ວິສາຫະກິດ ອາເມລິກາ ຕີລາຄາສູງການໜູນຊ່ວຍຂອງລັດຖະບານ ຫວຽດນາມ

11:05 | 13/06/2019

ທ່ານ Jerry Cook, ຮອງປະທານບໍລິສັດ Hanesbrands Group (ສະຫະລັດ ອາເມລິກາ) ໄດ້ຢັ້ງຢືນຄືແນວນັ້ນທີ່ການພົບປະກັບ ທ່ານຮອງນາຍົກລັດຖະມົນຕີ ຈິ້ງ ດິ່ງ ຢຸງ ໃນຕອນເຊົ້າວັນທີ 12 ມິຖຸນາ, ຢູ່ສໍານັກງານລັດຖະບານ.

ວິສາຫະກິດ ອາເມລິກາ ຕີລາຄາສູງການໜູນຊ່ວຍຂອງລັດຖະບານ ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ຕ້ອນຮັບທ່ານ Jerry Cook ຮອງປະທານກຸ່ມບໍລິສັດ Hanesbrands ຂອງ ອາເມລິກາ. (ພາບ: baochinhphu.vn)

ວັນທີ 12 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງ ດິ່ງ ຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Jerry Cook ຮອງປະທານກຸ່ມບໍລິສັດ Hanesbrands (ອາເມລິກາ ອາເມລິກາ). ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ຈິ້ງ ດິ່ງ ຢຸງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ອາເມລິກາ ເຄື່ອນໄຫວຢ່າງມີີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງ ດິ່ງ ຢຸງ ກໍຮັບຮູ້ບັນດາການປະກອບສ່ວນສໍາຄັນຂອງ ກຸ່ມບໍລິສັດ Hanesbrands ເຂົ້າໃນການຊຸກຍູ້ການພົວພັນທາງການຄ້າ, ການລົງທຶນຂອງຫວຽດນາມ, ບັນດາການເຄື່ອນໄຫວເພື່ອການກຸສົນສັງຄົມ ຢູ່ຫວຽດນາມ; ພ້ອມທັງສະເໜີວ່າ ທາງວິສາຫະກິດຈະສືບຕໍ່ເອົາໃຈໃສ່ຫຼາຍກວ່າອີກເຖິງບັນດາການເຄື່ອນໄຫວດັ່ງກ່າວ.

ສ່ວນທ່ານ Jerry Cook ຮອງປະທານກຸ່ມບໍລິສັດ Hanesbrands ຢັ້ງຢືນວ່າ ບັນດາວິສາຫະກິດ ອາເມລິກາ ຕີລາຄາສູງການໜູນຊ່ວຍຂອງລັດຖະບານ ຫວຽດນາມ. ທ່ານ ໃຫ້ຮູ້ວ່າ ປັດຈຸບັນ, ທາງກຸ່ມບໍລິສັດ ພວມຜັນຂະຫຍາຍການເປີດກວ້າງໂຮງງານ, ເພີ່ມຂອບຂະໜາດການຜະລິດຢູ່ຫວຽດນາມ. ໃນໄລຍະຈະມາເຖິງ, ທັງທາງກຸ່ມບໍລິສັດ Hanesbrands ແລະ ໃນນາມສ່ວນຕົວ ທ່ານຢາກສືບຕໍ່ໄດ້ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃຫ້ແໜ້ນແຟ້ນກວ່່າອີກ, ພິເສດແມ່ນໃນຂົງເຂດພາສີ ແລະ ສວຍສາອາກອນ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.