ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຈລະຈາກັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ

14:50 | 01/10/2020

ຍ​ສ​ໝ - ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ​້ນ​ສູງ​ລະ​ຫວ່າງ ການ​ນຳ​ສອງ​ປະ​ເທດ, ເຮັດ​ໃຫ້​ການ​ພົ​ວ​ພັນ​ທາງ​ການ​ຄ​້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ເລິກ​ເຊິ່ງ​ກ່​ວາ​ອີກ ແລະ ເດີນ​ຕາມ​ການ​ຄ​້າ ແລະ ການ​ລົງ​ທຶນ​ເປີດ​ກ້​ວາງ​ກ່​ວາ​ຜ່ານ​ການ​ເຊື່ອມ​ໂຍງເສດ​ຖະ​ກິດ​ໃນ​ທົ່ວ​ໂລກ ແລະ ພາກ​ພື້ນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະເຈລະຈາກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung Wha
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໂອ້ລົມທາງໂທລະສັບກັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງປະເທດກູເວດ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຈລະຈາກັບ  ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ
ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ: ກຳ​ນົດ​ທິ​ດການ​ພັດ​ທະ​ນາ​ໃນ 10 ປີ​ຈະ​ມາ​ເຖິງ” (ພາບ: Baoquocte)

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ, ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາອັງ​ກິດ Dominic Raab ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງ ວັນ​ທີ 29 – 30 ກັນ​ຍາ 2020. ໃນ​ວັນ​ທີ 30 ກັນ​ຍາ, ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ ທ່ານ ລັດ​ຖະ​ມົນ​ຕີ Dominic Raab. ສິ້ນ​ສຸດ​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ: ກຳ​ນົດ​ທິ​ດການ​ພັດ​ທະ​ນາ​ໃນ 10 ປີ​ຈະ​ມາ​ເຖິງ”.

ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ​້ນ​ສູງ​ລະ​ຫວ່າງ ການ​ນຳ​ສອງ​ປະ​ເທດ, ເຮັດ​ໃຫ້​ການ​ພົ​ວ​ພັນ​ທາງ​ການ​ຄ​້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ເລິກ​ເຊິ່ງ​ກ່​ວາ​ອີກ ແລະ ເດີນ​ຕາມ​ການ​ຄ​້າ ແລະ ການ​ລົງ​ທຶນ​ເປີດ​ກ້​ວາງ​ກ່​ວາ​ຜ່ານ​ການ​ເຊື່ອມ​ໂຍງເສດ​ຖະ​ກິດ​ໃນ​ທົ່ວ​ໂລກ ແລະ ພາກ​ພື້ນ, ພ້ອມ​ທັງ​ຍົກ​ສູງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ເປີດ, ກວ​ມ​ລວມ, ໂປ່ງ​ໄສ ແລະ ອີງ​ຕາມ​ບັນ​ດາຫຼັກ​ການ​ທີ່​ໄດ​້​ກຳ​ນ​ົດ​ໄວ້​ໃນ​ WTO.ສອງ​ຝ່າຍ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ສຶກ​ສາ, ບຳ​ລຸງ​ສ້າງ​ການ​ກຳ​ນົດ​ທິດ, ສືບ​ຕໍ່​ແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ໃນ​ນັ້ນ​ມີ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ສ​ປ​ຊ, ເສ​ນາ​ຮັກ, ບຳ​ລຸ​ງ​ສ້າງ, ລວມ​ມີ​ການ​ບຳ​ລຸງ​ສ້າງ​ພາ​ສາ​ອັງ​ກິດ, ຄວາມ​ໝັ້ນ​ຄົງ​ທາງ​ລະ​ເລ, ລວມ​ມີ​ການ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ທະ​ເລ, ກາ​ນ່​ຮວມ​ມື​ອຸດ​ສາ​ຫະ​ກຳ​ການ​ປ້ອງ​ກັນ​ຊາດ, ການ​ຮ່ວມ​ມື​ກ່ຽວ​ກັບ​ແຜ່ນ​ທີ່ ແລະ ການ​ວັດແທກ​ໃນ​ທະ​ເລ.

ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ຢັ້ງ​ຢືນ​ຄືນ​ໃໝ່​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ ແລະ ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ເສ​ລີ​ການ​ເດີນ​ເຮືອ ແລະ ການ​ບິນ, ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ຂອງ​ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS) ຢ່າງ​ມີ​ຈິນ​ຕະ​ນາ​ການ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນາບ​ຂູ່ ຫຼື​ນຳ​ໃຊ້​ອາ​ວຸດ ແລະ ເຄົາ​ລົບ​ບັນ​ດາ​ຂັ້ນ​ຕອນ​ທາງ​ການ​ທູດ ແລະ ນິ​ຕິ​ກຳ, ໂດຍ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ UNCLOS.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະເຈລະຈາກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung Wha

ຍ​ສໝ - ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ຢືນຢັນຖືການພົວພັນ 2 ຝ່າຍເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ -ສາ​ທາ​ລະ​ນະ​ລັດ ເກົາຫຼີ ໃຫ້ແທດຈິງກ່ວາອີກ, ພິເສດແມ່ນໃນສະພາບການທີ່ 2 ປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສາ​ທາ​ລະ​ນະ​ລັດ ເກົາຫຼີ ຄົບ​ຮອບ 30 ປີ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໂອ້ລົມທາງໂທລະສັບກັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງປະເທດກູເວດ

ຍ​ສໝ - ນິ້ີ້​ແມ່ນ​ການ​ແລກ​ປ່ຽນ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ທ່ານ ​ຟ້າມ​ບິ່ງ​ມິງ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ ຕ່າງປະເທດ ຫວຽດ​ນາມ ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກູ​ເວດ​ນັບ​ແຕ່​ເວ​ລາ​ດຳ​ລົງ​ຕຳ​ແໜ່ງ​ໃນ​ທ້າຍ​ປີ 2019.

ທ່ານ ຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ: 4 ໜ້າວຽກຕ້ອງປະຕິບັດຂອງ VUFO

ຍສໝ - ສະຫະພັນຕ້ອງເພີ່ມທະວີຄຸນນະພາບກ່ຽວກັບວຽກງານການຄົ້ນຄວ້າ, ໂດຍສະເພາະແມ່ນບັນດາລວດລາຍໃໝ່ຂອງຂະບວນການປະຊາຊົນໂລກ. ເປັນເສນາທິການໃຫ້ແກ່ການນຳພັກ, ລັດ ໃນວຽກງານສ້າງວິໄສທັດ, ຍຸດທະສາດອັນຍາວນານສຳລັບວຽກງານການທູດປະຊາຊົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.