ຍສໝ - ວັນທີ 22 ຕຸລາ 2024, ກ່າວຄຳປາໄສທີ່ການພົບປະກັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສສ ຫວຽດນາມ ແຮ່ເວີຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ, ປະທານຄະນະຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ ກ່າວວ່າ: ພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັດແໜ້ນ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມິດຕະພາບ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.
ຍສໝ - ການຮັບປະກັນຕ່ອງໂສ້ການສະໜອງຈະມີຄວາມລຸລ່ວງ; ການຊຸກຍຸ້ການຂຸດຄົ້ນບັນດາເສັ້ນທາງຄອນເທນເນີທາງລົດໄຟ; ການສ້າງຕັ້ງຫ້ອງການສົ່ງເສີມການຄ້າຂອງຫວຽດນາມ ຢູ່ ປະເທດຈີນ..." ແມ່ນບັນດາຂໍ້ສະເໜີຂອງທ່ານ ຫງວຽນຮົ່ງຢ່ຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃນກອງປະຊຸມຄັ້ງທີ 13 ຂອງຄະນະກໍາມະການຮ່ວມມືດ້ານເສດຖະກິດ ການຄ້າຫວຽດນາມ - ຈີນ ວັນທີ 29 ເດືອນກັນຍາ.
ຍສໝ - ວັນທີ 29 ກັນຍາ 2024, ງານບຸນໝາກໄມ້ຫວຽດນາມ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ປັກກິ່ງ, ຈີນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນ (1 ຕຸລາ 1949 – 1 ຕຸລາ 2024), ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລີມ ໄດ້ມີໂທລະເລກສົ່ງຄວາມຊົມເຊີຍເຖິງ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈີນ ສີຈິ້ນຜິງ.
ຍສໝ - ການປ່ຽນແປງໃໝ່ແມ່ນກຳລັງຜັກດັນແຖວໜ້ານຳພາການພັດທະນາຂອງປະເທດຊາດ, ພິເສດໃນຍຸກເສດຖະກິດພູມປັນຍາ.
ຍສໝ - ວັນທີ 26 ກັນຍາ 2024, ຢູ່ຮ່າໂນ້ຍ, ສະຖານທູດຈີນ ປະຈຳ ຫວຽດນາມ ໄດ້ຈັດພິທີມອບທຶນການສຶກສາໃຫ້ນັກຮຽນດີເດັ່ນ 225 ຄົນທີ່ມາຈາກ ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ 34 ແຫ່ງຂຶ້ນກັບບັນດາແຂວງພາກເໜືອຂອງ ຫວຽດນາມ. ນີ້ແມ່ນສ່ວນໜຶ່ງໃນໂຄງການຮ່ວມມືດ້ານການສຶກສາ ເພື່ອສົ່ງເສີມຈິດໃຈຮ່ຳຮຽນ, ປະກອບສ່ວນຊຸກຍູ້ການພັດທະນາການສຶກສາ ແລະ ມິດຕະພາບ ຫວຽດນາມ - ຈີນ.
ຍສໝ - ໃນຂອບເຂດການເຂົ້າຮ່ວມງານຕະຫຼາດນັດ ຈີນ-ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ-ອາຊຽນ (CABIS) ຄັ້ງທີ 21 ຢູ່ນະຄອນ ໜານໜິງ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງ, ກວາງຊີ, ຈີນ ໃນຕອນບ່າຍວັນທີ 24 ກັນຍານີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ໄດ້ມີການພົບປະກັບສະຫາຍ Ding Tiexiang, ຮອງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ.
ຍສໝ - ວັນທີ 9 ພຶດສະພາ, ລົດໄຟທ່ອງທ່ຽວສາຍທຳອິດຈາກນະຄອນ ກຸ້ຍຢາງ, ແຂວງ ກຸຍໂຈ, ຈີນ ໄດ້ເດີນທາງເຖິງ ນະຄອນຫຼວງວຽງຈັນ ຂອງ ລາວ. ທາງລົດໄຟໄດ້ອອກເດີນທາງໃນວັນທີ 8 ພຶດສະພາ ດ້ວຍນັກທ່ອງທ່ຽວ 240 ຄົນອອກຈາກສະຖານີ ກຸ໋ຍເຢື່ອງ ດ້ວຍການທ່ອງທ່ຽວເປັນເວລາ 8 ວັນ.
ຍສໝ - ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ແຂວງ ກວາງນິງ, ໄດ້ດຳເນີນກອງປະຊຸມເຫັນດີເປັນເອກະສັນ ກ່ຽວກັບແຜນການຈັດຕັ້ງພິທີເປີດດ່ານຊາຍແດນສອງປະເທດຢ່າງເປັນທາງການຄື: ທາງເຂົ້າ ບັກຟອງຊິງ (ຫວຽດນາມ) - ລິຮ່ວາ (ຈີນ) ຢູ່ກມ 0 ແລະ ຂົວດ່ານຊາຍແດນ ຮ່ວາງໂມ - ດົ່ງຈູງ.
ຍສໝ - ວັນທີ 11 ພຶດສະພາ, ຢູ່ແຂວງ ລາວກາຍ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາສະເພາະ ລາວກາຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສາກົນກ່ຽວກັບດ້ານສິລະປະ, ກິລາ ກັບໂຮງຮຽນມັດທະຍົມຊັ້ນສູງ ແລະ ໂຮງຮຽນມັດທະຍົມຊັ້ນສູງອາຊີວະສຶກສາ (ເມືອງ ເຫີ່ໂຊ່ເຢົາ, ແຂວງ ຢູນໜານ, ຈີນ).
ຍສໝ - ຈີນ ແລະ ລາວ ແມ່ນ 2 ທ້ອງຕະຫຼາດສົ່ງອອກໝາກເຜັດຕົ້ນຕໍຂອງ ຫວຽດນາມ ດ້ວຍປະລິມານບັນລຸ 4.518 ໂຕນ ແລະ 340 ໂຕນ, ກວມເອົາ 95,7% ປະລິມານຂອງການສົ່ງອອກ.
ຍສໝ - ຕອນເຊົ້າວັນທີ 24 ມິຖຸນານີ້, ຢູ່ຫໍສະພາປະຊາຊົນນະຄອນຫຼວງປັກກິ່ງ, ປະເທດຈີນ, ສະຫາຍ ຈູເກື່ອງ, ກຳມະການສູນກາງພັກ, ຮອງປະທານຄະນະກຳມະການປຶກສາການເມືອງແຫ່ງຊາດປະເທດຈີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ເຂົ້າຮ່ວມເວທີປາໄສຫວຽດນາມ - ຈີນຄັ້ງທີ 12.
ຍສໝ - ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຕ້ານຈັກກະພັດ ແລະ ຕ້ານອານານິຄົມ ແລະ ແມ່ນໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍຸດຕິທຳຂອງປະຊາຊົນທີ່ຖືກຮຸກຮານໃນອາຊີ, ແມ່ນແບບຢ່າງທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງປະຊາຊົນຫວຽດນາມ ທີ່ບໍ່ຢ້ານອຳນາດ, ໃຊ້ຄວາມອ່ອນແອເພື່ອເອົາຊະນະຄວາມແຂງແຮງ.
ຍສໝ - ຕອນບ່າຍວັນທີ 27 ເມສານີ້, ຢູ່ທີ່ ຣີສອດ Lady Hill Sapa, ຄະນະກຳມະການປະຊາຊົນເທດສະບານເມືອງຊາປາ ໄດ້ສົມທົບກັບ ສະມາຄົມມິດຕະພາບນະຄອນທ່ອງທ່ຽວສາກົນ ຄຸນໝິງ ຈັດຕັ້ງກອງປະຊຸມໂຄສະນາການທ່ອງທ່ຽວສາກົນເປີດກວ້າງ.
ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຈີນລົງຢ່າງຈົບງາມ ທ່ານ ເລຮວ່າຍຈູງໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຊື່ອໝັ້ນວ່າ ຜູ້ແທນແຕ່ລະຄົນທີ່ເຂົ້າຮ່ວມການພົບປະ, ບໍ່ວ່າຈະເປັນໃຜ ຫຼື ດຳລົງຕຳແໜ່ງໃດກໍ່ຕາມ, ລ້ວນແຕ່ມີຄວາມປາຖະໜາລວມອັນໃຫຍ່ຫຼວງ ແມ່ນສາຍພົວພັນຫວຽດນາມ - ຈີນ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ".
ຍສໝ - ວັນທີ 19 ສິງຫາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ພັນລະຍາ ພ້ອມກັນກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ຫໍສະພາປະຊາຊົນຈີນ ຕາມພິທີສູງສຸດສຳລັບປະມຸກລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ພັນລະຍາ ເປັນປະທານພິທີຕ້ອນຮັບ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິ້ງ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດເຖິງ ຈີນ ຄັ້ງທຳອິດກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຖານະທີ່ເປັນຜູ້ນຳພັກ, ລັດ ຫວຽດນາມ ເຊິ່ງມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນການຖືເປັນສຳຄັນ ແລະການໃຫ້ບຸລິມະສິດແຖວໜ້າຂອງສອງພັກ, ສອງລັດຕໍ່ການພົວພັນ ຫວຽດນາມ-ຈີນ...
ຍສໝ - ວັນທີ 13 ສິງຫາ ຢູ່ທີ່ດານັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ສ. ເກົາຫຼີ ນະຄອນດານັ້ງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ອາຍຸການ 2024 – 2029.
ຍສໝ - ໃນສະພາບການດ້ານການເມືອງ ແລະຄວາມສະຫງົບຂອງໂລກ ແລະພາກພື້ນໃນປະຈຸບັນ, ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ແມ່ນໂອກາດເພື່ອຍົກລະດັບການພົວພັນລະຫວ່າງສອງພັກ, ສອງລັດ, ນຳການພົວພັນ ຫວຽດນາມ - ຈີນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງໜັກແໜ້ນ ແລະແທ້ຈິງ, ສະຖຽນລະພາບ ແລະຍືນຍົງ.