ວັນທີ 05 ມິຖຸນາ, ຢູ່ສໍານັກງານນາຍົກ, ທ່ານນາຍົກລັດຖະມົົນຕີຫວຽດນາມ ຫງວຽນ ຊົນ ຟຸກ ໄດ້ໃຫ້ກຽດຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ.
ໃນວັນທີ 5 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ໃນໂອກາດໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII.
ຍສໝ - ເຖິງວ່າສະພາບການເສດຖະກິດໂລກ, ພາກພື້ນມີບັນດາການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າກໍ່ຕາມ, ແຕ່ລັດຖະບານຫວຽດນາມ ຍັງຢຶດໝັ້ນຕໍ່ແຜນນະໂຍບາຍເຊື່ອມໂຍງຢ່າງຮອບດ້ານດ້ວຍຈຸດສຸມແມ່ນການເຊື່ອມໂຍງເສດຖະກິດສາກົນ, ຖືການເຊື່ອມໂຍງເສດຖະກິດສາກົນ ແລະ ການຫັນການຄ້າເປັນເສລີແມ່ນທ່າອ່ຽງພາວະວິໄສທີ່ຈຳເປັນຢ່າງເດັດຂາດ.
ໃນບັນດາວັນທີສຸດເດືອນພຶດສະພາ, ທີ່ນະຄອນຫຼວງວຽງຈັນ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນິໂຄລາ ພອນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ ໄດ້ເຊັນສັນຍາຮັບຮອງເອົາແຜນງານດ້ານນະໂຍບາຍການພັດທະນາ ການເຕີບໂຕສີຂຽວໃນໄລຍະສອງ ທີ່ມີມູນຄ່າ 40 ລ້ານໂດລາສະຫະລັດ ແລະ ໄດ້ຮັບທຶນຈາກສະມາຄົມເພື່ອການພັດທະນາສາກົນ (International Development Association) ແຜນການດັ່ງກ່າວແມ່ນແນໃສ່ການຊຸກ-ຍູ້ໃຫ້ ສປປ ລາວ ກ້າວໄປສູ່ການເຕີບໂຕທີ່ຍືນຍົງ.
ຍສໝ -ທ້າຍເດືອນທີ່ຜ່ານມາ, ທີ່ສູນປະຊຸມນະຄອນຫ໋າຍຟ່ອງ, ທ່ານ ຫງວຽນ ດິ່ງ ຈ໋ວຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ຫ໋າຍ ຟ່ອງ ໄດ້ໃຫ້ການຕ້ອນຮັບ ຄະນະປະຕິບັດງານຂອງລັດຖະບານ ແລະ ສະພາກາແດງລາວ ໂດຍ ທ່ານ ວີໄລພອນ ສີສົມຫວັງ, ຮັກສາການຫົວໜ້າກົມ ສະຫວັດດິການສັງຄົມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ເປັນຫົວຫນ້າ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຫ໋າຍ ຟ່ອງ.
ໃນວັນທີ 27 ພຶດສະພາ 2019 ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ (UN-ESCAP) ທີ່ ບາງກອກ, ຣາຊະອານາຈັກໄທ ໂດຍມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ 53 ປະເທດ ໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງຄວາມອາດສາມາດ, ການຮັບປະກັນການມີສ່ວນຮ່ວມ ແລະ ຄວາມສະເໝີພາບ” ເພື່ອພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກຂອງຄະນະກໍາມາທິການໃນຕໍ່ໜ້າ.
ຕາມຂ່າວສານ ຫວຽດນາມ, ວັນທີ 22 ພຶດສະພາ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ພວມເລັ່ງສ້າງ ຍຸດທະສາດ ພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 2021-2030, ແຜນການ ພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 5 ປີ (2021-2025) ເພື່ອກະກຽມໃຫ້ແກ່ ກອງປະຊຸມໃຫຍ່ ຂອງພັກກອມມູນິດ ຫວຽດນາມ ຄັ້ງທີ XIII.
ຍສໝ - ໃນລະຫວ່າງວັນທີ 15-21 ພຶດສະພາ, ຄະນະເສດຖະກິດ-ປ້ອງກັນຊາດ 385 (ກອງພົນທີ 15) ໄດ້ຈັດຕັ້ງການກວດ-ປິ່ນປົວພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນລາວ ກວ່າ 800 ເທື່ອຄົນ ຢູ່ 5 ກຸ່ມບ້ານ ແລະ ໂຮງຮຽນຈຳນວນໜຶ່ງຂອງເມືອງຊານໄຊ, ແຂວງອັດຕະປື.
ຍສໝ - ກອງປະຊຸມສາກົນພາຍໃຕ້ຫົວຂໍ້: “ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ” ໄດ້ຈັດຂຶ້ນໃນເມື່ອວັນທີ 15 ພຶດສະພາ ທີ່ ທີ່ຮ່າໂນ້ຍ.
ຍສໝ - ກອງປະຊຸມ ASEM (ເວທີປາໄສອາຊີ - ເອີລົບ) ຈະໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ພຶດສະພາ ຢູ່ນະຄອນຍາຈາງພາຍໃຕ້ຫົວຂໍ້ວ່າ: “ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ”, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 180 ທ່ານທີ່ມາຈາກ 53 ປະເທດ ສະມາຊິກ ASEM, ບັນດາອົງການຈັດຕັ້ງສາກົນ ແລະ ໃນພາກພື້ນ.
ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ: ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ກອງປະຊຸມໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ສົມທົບກັບ ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ ແລະ ສະຫະພັນປ່ຽນແປງໃໝ່ປະດິດຄິດສ້າງພັດທະນາສາກົນ (IDIA) ຈັດຕັ້ງຂຶ້ນ.
ຍສໝ - ນັກທຸລະກິດ ຫວຽດນາມ-ລາວ ກໍາລັງບຸກບືນ ແລະ ການຮ່ວມມື ພັດທະນາ ໃນຫລາຍຂົງເຂດ ເພື່ອເຮັດໃຫ້ສອດຄ່ອງ ກັບ ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ຂອງສອງປະເທດ.
ຍສໝ - ຕອນແລງວັນທີ່ 20/3, ໃນສໍານັກງານສູນກາງພັກ, ສະຫາຍ ຫງວ໋ຽນ ວັນ ບິ່ງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າກຳມະການ ເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບ ຄະນະປະຕິບັດງານ ສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດລາວ.
ຍສໝ - ເສດຖະກິດສ່ວນຕົວແມ່ນຖືວ່າເປັນແຮງຂັບເຄື່ອນສໍາລັບການເຕີບໂຕຂອງເສດຖະກິດທີ່ຍືນຍົງ. ສະນັ້ນ, ການສົ່ງເສີມການລົງທຶນເພື່ອເຮັດເສດຖະກິດສ່ວນຕົວເປັນແຮງຂັບເຄື່ອນຕົ້ນຕໍໃນການພັດທະນາເປັນບູລິມະສິດຕົ້ນຕໍຂອງຫວຽດນາມໃນອະນາຄົດ. ສິ່ງທີ່ຈໍາເປັນໃນປັດຈຸບັນແມ່ນຄວາມເອົາໃຈໃສ່ຂອງລັດເພື່ອມີຄວາມສະເໝີພາບລະຫວ່າງບັນດາວິສາຫະກິດ.
ຍສໝ - ອີງຕາມການຄາດຄະເນຂອງສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ, ການເຕີບໂຕທາງດ້ານເສດຖະກິດຂອງຫວຽດນາມໃນປີ 2019 ຈະບັນລຸ 6,9%. ໃນນັ້ນ, ໄຕມາດ I ແມ່ນ 6.61%, ໄຕມາດ II ແມ່ນ 6.72%, ໄຕມາດ III ແມ່ນ 70.0% ແລະ ໄຕມາດ IV ແມ່ນ 7.12%.
ອີງຕາມບົດລາຍງານຂອງທະນາຄານໂລກຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຈະຫລຸດລົງຢູ່ໃນລະດັບ 6.0% ໃນປີ 2019-2020 ຫລຸດຈາກ 6,3% ໃນປີ 2018.
ອາທິດແລ້ວພິທີມອບເງິນສະໜັບສະໜູນ 450.000 ໂດລາສະຫະລັດ ຫຼື ປະມານ 3,82 ຕື້ກີບ ເຂົ້າກອງທຶນພັດທະນາເສດຖະກິດນັກຮົບເກົ່າແຫ່ງຊາດ ຈັດຂຶ້ນຢູ່ສະຫະພັນນັກຮົບເກົ່າແຫ່ງຊາດ.
ການຂະຫຍາຍຕົວເສດຖະກິດຂອງລາວ ຄາດວ່າຈະໝັ້ນທ່ຽງສຳລັບປີນີ້ ແລະ ປີຕໍ່ໄປ ໂດຍໄດ້ຮັບແຮງສະໜັບສະໜູນຈາກ ການຂະຫຍາຍຕົວຂອງຂະແໜງກະສິກຳ ຂະແໜງພະລັງງານ ຂະແໜງອຸດສາຫະກໍາ ແລະ ຂະແໜງບໍລິການ.
ໃນວັນທີ 3 ເມສາ 2019 ທະນາຄານພັດທະນາອາຊີ ປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານຂອງ ເອດີບີປະຈໍາປີ 2019 ຂຶ້ນຢູ່ສໍານັກງານ ເອດີບີ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຢາຊຸຊິ ເນກິຊິ ຜູ້ຕາງໜ້າສໍານັກງານ ເອດີບີ ປະຈໍາລາວ, ມີພະນັກງານພາຍໃນ ເອດີບີພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ຕອນບ່າຍວັນທີ 19 ທັນວາ ຢູ່ ຮ່າໂນ້ຍ ທີ່ການຕ້ອນຮັບ ທ່ານ Enrico Letta, ປະທານ ສະຫະພັນ ອິດຕາລີ-ອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸກ ສະແດງຄວາມຍິນດີ ແລ ະ ຊົມເຊີຍ ສະຫະພັນ ທີ່ໄດ້ຈັດ “ ການເຈລະຈາຂັ້ນສູງ ກ່ຽວກັບ ສາຍພົວພັນດ້ານເສດຖະກິດ ອິດຕາລີ -ອາຊຽນ” ຄັ້ງທີ 3 ຢູ່ ຮ່າໂນ້ຍ ໃນປີ 2019.