ທ່ານລັດຖະມົນຕີການຕ່າງປະເທດອັງກິດ ໄດ້ສະໜັບສະໜູນຫວຽດນາມ ແກ້ໄຂບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ

15:48 | 02/10/2020

ຍສໝ - ອັງກິດ ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບຫວຽດນາມ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງອັງກິດ ແລະ ພາກພື້ນ, ກໍ່ຄືໃນການແກ້ໄຂບັນດາບັນຫາຮີບດ່ວນທົ່ວໂລກ.

ທ ານລ ດຖະມ ນຕ ການຕ າງປະເທດອ ງກ ດ ໄດ ສະໜ ບສະໜ ນຫວຽດນາມ ແກ ໄຂບ ນຫາຢ ທະເລຕາເວ ນອອກໂດຍສ ນຕ ວ ທ ກອງປະຊຸມຖ່າຍທອດສົດ ລະຫວ່າງຫວຽດນາມ - ຝະລັ່ງ ກ່ຽວກັບທ່າອ່ຽງການລົງທຶນໃໝ່
ທ ານລ ດຖະມ ນຕ ການຕ າງປະເທດອ ງກ ດ ໄດ ສະໜ ບສະໜ ນຫວຽດນາມ ແກ ໄຂບ ນຫາຢ ທະເລຕາເວ ນອອກໂດຍສ ນຕ ວ ທ ທ່ານ Dominic Raab ລັດຖະມົນຕີການຕ່າງປະເທດອັງກິດສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

ຕອນບ່າຍວັນທີ 30 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວັນຟຸກ - ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Dominic Raab - ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ແລະ ພັດທະນາອັງກິດ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີ Dominic Raab ໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2010 - 2020).

ທ ານລ ດຖະມ ນຕ ການຕ າງປະເທດອ ງກ ດ ໄດ ສະໜ ບສະໜ ນຫວຽດນາມ ແກ ໄຂບ ນຫາຢ ທະເລຕາເວ ນອອກໂດຍສ ນຕ ວ ທ
ທ່ານລັດຖະມົນຕີການຕ່າງປະເທດອັງກິດ ໄດ້ສະໜັບສະໜູນຫວຽດນາມ ແກ້ໄຂບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ. (ພາບ: vietnamplus)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ອັງກິດແມ່ນຄູ່ຮ່ວມມືການຄ້າໃຫຍ່ຂອງຫວຽດນາມຢູ່ເອີຣົບ, ພ້ອມທັງຮຽກຮ້ອງໃຫ້ສອງຝ່າຍສະຫຼຸບການເຈລະຈາ, ລົງນາມ ແລະ ນຳໃຊ້ສັນຍາການຄ້າສອງຝ່າຍໂດຍໄວ, ເພື່ອກຳໄດ້ກາລະໂອກາດການຮ່ວມມື, ສະໜັບສະໜູນໃຫ້ສອງປະເທດຟື້ນຕົວການເຕີບໂຕ ຫຼັງຈາກການລະບາດຂອງ COVID-19.ທ່ານ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖື ປະເທດອັງກິດແມ່ນຄູ່ຮ່ວມມືນຳໜ້າສຳຫຼັບຫວຽດນາມ ຢູ່ເອີຣົບ ແລະ ໃນໂລກ, ພ້ອມດຽວກັນນີ້, ທ່ານ ຫງວຽນຊວນຟຸກ ໄດ້ສະແດງຄວາມຍິນດີຕໍ່ການພັດທະນາຢ່າງແຮງຂອງການພົວພັນລະຫວ່າງສອງປະເທດ ໃນຊຸມປີຜ່ານມາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງໝາກຜົນຂອງການໂອ້ລົມສົນທະນາລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab, ພິເສດແມ່ນເລ່ື່ອງສອງຝ່າຍໄດ້ອອກຖະແຫຼງການ “ຄູ່ຮ່ວມມືຍຸດທະສາດຫວຽດນາມ - ລາຊະອານາຈັກອັງກິດ; ທິດທາງການພັດທະນາໃນອີກ 10 ປີຂ້າງໜ້າ”, ແລະ ໃຫ້ວິໄສທັດ, ກໍ່ຄືທິດທາງໃນການຮ່ວມມືໃນບັນດາຂົງເຂດສະເພາະ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນ ແລະ ວິສາຫະກິດອັງກິດ ເຂົ້າມາຫວຽດນາມເພື່ອເຊື່ອມຕໍ່ຮ່ວມມື ແລະ ດໍາເນີນທຸລະກິດ, ສົ່ງເສີມທ່າເຂັ້ມແຂງຂອງອັງກິດ ແລະ ຕອບສະໜອງຄວາມຮຽກຮ້ອງພັດທະນາຂອງຫວຽດນາມ.

ສ່ວນທ່ານ Dominic Raab ຢ້ັງຢືນວ່າ ອັງກິດໄດ້ຕີລາຄາສູງຕໍ່ທີ່ຕັ້ງ ແລະ ບົດບາດຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ; ສອງປະເທດຈະສືບຕໍ່ຮັກສາການພົວພັນຮ່ວມມືຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ; ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນກ່ຽວກັບຄວາມຕ້ອງການ ມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ແກ້ໄຂບັນດາຂໍ້ຂັດແຍ່ງໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢູ່ພາກພື້ນ.

ທ ານລ ດຖະມ ນຕ ການຕ າງປະເທດອ ງກ ດ ໄດ ສະໜ ບສະໜ ນຫວຽດນາມ ແກ ໄຂບ ນຫາຢ ທະເລຕາເວ ນອອກໂດຍສ ນຕ ວ ທ ກອງປະຊຸມຖ່າຍທອດສົດ ລະຫວ່າງຫວຽດນາມ - ຝະລັ່ງ ກ່ຽວກັບທ່າອ່ຽງການລົງທຶນໃໝ່

ຍສໝ - ຕອນເຊົ້າວັນທີ 29 ກັນຍາ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳຝະລັ່ງ ຈັດກອງປະຊຸມຖ່າຍທອດສົດ ກ່ຽວກັບການລົງທຶນຢູ່ຫວຽດນາມ.

ທ ານລ ດຖະມ ນຕ ການຕ າງປະເທດອ ງກ ດ ໄດ ສະໜ ບສະໜ ນຫວຽດນາມ ແກ ໄຂບ ນຫາຢ ທະເລຕາເວ ນອອກໂດຍສ ນຕ ວ ທ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຈລະຈາກັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ

ຍ​ສ​ໝ - ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ​້ນ​ສູງ​ລະ​ຫວ່າງ ການ​ນຳ​ສອງ​ປະ​ເທດ, ເຮັດ​ໃຫ້​ການ​ພົ​ວ​ພັນ​ທາງ​ການ​ຄ​້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ເລິກ​ເຊິ່ງ​ກ່​ວາ​ອີກ ແລະ ເດີນ​ຕາມ​ການ​ຄ​້າ ແລະ ການ​ລົງ​ທຶນ​ເປີດ​ກ້​ວາງ​ກ່​ວາ​ຜ່ານ​ການ​ເຊື່ອມ​ໂຍງເສດ​ຖະ​ກິດ​ໃນ​ທົ່ວ​ໂລກ ແລະ ພາກ​ພື້ນ.

ທ ານລ ດຖະມ ນຕ ການຕ າງປະເທດອ ງກ ດ ໄດ ສະໜ ບສະໜ ນຫວຽດນາມ ແກ ໄຂບ ນຫາຢ ທະເລຕາເວ ນອອກໂດຍສ ນຕ ວ ທ ປະເທດອາເມລິກາ ໄດ້ຊົມເຊີຍອັງກິດ, ຝລັ່ງ ແລະ ເຢຍລະມັນ ໃນການອອກສຽງກ່ຽວກັບທະເລຕາເວັນອອກ

ຍສໝ - ເລ່ື່ອງສາມປະເທດມະຫາອຳນາດ ອັງກິດ, ເຢຍລະມັນ ແລະ ຝຣັ່ງ ສົ່ງບົດບັນທຶກຮ່ວມ ເຖິງສະຫະປະຊາຊາດ ທີ່ປະຕິເສດຄຳຮຽກຮ້ອງຂອງຈີນໃນທະເລຕາເວັນອອກ ໄດ້ຮັບຄວາມສົນໃຈຈາກລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.