາຮຽນຮູ້ກ່ຽວກັບວິລະກຳອັນປະເສີດບັນດາບົດຮຽນ, ພຶດຕິກຳຕົວຈິງ ແລະ ການນຳພາຊີ້ນຳ ຂອງ ທ່ານ ປະທານ ຄຳໄຕ ສີພັນດອນ ໂດຍສະເພາະດ້ານວຽກງານການຕ່າງ ປະເທດ ເພື່ອແນໃສ່ໃຫ້ນັກການທູດລາວ ແລະ ຄົນຮຸ້ນຫຼັງໄດ້ນຳມາໜູນໃຊ້ໃຫ້ສອດຄ່ອງກັບຍຸກສະໄໝໃໝ່ຂອງພາກພື້ນ ແລະ ຂອງໂລກປັດຈຸບັນ.

ສະເຫຼີມສະຫຼອງວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ
ປຶ້ມ “ແນວຄວາມຄິດຊີ້ນຳຕໍ່ວຽກງານການຕ່າງປະເທດ ຂອງປະທານ ຄຳໄຕ ສີພັນດອນ”. ພາບ: mofa.gov.la

ຈຸດປະສົງຂອງການສ້າງຕັ້ງສະໂມສອນນັກການທູດລາວກໍ່ເພື່ອເຕົ້າໂຮມບັນດາອະດີດເອກອັກຄະລັດຖະທູດ ແລະ ບັນດານັກການທູດລາວ ເພື່ອເປັນເວທີປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ, ຕີລາຄາຕໍ່ສະພາບການທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງໄວວາ. ນອກຈາກນີ້ ຍັງເພື່ອເປັນຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ໄດ້ນຳໄປໜູນໃຊ້ເຂົ້າໃນການຄົ້ນຄວ້າວິໄຈ ແລະ ເປັນຂໍ້ມູນລາຍງານຄະນະນຳກະຊວງການຕ່າງປະເທດ.

ພ້ອມນັ້ນ, ສະໂມສອນນັກການທູດລາວ ຍັງຈະເປັນເວທີໃນການສ້າງກິດຈະກຳຕ່າງໆ ເພື່ອສົ່ງເສີມຄວາມຮັກແພງສາມັກຄີ, ແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງ ນັກການທູດອາວຸໂສບຳນານ ແລະ ນັກການທູດຮຸ້ນໜຸ່ມນ້ອຍ ກໍ່ຄື ພະນັກງານກະຊວງການຕ່າງປະເທດ.

42 ມື້ແລ້ວທີ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 38,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,1 ລ້ານຄົນ.

ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງວ່າການລັດຖະບານ ສສ.ຫວຽດນາມ ແລະ ອົງການພັດທະນາສາກົນ ອາເມລິກາ

ຍສໝ - ອົງການພັດທະນາສາກົນ ອາເມລິກາ ຈະຊ່ວຍໜູນຫ້ອງວ່າການລັດຖະບານ ຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການສົມທົບລະຫວ່າງບັນດາຂະແໜງການຢູ່ຫວຽດນາມ, ຍົກສູງລັກສະນະຄວາມໂປ່ງໃສ ແລະ ສືບຕໍ່ພັດທະນາປະຕູຖານບໍລິການແຫ່ງຊາດ.

ໄວໜຸ່ມສາມປະເທດອິນດູຈີນຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ, ສ້າງວິຖີຊີວິດສີຂຽວ ເພື່ອໂລກແຫ່ງຄວາມສວຍງາມ, ສົດໃສ

ຍສໝ - "ໄວໜຸ່ມສາມປະເທດອິນດູຈີນຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ, ສ້າງວິຖີຊີວິດສີຂຽວ ເພື່ອໂລກແຫ່ງຄວາມສວຍງາມ, ສົດໃສ" ໄດ້ຄັດເລືອກເປັນຫົວຂໍ້ຂອງລາຍການພົບປະແລກປ່ຽນຄັ້ງນີ້ແນໃສ່ສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດພ້ອມກັນຊອກຮູ້ກ່ຽວກັບມູນເຊື້ອວັດທະນະທໍາຂອງແຕ່ລະປະເທດ, ເພີ່ມຄວາມຮັກແພງ ແລະອະນຸລັກຮັກສາທຳມະຊາດຕື່ມອີກ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.