ຜົນສຳເລັດຂອງຂະແໜງການຕ່າງປະເທດລາວໄລຍະການ ປ່ຽນແປງໃໝ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ

08:41 | 29/09/2020

ພາຍຫລັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງຫລວງຫລາຍ ໂດຍສະເພາະບັນດາອິດທິກຳລັງປໍລະປັກ ໄດ້ສຸມທຸກຄວາມພະຍາຍາມ ເພື່ອທຳລາຍລະບອບໃໝ່ຂອງພວກເຮົາແຕ່ຫົວທີ ດ້ວຍກົນອຸບາຍ ແລະ ວິທີການຕ່າງໆຢ່າງຮອບດ້ານ ແລະ ເລິກແລບແນບນຽນ. ໃນຂະນະທີ່ພື້ນຖານເສດຖະກິດພາຍໃນປະເທດ ຍັງບໍ່ເຂັ້ມແຂງ ແລະ ປະສົບການຍັງອ່ອນນ້ອຍ.

ຜ ນສຳເລ ດຂອງຂະແໜງການຕ າງປະເທດລາວໄລຍະການ ປ ຽນແປງໃໝ ພາຍໃຕ ການຊ ນ າ ນ າພາຂອງພ ກ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ຜ ນສຳເລ ດຂອງຂະແໜງການຕ າງປະເທດລາວໄລຍະການ ປ ຽນແປງໃໝ ພາຍໃຕ ການຊ ນ າ ນ າພາຂອງພ ກ ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ
ຜ ນສຳເລ ດຂອງຂະແໜງການຕ າງປະເທດລາວໄລຍະການ ປ ຽນແປງໃໝ ພາຍໃຕ ການຊ ນ າ ນ າພາຂອງພ ກ
ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ (Kpl)

ແນວໃດກໍຕາມພັກ ແລະ ລັດຖະບານ ໄດ້ເປັນເຈົ້າການຊີ້ນຳ-ນຳພາ ການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຕັ້ງໜ້າ ແລະ ຄ່ອງແຄ້ວ ບົນພື້ນຖານແນວທາງການຕ່າງປະເທດ ທີ່ໄດ້ຖືກຮັບ ຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ (ປີ 1982) ຄື: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ສັງຄົມນິຍົມ ເພີ່ມທະວີຢ່າງບໍ່ຢຸດຢັ້ງຄວາມສາມັກຄີພິເສດ, ການຮ່ວມສຳພັນສູ້ຮົບ ແລະ ການຮ່ວມມືຮອບດ້ານ ກັບ ຫວຽດນາມ ແລະ ກຳປູເຈຍ, ສາມັກຄີແໜ້ນແຟ້ນ ແລະ ຮ່ວມມືຮອບດ້ານກັບ ສະຫະ ພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມ ແລະ ປະຊາຊົນທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທຳໃນໂລກ, ສ້າງເງື່ອນໄຂສາກົນ ອຳນວຍຄວາມສະດວກ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ, ອອກແຮງປົກປັກຮັກສາສັນຕິພາບໃນອິນດູຈີນ ແລະ ອາຊີອາຄະເນ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາປະຊາຊາດໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ຍົກພຶດຕິກຳຕົວຈິງມາຢັ້ງຢືນ ໃນການພົວພັນກັບປະເທດໃກ້ຄຽງ, ບໍ່ຮ່ວມກຸ່ມ, ອາຊຽນ ແລະ ສປຊ.

ໃນຕົ້ນຊຸມປີ 80, ຍ້ອນສະພາບການຂອງໂລກ ໄດ້ມີການຜັນແປໄປຢ່າງສັບສົນ, ໄວວາ ແລະ ຍາກທີ່ຈະຄາດຄະເນໄດ້ນັ້ນ, ພັກ-ລັດຖະບານ ໄດ້ສັງເກດຕີລາຄາສະພາບການພາກພື້ນ-ສາກົນ ຢ່າງພາວະວິໄສ ແລະ ໄດ້ວາງແນວທາງການຕ່າງປະເທດອອກມາໃໝ່ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບແນວທາງການປ່ຽນແປງໃໝ່ທີ່ມີຫລັກການ ເຊິ່ງຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກໃນປີ 1986 ຄື: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ໂດຍຖືສໍາຄັນການເພີ່ມທະວີການຮັດແໜ້ນຄວາມສາມັກຄີ, ການພົວພັນມິດຕະພາບ ແລະ ການຮ່ວມມືກັບຫວຽດນາມ, ກໍາປູເຈຍ, ສະຫະພາບໂຊວຽດ ແລະ ປະເທດສັງຄົມນິຍົມອ້າຍນ້ອງອື່ນໆ, ສືບຕໍ່ເສີມຂະຫຍາຍການພົວພັນກັບທຸກໆປະເທດໃນໂລກ ໂດຍບໍ່ຈໍາແນກລະບອບການເມືອງ ແລະ ສັງຄົມທີ່ແຕກຕ່າງກັນບົນພື້ນຖານເຄົາລົບເອ ກະລາດ, ອະທິປະໄຕຊຶ່ງກັນ ແລະ ກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແນໃສ່ສ້າງສະພາບແວດລ້ອມພາຍນອກ ທີ່ອໍານວຍຄວາມສະດວກໃຫ້ແກ່ການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນໄລຍະນີ້, ວຽກງານການຕ່າງປະເທດ ໄດ້ມີບົດບາດສໍາຄັນຫລາຍໃນການຕໍ່ສູ້ການເມືອງການທູດ ເພື່ອຍາດແຍ່ງຫາງສຽງສະໜັບສະໜູນຈາກຕ່າງປະເທດ ດ້ວຍຫລາຍຮູບການ ອັນໄດ້ເຮັດໃຫ້ຊາວຕ່າງປະເທດ ລວມທັງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ມີຄວາມເຂົ້າໃຈ ກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ ກໍຄື ສະພາບຄວາມເປັນຈິງຂອງປະເທດເຮົານັບມື້ນັບຫລາຍຂຶ້ນ, ຄວາມກົດດັນ ແລະ ທ່າທີເປັນປໍລະປັກຂອງອິດທິກຳລັງປໍລະປັກ ທີ່ມີຕໍ່ປະເທດເຮົາໃນດ້ານບັນຫາສິດທິມະນຸດ ແລະ ດ້ານ ອື່ນໆ ໄດ້ຫລຸດລົງໃນລະດັບທີ່ແນ່ນອນ. ຜົນສຳເລັດອັນພົ້ນເດັ່ນ ແມ່ນການປະສານສົມທົບຢ່າງແໜ້ນແຟ້ນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຕີຖອຍອິດທິກຳລັງປໍລະປັກ ແລະ ບັນດາກົນອຸບາຍຂອງພວກສັດຕູ ເລາະລຽບຕາມຊາຍແດນ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົກປັກຮັກສາອໍານາດ ແລະ ອະທິປະໄຕ ໄວ້ໄດ້ຢ່າງໝັ້ນຄົງ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງມີຜົນສຳເລັດອັນພົ້ນເດັ່ນໃນການຂົນຂວາຍຍາດແຍ່ງເອົາການຊ່ວຍເຫລືອ ແລະ ສະໜັບສະໜູນດ້ານການເງິນ ຈາກຕ່າງປະເທດ ແຕ່ປີ 1975-1990 ປະມານ 3,4 ຕື້ໂດລາສະຫະລັດ. ໃນນັ້ນ, ເງິນຊ່ວຍເຫລືອຈາກປະເທດເພື່ອນມິດສັງຄົມນິຍົມ ປະມານ 2,6 ຕື້ໂດລາສະຫະລັດ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນລະບອບໃໝ່.

ຜ ນສຳເລ ດຂອງຂະແໜງການຕ າງປະເທດລາວໄລຍະການ ປ ຽນແປງໃໝ ພາຍໃຕ ການຊ ນ າ ນ າພາຂອງພ ກ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 28 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ຜ ນສຳເລ ດຂອງຂະແໜງການຕ າງປະເທດລາວໄລຍະການ ປ ຽນແປງໃໝ ພາຍໃຕ ການຊ ນ າ ນ າພາຂອງພ ກ ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ

ໃນວັນທີ 25 ກັນຍາ ນີ້, ສະຫາຍ ພັນເອກ ຢາໂບຣບ ອັບເດເລ ຫົວໜ້າຫ້ອງການ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະ ແລກປ່ຽນບົດຮຽນກັບຄະນະນຳ ກົມໃຫຍ່ພະລາທິການກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂົງເຂດວຽກງານເຊື້ອໄຟ ແລະ ຂົງເຂດ ວຽກງານຂົນສົ່ງຂອງກອງທັບ ປະຊາຊົນລາວ.

ຜ ນສຳເລ ດຂອງຂະແໜງການຕ າງປະເທດລາວໄລຍະການ ປ ຽນແປງໃໝ ພາຍໃຕ ການຊ ນ າ ນ າພາຂອງພ ກ ຫວຽດນາມ ຍົກສູງຄຸນນະພາບການສຶກສາດ້ານກົດໝາຍ ໃຫ້ປະຊາຊົນຢູ່ເຂດຊາຍແດນຕິດກັບ ສປປ.ລາວ

ຍສໝ - ຕອນບ່າຍວັນທີ 23 ກັນຍາ, ກະຊວງຍຸຕິທຳ ປະເທດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາທາງຖ່າຍທອດສົດ ກ່ຽວກັບວິທີແກ້ໄຂເພື່ອຍົກສູງຄຸນນະພາບຂອງການເຜີຍແຜ່ ແລະ ການສຶກສາກົດໝາຍ ໃຫ້ປະຊາຊົນໃນເຂດທີ່ມີຊາຍແດນຕິດກັບຊາຍແດນສປປ.ລາວ.

kpl.gov.la

ເຫດການ
302 Found

Found

The document has moved here.