ຫວຽດນາມ ພວມກາຍເປັນປະເທດດຶງດູດກະແສເງິນລົງທຶນໂດຍກົງຫັນທິດມາຈາກຕ່າງປະເທດ

10:39 | 28/09/2020

ຍສໝ -  ມາຮອດປັດຈຸບັນ, ທຶນ FDI ທີ່ຈົດທະບຽນລົງທຶນເຂົ້າຫວຽດນາມ ບັນລຸ 21,2 ຕື້ໂດລາສະຫະລັດ, ແຫຼ່ງທຶນດັ່ງກ່າວລວມມີທຶນ FDI ຈົດທະບຽນໃໝ່, ທຶນເພີ່ມເຕີມ ແລະການປະກອບທຶນຊື້ຫຸ້ນສ່ວນຂອງວິສາຫະກິດພາຍໃນປະເທດ.

ຫວຽດນາມ ພວມກາຍເປ ນປະເທດດ ງດ ດກະແສເງ ນລ ງທ ນໂດຍກ ງຫ ນທ ດມາຈາກຕ າງປະເທດ ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາລີ
ຫວຽດນາມ ພວມກາຍເປ ນປະເທດດ ງດ ດກະແສເງ ນລ ງທ ນໂດຍກ ງຫ ນທ ດມາຈາກຕ າງປະເທດ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 33.052.751 ຄົນ, ໃນນັ້ນ ມີ 998.686 ຄົນເສຍຊີວິດ
ຫວຽດນາມ ພວມກາຍເປ ນປະເທດດ ງດ ດກະແສເງ ນລ ງທ ນໂດຍກ ງຫ ນທ ດມາຈາກຕ າງປະເທດ
ພາບປະກອບ

ທ່າອ່ຽງຫັນທິດລົງທຶນຈາກຫລາຍປະເທດເຂົ້າມາຫວຽດນາມ ແມ່ນເລີ່ມຕົ້ນຢ່າງແຮງນັບແຕ່ປີກາຍນີ້ ພາຍຫລັງສົງຄາມການຄ້າ ອາເມລິກາ - ຈີນ ນັບມື້ນັບຜັນແປໄປຢ່າງສັບສົນ ແລະ ໂລກລະບາດໂຄວິດ 19 ໄດ້ຍູ້ທ່າອ່ຽງນີ້ໃຫ້ໄວກວ່າ. ບໍ່ພຽງແຕ່ອຳນາດການປົກຄອງ ອາເມລິກາ ເທົ່ານັ້ນ ຫາກຫລາຍປະເທດ ເອີລົບ, ຍີ່ປຸ່ນ ແລະ ສ.ເກົາຫລີ ກໍ່ໄດ້ຮຽກຮ້ອງ ແລະ ຖະແຫລງວ່າ ພ້ອມແລ້ວທີ່ຈະຫນູນຊ່ວຍບັນດາບໍລິສັດຂອງຕົນຫັນທິດການຜະລິດອອກຈາກຈີນ ເພື່ອແນໃສ່ຫລຸດຜ່ອນການເອື່ອຍອີງພື້ນຖານເສດຖະກິດນີ້.

ທ່ານ Nicolas Audier ປະທານ ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳຫວຽດນາມ (EuroCham) ຖືວ່າ: ຫວຽດນາມ ພວມນຳຫນ້າໂລກໃນການປ້ອງກັນສະກັດກັ້ນໂລກລະບາດ ໂຄວິດ 19. ບັນດາມາດຕະການຢ່າງແຮງຂອງຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດ ພ້ອມກັບບ້ວງຫນູນຊ່ວຍເສດຖະກິດຢ່າງມີປະສິດທິຜົນໄດ້ເຮັດໃຫ້ຫວຽດນາມ ກາຍເປັນແບບຢ່າງໃນການສະກັດກັ້ນໂລກລະບາດໂຄວິດ 19 ໃນໂລກ.

ຫນັງສືພິມ Economics ຕີລາຄາວ່າ ຫວຽດນາມ ນອນໃນບັນຊີລາຍຊື່ກຸ່ມພື້ນຖານເສດຖະກິດທີ່ປອດໄພຫລັງໂລກລະບາດ. ສ່ວນ WB ໃຫ້ຂໍ້ສັງເກດວ່າ ເສດຖະກິດມະຫາພາກມີສະຖຽນລະພາບ, ບ້ວງຫນີ້ຂອງລັດຖະບານຫຼຸດລົງຢູ່ໃນລະດັບຕ່ຳ, ຄວາມສາມາດຮັບມື ລວມມັງການສະສົມເງິນຕາຕ່າງປະເທດ, ຫລຸດຜ່ອນອັດຕາດອກເບ້ຍຢ່າງທັນການ. ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີຫລາຍສະບັບ, ເປີດໂອກາດຫລາຍຢ່າງໃນການສຳຜັດກັບຕະຫລາດສາກົນຢ່າງສະດວກ.

ໃນ 4 ເດືອນຕົ້ນປີ 2020, ຄຳໝັ້ນສັນຍາທຶນຈົດທະບຽນFDI ເຂົ້າຫວຽດນາມ ບັນລຸເກືອບ 12,3 ຕື້ USD ເຖິງວ່າ ຫລຸດລົງ 15,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແຕ່ສິ່ງແປກປະຫລາດນັ້ນແມ່ນມູນຄ່າພັດເພີ່ມຂຶ້ນຄືນໃຫມ່ໃນເດືອນ ເມສາ ເຊິ່ງແມ່ນປະມານ 81% ເມື່ອທຽບໃສ່ 3 ເດືອນກ່ອນນີ້ ແລະ ເພີ່ມຂຶ້ນ 62% ເມື່ອທຽບໃສ່ 4 ເດືອນຕົ້ນປີ. ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກແລ້ວ, ຫວຽດນາມ ຈັດອັນດັບ 12/66 ຕະຫລາດຫາກໍ່ພົ້ນເດັ່ນຂຶ້ນ ກ່ຽວກັບລະດັບເຂັ້ມແຂງດ້ານການເງິນ.

ມາຮອດປັດຈຸບັນ, ທຶນ FDI ທີ່ຈົດທະບຽນລົງທຶນເຂົ້າຫວຽດນາມ ບັນລຸ 21,2 ຕື້ໂດລາສະຫະລັດ, ແຫຼ່ງທຶນດັ່ງກ່າວລວມມີທຶນ FDI ຈົດທະບຽນໃໝ່, ທຶນເພີ່ມເຕີມ ແລະການປະກອບທຶນຊື້ຫຸ້ນສ່ວນຂອງວິສາຫະກິດພາຍໃນປະເທດ. ໃນນັ້ນມີກວ່າ 1.900 ໂຄງການທີ່ຫາກໍ່ໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນດ້ວຍຍອດຈຳນວນທຶນຈົດທະບຽນກວ່າ10 ຕື້ໂດລາສະຫະລັດ. ບັນດານັກລົງທຶນ FDI ໄດ້ລົງທຶນເຂົ້າ 18 ຂົງເຂດ, ໃນນັ້ນຂົງເຂດອຸດສາຫະກໍາປຸງແຕ່ງ, ປະດິດສ້າງໄດ້ດຶງດູດ 9,9 ຕື້ໂດລາສະຫະລັດ, ຈັດອັນດັບທີ 1, ຖັດມາແມ່ນຂົງເຂດຜະລິດ, ແຈກຈ່າຍໄຟຟ້າ, ດໍາເນີນທຸລະກິດອະສັງຫາລິມະຊັບ, ຂາຍສົ່ງ ແລະຂາຍຍ່ອຍ.

ຫວຽດນາມ ພວມສຸມໃສ່ຄົ້ນຄ້ວາບັນດາກະແສເງິນລົງທຶນຈາກບັນດາປະເທດໃນໂລກເພື່ອຮັບເອົາກາລະໂອກາດລົງທຶນ. ຫວຽດນາມ ກໍ່ພວມປັບປຸງກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ຜັນຂະຫຍາຍບັນດາໂຄງການດຳເນີນງານເພື່ອປະຕິບັດມະຕິ ແນໃສ່ດຶງດູດການລົງທຶນຈາກຕ່າງປະເທດໃນສະພາບການໃຫມ່. ພ້ອມກັນນັ້ນ ບັນດາເຂດເສດຖະກິດ, ເຂດອຸດສາຫະກຳ ຢູ່ ບັນດາແຂວງ ນະຄອນ ກໍ່ຂຶ້ນແຜນ, ກະກຽມທີ່ດິນ, ພື້ນຖານໂຄງລ່າງ, ແຫລ່ງຊັບພະຍາກອນມະນຸດໃຫ້ບັນດານັກລົງທຶນຍ້າຍໂຮງຈັກໂຮງງານເຂົ້າມາຫວຽດນາມ.

ຫວຽດນາມ ພວມກາຍເປ ນປະເທດດ ງດ ດກະແສເງ ນລ ງທ ນໂດຍກ ງຫ ນທ ດມາຈາກຕ າງປະເທດ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງຫວຽດນາມ ແລະ ກູບາ

ຍສໝ - ຕອນບ່າຍວັນທີ 23 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເຈີນແທັງເມີ້ນ - ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Lianys Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ.

ຫວຽດນາມ ພວມກາຍເປ ນປະເທດດ ງດ ດກະແສເງ ນລ ງທ ນໂດຍກ ງຫ ນທ ດມາຈາກຕ າງປະເທດ ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນຕ້ານອາດຊະຍາກຳຂ້າມຊາດ

ຍສໝ - ຫວຽດນາມ ສະເໜີໃຫ້ບັນດາປະເທດຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດອາຊຽນ.

ຫວຽດນາມ ພວມກາຍເປ ນປະເທດດ ງດ ດກະແສເງ ນລ ງທ ນໂດຍກ ງຫ ນທ ດມາຈາກຕ າງປະເທດ ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການ ຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດກັບວິສາຫະກິດ

ຍ​ສ​ໝ - ນີ້ແມ່ນໂອກາດໃຫ້ສະມາຄົມທຸລະກິດແລະວິສາຫະກິດຂອງບັນດາແຂວງ, ນະຄອນແລກປ່ຽນແລະສົນທະນາການສົ່ງອອກ, ເພີ່ມທະວີການສະໜັບສະ ໜູນແລະການຮ່ວມມືກັບກະຊວງການຕ່າງປະເທດແລະບັນດາອົງການຕົຕາງ​ໜ້າຫວຽດນາມ​ປະ​ຈຳຕ່າງປະເທດເພື່ອສົ່ງເສີມການຜະລິດແລະ​ດຳ​ເນີນທຸລະກິດ, ຂຸດຄົ້ນແລະພັດທະນາຕະຫລາດສາ​ກົນ.

ໄຊພອນ

ເຫດການ
302 Found

Found

The document has moved here.