ໄຂເວທີປາໄສເສດຖະກິດພີ່ນ້ອງຮ່ວມຊາດ ຫວຽດນາມ ຢູ່ ຕ່າງປະເທດທົ່ວໂລກ ຄັ້ງທີ 1

11:02 | 09/06/2019

ຍສໝ - ໃນວັນທີ 7 ມິຖຸນາ 2019, ເວທີປາໄສເສດຖະກິດພີ່ນ້ອງຮ່ວມຊາດຫວຽດນາມຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 1 (OVECOF 2019) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຫໍປະຊຸມ ແລະ ງານວາງສະແດງສາກົນ Songdo Convensia, ນະຄອນ Incheon, ປະເທດ ສ.ເກົາຫຼີ.

ໄຂເວທີປາໄສເສດຖະກິດພີ່ນ້ອງຮ່ວມຊາດ ຫວຽດນາມ ຢູ່ ຕ່າງປະເທດທົ່ວໂລກ ຄັ້ງທີ 1

ໄຂເວທີປາໄສເສດຖະກິດພີ່ນ້ອງຮ່ວມຊາດ ຫວຽດນາມ ຢູ່ ຕ່າງປະເທດທົ່ວໂລກ ຄັ້ງທີ 1.(ພາບ:qdnd.vn)

ທີ່ເວທີປາໄສ, ຜູ້ແທນອຳນາດການປົກຄອງນະຄອນ Incheon ແລະ ວິສາຫະກິດ ສ.ເກົາຫຼີ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຈັດຕັ້ງ OVECOF 2019 ຢູ່ນະຄອນ Incheon, ປະເທດ ສ.ເກົາຫຼີ. ທ່ານ Doson Yoon, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ CJ, ເຊິ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ ທີ່ລົງທຶນຢູ່ຫວຽດນາມ ຢືນຢັນວ່າ: ຫວຽດນາມ ແມ່ນຕະຫຼາດສໍາຄັນທີ່ສຸດສໍາລັບບັນດາບໍລິສັດ ສ.ເກົາຫຼີ ຍ້ອນການໜູນຊ່ວຍຂອງລັດຖະບານຫວຽດນາມ ສະຫງວນໃຫ້ແກ່ບັນດານັກລົງທຶນ ແລະ ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດເປັນປົກກະຕິ.

ໄຂເວທີປາໄສເສດຖະກິດພີ່ນ້ອງຮ່ວມຊາດ ຫວຽດນາມ ຢູ່ ຕ່າງປະເທດທົ່ວໂລກ ຄັ້ງທີ 1

ບັນດາຜູ້ແທນເຂົ້າຮ່ວມ OVECOF 2019.(ພາບ:qdnd.vn)

ຜ່ານເວທີປາໄສນີ້ ກໍ່ເພື່ອປຸກລຸກຈິດໃຈສາມັກຄີ, ອາລົມຈິດຊົນຊາດ, ເສີມຂະຫຍາຍກໍາລັງແຮງບົ່ມຊ້ອນຢ່າງສຸດຂີດຂອງວິສາຫະກິດພີ່ນ້ອງຮ່ວມຊາດຫວຽດນາມ, ປະກອບສ່ວນສ້າງ ແລະ ພັດທະນາປະເທດຊາດ ກໍ່ຄືການຊຸກຍູ້ການຮ່ວມມືມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ສ.ເກົາຫຼີ ຫຼາຍກວ່າອີກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.