ໄຂງານວາງສະແດງຕະຫຼາດນັດການຄ້າລາວ-ຫວຽດນາມ Expo ປີ 2019

07:38 | 01/07/2019

ຍສໝ - ໃນຕອນບ່າຍວັນທີ 27 ມິຖຸນາ, ງານຕະຫຼາດນັດການຄ້າລາວ-ຫວຽດນາມ ປີ 2019 (VIETLAO EXPO 2019) ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ, ລາວ. ງານຕະຫຼາດນັດໂດຍກະຊວງອຸດສາຫະກໍາ-ການຄ້າຫວຽດນາມ ແລະກະຊວງອຸດສາຫະກໍາ-ການຄ້າລາວ ສົມທົບກັນຈັດຕັ້ງ.

ພິທີໄຂງານວາງສະແດງຕະຫຼາດນັດການຄ້າລາວ-ຫວຽດນາມ Expo ປີ 2019 ມີການເຂົ້າຮ່ວມຂອງ ທ່ານ ພັນທອງ ພິດທຸມມາ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ; ທ່ານ ກາວກວກຮືງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈໍາ ລາວ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ນະຄອນຫຼວງວຽງຈັນ ແລະບັນດາອົງການຈັດຕັ້ງສາກົນຢູ່ລາວ.

ໄຂງານວາງສະແດງຕະຫຼາດນັດການຄ້າລາວ-ຫວຽດນາມ Expo ປີ 2019

ພິທີໄຂງານວາງສະແດງຕະຫຼາດນັດການຄ້າລາວ-ຫວຽດນາມ Expo ປີ 2019. ພາບ: nhandan.com.vn.

ງານຕະຫຼາດນັດການຄ້າລາວ-ຫວຽດນາມ ປີ 2019 (VIETLAO EXPO 2019) ແມ່ນເຫດການປະຈໍາປີ ເພື່ອແນໃສ່ໂຄສະນາຮູບພາບປະເທດຊາດ ແລະວິສາຫະກິດຫວຽດນາມ; ຊຸກຍູ້ການສົ່ງອອກ, ເປີດກວ້າງຕະຫຼາດຈໍາໜ່າຍສິນຄ້າຫວຽດນາມ ຢູ່ຕະຫຼາດລາວ ແລະເຂດທາງທິດຕາເວັນອອກສ່ຽງເໜືອປະເທດໄທ. ງານຕະຫຼາດນັດແມ່ນຂົວເຊື່ອມຕໍ່ໃຫ້ບັນດາອົງການຈັດຕັ້ງການຄ້າ, ບັນດາວິສາຫະກິດຫວຽດນາມ ແລະລາວ ໄດ້ພົບປະ, ແລກປ່ຽນບົດຮຽນ, ຖ່າຍທອດເຕັກໂນໂລຢີ...

ໄຂງານວາງສະແດງຕະຫຼາດນັດການຄ້າລາວ-ຫວຽດນາມ Expo ປີ 2019

ທ່ານ ກາວກວກຮືງ ແລະ ທ່ານ ຫງວຽນບ໋າຮຸ່ງ ຢ້ຽມຊົມຮ້ານວາງສະແດງກາເຟຈູງງວຽນ ຢູ່ງານຕະຫຼາດນັດ. (ພາບ: nhandan.com.vn)

ງານຕະຫຼາດນັດປີນີ້ມີ 180 ວິສາຫະກິດຂອງຫວຽດນາມ ແລະລາວ ເຂົ້າຮ່ວມດ້ວຍຮ້ານວາງສະແດງຜະລິດຕະພັນ 240 ຮ້ານ. ໃນນັ້ນ, ຫວຽດນາມ ມີ 120 ຮ້ານຂອງ 80 ວິສາຫະກິດທີ່ມີຄຸນນະພາບ, ມີເຄື່ອງໝາຍການຄ້າ ແລະມີອິດທິພົນຊື່ສຽງສັງກັດບັນດາຂະແໜງສິນຄ້າ ຄື: ການຢາ-ອຸປະກອນການແພດ, ວັດຖຸດິບກໍ່ສ້າງ... ບັນດາຮ້ານວາງສະແດງສິນຄ້າຂອງລາວ ຕົ້ນຕໍແມ່ນແນະນໍາ ແລະຂາຍບັນດາຜະລິດຕະພັນສິລະປະຫັດຖະກໍາ, ເຄື່ອງເຟີນີເຈີ...

ເນື່ອງໃນໂອກາດນີ້, ກົມສົ່ງເສີມການຄ້າຂອງກະຊວງອຸດສາຫະກໍາ-ການຄ້າສອງປະເທດຫວຽດນາມ-ລາວ ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມື ປີ 2019-2020. ງານຕະຫຼາດນັດການຄ້າລາວ-ຫວຽດນາມ ປີ 2019 ໄດ້ດໍາເນີນແຕ່ວັນທີ 27 ມິຖຸນາ ຫາວັນທີ 1 ກໍລະກົດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.