ປະທານ​ປະ​ທານ VUFO ຟານ​ແອງ​ເຊີນ ​ໄດ້​ຕ້ອນຮັບ​ການ​ນຳ​ສະມາຄົມ​ແລກປ່ຽນ​ສາກົນ​ຈີນ

03:00 | 05/12/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 4 ທັນວາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ຢີ່ບິງຊ່ຽນ, ຮອງ​ຫົວໜ້າກຳມະການ ຄະນະ​ປະຈຳກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຈີນ ​ຊຸດ​ທີ XIII, ປະທານ​ສະມາຄົມການ​ພົບປະແລກ​ປ່ຽນ​ສາ​ກົນ​ ຈີນ (CAFIU).

ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ
VUFO ແລະ ISCUF ເປີດກວ້າງຂົງເຂດຮ່ວມມື

ທີ່​ການ​ພົບ​ປະ, ທ່ານ​ ຟານ​ແອງ​ເຊີນ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ໄດ້​ຍົກໃຫ້ເຫັນ​ບົດບາດ ​ແລະ ປະສິດທິ​ຜົນ​ຂອງ VUFO ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃຫຍ່​ຂອງ​ການ​ພົວພັນ​ປະຊາຊົນ​ ຫວຽດນາມ - ຈີນ ໃນໄລຍະທີ່ຜ່ານມາ. ພົ້ນເດັ່ນແມ່ນ​: ການ​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ກັບຜູ້ຊົງຄຸນວຸດທິ​ມິດ​ຕະ​ພາບ​ຂອງ​ສອງ​ປະ​ເທດ​ ຫວຽດ​ນາມ - ຈີນ, ເວ​ທີ​​ປະ​ຊາ​ຊົນ ​ຫວຽດ​ນາມ - ຈີນ; ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ, ນະຄອນ​ຂອງ​ສອງ​ປະ​ເທດ; ໜູນ​ຊ່ວຍວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ...

VUFO ແລະ CAFIU ກໍາລັງຊອກຫາມາດຕະການເພີ່ມທະວີການຮ່ວມມື
Ông Cát Bỉnh Hiên, Chủ tịch Hội Giao lưu Quốc tế Trung Quốc (trái) tặng quà lưu niệm cho Liên hiệp các tổ chức hữu nghị Việt Nam. (Ảnh: Đinh Hòa)

ທ່ານ​ປະທານ​ ຟານ​ແອງ​ເຊີນ ​ໄດ້​ສະ​ແດງ​ຄວາມ​ປະທັບໃຈ​ຕໍ່​ບັນດາ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຂອງ ​ຈີນ ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ພື້ນຖານໂຄງລ່າງ. ທ່ານ​ເຊື່ອ​ໝັ້ນ​ວ່າ ຈີນ​ ຈະ​ສືບ​ຕໍ່​ບັນ​ລຸບັນດາ​ຜົນ​ສຳ​ເລັດ​ໃໝ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ ​ຈີນ.

ທ່ານ ຢີ່ບິງຊ່ຽນ, ປະທານ​ສະມາຄົມການພົບປະ​​ແລກປ່ຽນ​ສາກົນ ​ຈີນ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ VUFO ​ແລະ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ບັນດາຜົນ​ສຳ​ເລັດ​ຂອງ ​ຫວຽດນາມ ໃນການຄ້ຳປະກັນສັງຄົມ ​ແລະ ພັດທະນາ​ເສດຖະກິດໃຫ້ເປັນປົກກະຕິ. ທ່ານ​ໄດ້​ແບ່ງປັນ​ກ່ຽວ​ກັບ​ຂະ​ບວນການ​ຫັນ​ເປັນ​ຕົວ​ເມືອງ​ຂອງ ​ຈີນ ​ແລະ​ ປະສົບ​ການ​ຄຸ້ມຄອງການ​ພັດທະນາ​ຕົວ​ເມືອງ ຈີນ.

ທ່ານ​ຫວັງ​ວ່າ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ຈະ​ແມ່ນ​ໂອກາດ​ເພື່ອ​ພົວພັນ​ແລກປ່ຽນ, ຮ່ຳຮຽນ​ຈາກ​ປະສົບ​ການ, ​ແລກປ່ຽນ​ຄວາມ​ຮູ້, ພ້ອມກັນນັ້ນ ກໍ່ຊຸກຍູ້​ການ​ຮ່ວມ​ມືໃນບັນດາຂົງເຂດ​ວັດທະນະທຳ​, ການ​ສຶກສາ ແລະ ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ CAFIU ​ແລະ VUFO.

VUFO ແລະ CAFIU ກໍາລັງຊອກຫາມາດຕະການເພີ່ມທະວີການຮ່ວມມື
Các đại biểu chụp ảnh lưu niệm. (Ảnh: Đinh Hòa)

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 - 18 ມັງກອນ 2025), ສອງຝ່າຍເປັນເອກະພາບກັນຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຮັດແໜ້ນການຮ່ວມມືລະຫວ່າງສອງປະເທດ.

VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela

VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela

ຍສໝ - ຕອນ​ເຊົ້າ​ວັນ​ທີ 31 ຕຸລາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໄດ້​ດຳ​ເນີນ​ການ​ພົບປະເຈລະຈາ​ທາງ​ອອນ​ລາຍ​ກັບ​ສະ​ຖາ​ບັນ Simon Bolivar ​ເພື່ອ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ (ISB - ຂຶ້ນກັບ​ກະຊວງ​ການ​ຕ່າງປະ​ເທດ Venezuela).

VUFO ພ້ອມແລ້ວທີ່ຈະເປັນຂົວຕໍ່ ໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟຼິກາໃຕ້

VUFO ພ້ອມແລ້ວທີ່ຈະເປັນຂົວຕໍ່ ໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟຼິກາໃຕ້

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່ ​ແລະ ຈັດ​ຕັ້ງ​ບັນດາ​ການ​ພົບ​ປະ​ໃຫ້​ບັນດາ​ວິ​ສາ​ຫະກິດຫວຽດນາມ ​ແລະ ອາ​ຟຼິກາ​ໃຕ້ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ ​ແລະ ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ. ພ້ອມ​ກັນ​ນັ້ນ ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ບັນດາ​ນັກວິທະຍາສາດ, ນັກ​ຄົ້ນ​ຄ້ວາ, ນັກ​ສຶກສາ, ນັກ​ສິລະ​ປິນອາ​ຟຼິກາ​ໃຕ້ … ມາຢາມ​ຫວຽດນາມ.

ແທັງຮັ່ງ